ທ່ານ ທຣໍາ ເຜີຍ ອາເມລິກາ-ຈີນ ກຽມເຈລະຈາການຄ້າອີກຮອບຢູ່ລອນດອນ ວັນທີ 9 ມິຖຸນາ

ປະທານາທິບໍດີ ໂດນັລ ທຣໍາ ເປີດເຜີຍຜ່ານ Truth Social ວັນທີ 6 ມິຖຸນາວ່າ: ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ແລະ ຈີນ ຈະຮ່ວມເຈລະຈາການຄ້າອີກຢູ່ນະຄອນຫລວງລອນດອນ ຂອງອັງກິດ ໃນວັນທີ 9 ມິຖຸນານີ້ ເພື່ອຫາລືຂໍ້ຕົກລົງແກ້ໄຂຄວາມຂັດແຍ່ງທາງການຄ້າລະຫວ່າງທັງສອງປະເທດ. ຂະນະທີ່ທ່ານ ທຣໍາ ກ່າວວ່າ: ໄດ້ເຈລະຈາກັບປະທານປະເທດ ສີຈິ້ນຜິງ ຂອງຈີນ ແລະ ຈີນຕອບຕົກລົງຈະຮື້ຟື້ນການສົ່ງອອກແຮ່ທາດຫາຍາກ ແລະ ແມ່ເຫລັກໄປອາເມລິກາອີກ.
ສໍາລັບຜູ້ແທນຂອງອາເມລິກາທີ່ຈະເຂົ້າຮ່ວມການເຈລະຈາຮອບໃໝ່ ໄດ້ແກ່ທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີວ່າການກະຊວງການເງິນອາເມລິກາ, ທ່ານ ໂຮເວິດ ລຸກນິກ ລັດຖະມົນຕີວ່າການກະຊວງການຄ້າ ແລະ ທ່ານ ເຈມີສັນ ກຣີເອີ ຜູ້ແທນການຄ້າຂອງອາເມລິກາ. ສ່ວນຝ່າຍຈີນຍັງບໍ່ແນ່ນອນວ່າຈະສົ່ງໃຜເຂົ້າຮ່ວມເຈລະຈາ ໂດຍທ່ານ ທຣໍາ ສະແດງຄວາມຄາດຫວັງວ່າການເຈລະຈາຮອບນີ້ຈະເປັນໄປດ້ວຍດີ.
ກໍານົດການເຈລະຈາຮອບໃໝ່ມີຂຶ້ນ 1 ວັນຫລັງຈາກທ່ານ ທຣໍາ ໂທລະສັບເຖິງທ່ານ ສິຈິ້ນຜິງ ທ່າມກາງຄວາມເຄັ່ງຕຶງດ້ານການຄ້າທີ່ເກີດຂຶ້ນໃນໄລຍະຫລາຍອາທິດຜ່ານມາ ແລະ ອາເມລິກາສະແດງຄວາມຕ້ອງການໃຫ້ຈີນກັບມາສົ່ງອອກແຮ່ຫາຍາກ ແລະ ແມ່ເຫລັກໃຫ້ ຫລັງຈາກຢຸດໄປໃນເດືອນເມສາຜ່ານມາ ເຊິ່ງສົ່ງຜົນກະທົບຢ່າງໜັກຕໍ່ອຸດສາຫະກໍາການຜະລິດຍານພາຫະນະ ແລະ ເຊມິຄອນດັກເຕີ ເນື່ອງຈາກຈີນເປັນຜູ້ສົ່ງອອກແຮ່ຫາຍາກລາຍໃຫຍ່ຂອງໂລກ.
ອ້າງອີງ:

