ທຣໍາ ສັ່ງຫ້າມພົນລະເມືອງຈາກ 12 ປະເທດເຂົ້າອາເມລິກາເນື່ອງຈາກກັງວົນດ້ານຄວາມປອດໄພ

ສໍານັກຂ່າວຣອຍເຕີ ລາຍງານວັນທີ 5 ມິຖຸນາ 2025 ວ່າ: ປະທານາທິບໍດີອາເມລິກາ ທ່ານ ໂດນັລ ທຣໍາ ລົງນາມປະກາດ ຫ້າມພົນລະເມືອງຈາກ 12 ປະເທດເດີນທາງເຂົ້າສະຫະລັດອາເມລິກາ ໂດຍລະບຸວ່າ ມີຄວາມຈໍາເປັນ ເພື່ອປົກປ້ອງປະຊາຊົນຈາກ ‘ພວກກໍ່ການຮ້າຍຕ່າງປະເທດ’ ແລະ ໄພຄຸກຄາມດ້ານຄວາມໝັ້ນຄົງອື່ນໆ.

ເຊິ່ງປະກາດດັ່ງກ່າວ ໄດ້ສັ່ງຫ້າມພົນລະເມືອງຈາກ 12 ປະເທດ ລວມມີ: ອັຟການິສະຖານ, ມຽນມາ, ຊາດ, ກົງໂກ, ອີຄິວທໍຣຽວກິນີ, ເອຣິເທຣຍ, ເຮຕິ, ອີຫລ່ານ, ລິເບຍ, ໂຊມາເລຍ, ຊູດານ ແລະ ເຢເເມນ. ເດີນທາງເຂົ້າ ສະຫະລັດອາເມລິກາ.

ຕາມການລາຍງານຂອງ CBS News ລະບຸວ່າ: ນອກນັ້ນ ຍັງມີອີກ 7 ປະເທດ ທີ່ຈະຕ້ອງຖືກຈໍາກັດການເດີນທາງບາງສ່ວນໄດ້ແກ່: ບຸຣຸນດີ, ກູບາ, ລາວ, ເຊຣາລີໂອນ, ໂຕໂກ, ເຕີກເມນິສະຖານ ແລະ ເວເນຊູເອລາ.

ຄໍາສັ່ງຫ້າມດັ່ງກ່າວຈະມີຜົນບັງຄັບໃຊ້ນັບແຕ່ເວລາ 00:01 ໂມງ ຂອງວັນທີ 9 ມິຖຸນາ 2025 ເປັນຕົ້ນໄປ ເຊິ່ງວີຊ່າທີ່ອອກກ່ອນວັນທີນັ້ນຈະບໍ່ຖືກຖອນຄືນ.