ທ່ານ ທຣໍາ ກຽມສົ່ງຈົດໝາຍເຖິງ 150 ກວ່າປະເທດ ເລັ່ງເກັບພາສີສູງສຸດ 15%

          ຜູ້ນໍາອາເມລິກາມີແຜນສົ່ງຈົດໝາຍໄປອີກ 150 ກວ່າປະເທດ ເພື່ອແຈ້ງການເກັບພາສີໃນອັດຕາສູງສຸດ 15%.

          ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ກ່າວວ່າ: ມີແຜນສົ່ງໜັງສືຢ່າງເປັນທາງການເຖິງ 150 ກວ່າປະເທດ ແລະ ດິນແດນ ແຈ້ງໃຫ້ຮູ້ກ່ຽວກັບອັດຕາພາສີຄວບຄຸມໃນອັດຕາ 10% ຫລື 15% ເຖິງວ່າປະເທດ ແລະ ດິນແດນເຫລົ່ານັ້ນເປັນຄູ່ຄ້າຂະໜາດນ້ອຍ ຫລື ເກືອບບໍ່ມີການຄ້າຂາຍກັບອາເມລິກາເລີຍກໍຕາມ.

          ກ່ຽວກັບໜັງສືຢ່າງເປັນທາງການ ເຊິ່ງລົງນາມໂດຍທ່ານ ທຣໍາ ແລະ ສົ່ງເຖິງຜູ້ນໍາ 20 ກວ່າປະເທດ ແລະ ພາກພື້ນ, ທ່ານ ທຣໍາ ເອີ້ນຈົດໝາຍເຫລົ່ານັ້ນວ່າ: “ຂໍ້ຕົກລົງ” ສະທ້ອນວ່າ ບໍ່ມີເຈດຕະນາທີ່ຈະເຈລະຈາຢ່າງຈິງຈັງ. ເຖິງຢ່າງໃດກໍຕາມ, ຜູ້ນໍາອາເມລິກາ ແລະ ທີມງານຍັງບໍ່ປິດໂອກາດ “ຮັບພິຈາລະນາ” ຂໍ້ສະເໜີຈາກບັນດາປະເທດ ເພື່ອປະເມີນການລົງອັດຕາພາສີໃນອະນາຄົດ ກ່ອນຮອດເສັ້ນຕາຍຄືວັນທີ 1 ສິງຫານີ້.