ທູດອາເມລິກາປະຈໍາຕວກກີຢືນຢັນ ອິດສະລາແອນ-ຊິຣີບັນລຸຂໍ້ຕົກລົງຢຸດຍິງແລ້ວ

             ທ່ານ ທອມ ບາຣັກ ເອກອັກຄະລັດຖະທູດອາເມລິກາ ປະຈໍາຕວກກີ ເປີດເຜີຍໃນວັນທີ 18 ກໍລະກົດວ່າ: ອິດສະລາແອນ ແລະ ຊິຣີ ໄດ້ບັນລຸຂໍ້ຕົກລົງຢຸດຍິງ ໂດຍມີຕວກກີ, ຈໍແດນ ແລະ ປະເທດໃກ້ຄຽງໃຫ້ການສະໜັບສະໜູນ.

            ກ່ອນໜ້ານີ້ໃນວັນທີ 16 ກໍລະກົດ, ອິດສະລາແອນເລີ່ມໂຈມຕີທາງອາກາດໃນນະຄອນຫລວງດາມັດກັດ ແລະ ຖະຫລົ່ມກອງກໍາລັງລັດຖະບານທາງຕອນໃຕ້ຂອງຊິຣີ. ພ້ອມຮຽກຮ້ອງໃຫ້ຖອນກໍາລັງ ໂດຍໃຫ້ເຫດຜົນວ່າອິດສະລາແອນຕ້ອງການປົກປ້ອງຊາວດຣູ (Druze) ເຊິ່ງເປັນຊົນເຜົ່າຂະໜາດນ້ອຍແຕ່ມີອິດທິພົນໃນຊິຣີ ແລະ ມີຊົນເຜົ່າກຸ່ມນີ້ຢູ່ລີບັງ ແລະ ອິດສະລາແອນ.

           ທ່ານ ບາຣັກ ໂພສໃນ X ວ່າ: “ເຮົາຂໍຮຽກຮ້ອງໃຫ້ຊາວດຣູ, ເບດູອິນ ແລະ ຊຸນນີ ວາງອາວຸດ ແລະ ຮ່ວມມືກັບຊົນເຜົ່າກຸ່ມນ້ອຍອື່ນໆ ເພື່ອສ້າງອັດຕະລັກຊິຣີໃໝ່ທີ່ເປັນໜຶ່ງດຽວ”.

           ປັດຈຸບັນສະຖານເອກອັກຄະລັດຖະທູດອິດສະລາແອນໃນນະຄອນຫລວງວໍຊິງຕັນ ແລະ ສະຖານກົງສຸນຊິຣີຢູ່ການາດາ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນກ່ຽວກັບລາຍງານຂ່າວນີ້.

           ການປະກາດຢຸດຍິງຄັ້ງນີ້ເກີດຂຶ້ນຫລັງຈາກອາເມລິກາພະຍາຍາມຢ່າງໜັກເພື່ອຢຸດຄວາມຂັດແຍ່ງ ໂດຍໃນວັນທີ 16 ກໍລະກົດ, ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດອາເມລິກາ ກ່າວວ່າ: ໄດ້ມີການຕົກລົງກັນໃນຫລາຍຂັ້ນຕອນ ເພື່ອຢຸດສະຖານະການນີ້.

           ທັງນີ້, ການຢຸດຍິງມີຂຶ້ນຫລັງສະຖານະການຄວາມຮຸນແຮງໃນເມືອງສເວດາ (Sweida) ເລີ່ມຫລຸດຜ່ອນລົງ ເມື່ອກອງທັບລັດຖະບານຊິຣີຖອນກໍາລັງອອກຈາກພື້ນທີ່ດັ່ງກ່າວ ເຊິ່ງເປັນຈຸດສູນກາງຂອງຄວາມຂັດແຍ່ງ.