ຟີລິບປິນເຕືອນປະຊາຊົນລະວັງພະຍາດຍ່ຽວໜູ ຫລັງພົບຜູ້ຕິດເຊື້ອເພີ່ມເກີນ 3,000 ຄົນຈາກນໍ້າຖ້ວມ-ຝົນຕົກໜັກ

             ກະຊວງສາທາລະນະສຸກຟີລິບປິນ (DOH) ອອກມາຮຽກຮ້ອງໃຫ້ປະຊາຊົນເພີ່ມຄວາມລະມັດລະວັງຕໍ່ການລະບາດຂອງພະຍາດຍ່ຽວໜູ (Leptospirosis) ທີ່ເພີ່ມສູງຂຶ້ນໃນໄລຍະມໍ່ໆນີ້ ເປັນຜົນມາຈາກຝົນຕົກໜັກ ແລະ ນໍ້າຖ້ວມ ເຊິ່ງເກີດຈາກພາຍຸໝູນເຂດຮ້ອນ ແລະ ມໍລະສຸມຕາເວັນຕົກສຽງໃຕ້.

             DOH ເຕືອນຜ່ານໂຊຊຽວມີເດຍວ່າ: ພະຍາດນີ້ອາດເຖິງຂັ້ນເສຍຊີວິດໄດ້ ພ້ອມຂໍໃຫ້ປະຊາຊົນຟ້າວໄປພົບແພດຖ້າມີອາການຜິດປົກກະຕິ ໂດຍສະເພາະຜູ້ທີ່ຍ່າງລຸຍນໍ້າຖ້ວມ.

              ນັບແຕ່ວັນທີ 1 ມັງກອນ ເຖິງ 19 ກໍລະກົດປີນີ້, ຟີລິບປິນພົບຜູ້ຕິດເຊື້ອພະຍາດຍ່ຽວໜູແລ້ວ 3,037 ຄົນ ໂດຍ 1,114 ຄົນເກີດຂຶ້ນຫລັງວັນທີ 8 ມິຖຸນາ ເຊິ່ງເປັນໄລຍະທີ່ກົມອຸຕຸນິຍົມວິທະຍາປະກາດເຂົ້າສູ່ລະດູຝົນພຽງໜຶ່ງອາທິດ.

              ພະຍາດຍ່ຽວໜູເປັນພະຍາດຕິດເຊື້ອແບັດທີເຣຍທີ່ຕິດຕໍ່ຜ່ານນໍ້າທີ່ປົນເປື້ອນປັດສະວະສັດ, ຜູ້ຕິດເຊື້ອອາດເກີດຈາກການສໍາຜັດໂດຍກົງກັບປັດສະວະສັດ ຫລື ບໍລິເວນທີ່ມີການປົນເປື້ອນ ໂດຍມັກພົບການລະບາດເພີ່ມຂຶ້ນຫລັງນໍ້າຖ້ວມ ເມື່ອຄົນຈໍາເປັນຕ້ອງລຸຍນໍ້າທີ່ບໍ່ສະອາດ.