ທ່ານ ອັນວາ ສະໜັບສະໜູນ ໄທ-ກໍາປູເຈຍ ແກ້ໄຂບັນຫາຊາຍແດນຢ່າງສັນຕິ ຮຽກຮ້ອງໃຫ້ອົດທົນ-ອົດກັ້ນ-ຫລຸດຄວາມເຄັ່ງຕຶງ

         ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນ ໂພສຂໍ້ຄວາມຜ່ານ Facebook ສະໜັບສະໜູນໄທ ແລະ ກໍາປູເຈຍ ໃນການແກ້ໄຂບັນຫາຊາຍແດນຢ່າງສັນຕິ. ພ້ອມສະແດງຄວາມໝັ້ນໃຈວ່າ ຈິດວິນຍານແຫ່ງການຮ່ວມມື ແລະ ຫລັກການອາຊຽນໃນການແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິ ຈະເປັນຮາກຖານແກ້ໄຂຄວາມຂັດແຍ່ງ.

         “ຂ້າພະເຈົ້າໄດ້ຫາລືກັບນາຍົກລັດຖະມົນຕີຂອງປະເທດໄທ ແລະ ກໍາປູເຈຍ ເພື່ອສະແດງຄວາມຊື່ນຊົມຕໍ່ຄວາມມຸ້ງໝັ້ນຂອງທັງສອງປະເທດໃນການແກ້ໄຂບັນຫາຊາຍແດນທີ່ຍັງດໍາເນີນຢູ່ຜ່ານການເຈລະຈາ ແລະ ຊ່ອງທາງການທູດ”.

         “ມາເລເຊຍໃຫ້ຄວາມສໍາຄັນເປັນພິເສດຕໍ່ການພົວພັນທີ່ແຂງແຮງລະຫວ່າງສອງປະເທດ. ໃນເລື່ອງນີ້ ຂ້າພະເຈົ້າຂໍຮຽກຮ້ອງໃຫ້ປະເທດໄທ ແລະ ກໍາປູເຈຍໃຊ້ຄວາມອົດທົນອົດກັ້ນຕໍ່ໄປ, ໃຊ້ມາດຕະການເພື່ອຫລຸດຄວາມເຄັ່ງຕຶງ ແລະ ຮ່ວມກັນແກ້ໄຂບັນຫາຢ່າງສັນຕິ ແລະ ຮອບດ້ານ”.

        “ຂ້າພະເຈົ້າໝັ້ນໃຈວ່າ ຈິດວິນຍານແຫ່ງການຮ່ວມມືໃນພາກພື້ນ ແລະ ຫລັກການຂອງອາຊຽນໃນການແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິຈະເປັນຮາກຖານທີ່ແຂງແຮງໃນການແກ້ໄຂຄວາມຂັດແຍ່ງໃດໆ”.

ອ້າງອີງ:

https://www.facebook.com/anwaribrahimofficial