ອິດສະລາແອນຍອມຮັບ ສະໜັບສະໜູນກຸ່ມຕິດອາວຸດຕໍ່ຕ້ານຮາມັດຢູ່ກາຊາ

ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ຍອມຮັບວ່າ: ອິດສະລາແອນສະໜັບສະໜູນກຸ່ມຕິດອາວຸດຢູ່ເຂດກາຊາທີ່ຕໍ່ຕ້ານກຸ່ມຮາມັດ ພາຍຫລັງອະດີດລັດຖະມົນຕີຄົນໜຶ່ງສະແດງຄວາມຄິດເຫັນວ່າ: ອິດສະລາແອນສົ່ງມອບອາວຸດໃຫ້ກຸ່ມດັ່ງກ່າວ.
ສື່ຂອງອິດສະລາແອນ ແລະ ປາແລັສຕິນ ລາຍງານວ່າ: ກຸ່ມຕໍ່ຕ້ານຮາມັດທີ່ເຮັດວຽກຮ່ວມກັບອິດສະລາແອນນັ້ນ ເປັນສ່ວນໜຶ່ງຂອງຊົນເຜົ່າເບດູອິນໃນເຂດກາຊາ ເຊິ່ງນໍາໂດຍທ່ານ ຢຳເຊີ ອາບູ ຊາບັບ.
ຂະນະທີ່, ຄະນະສະພາເອີຣົບດ້ານການພົວພັນສາກົນ (ECFR) ລະບຸວ່າ: ທ່ານ ອາບູ ຊາບັບ ເປັນຜູ້ນໍາຂອງແກ້ງອາຊະຍາກໍາທີ່ດໍາເນີນງານໃນເມືອງຣາຟາ ເຊິ່ງຖືກກ່າວຫາຢ່າງກວ້າງຂວາງວ່າ ປຸ້ນລົດບັນທຸກການຊ່ວຍເຫລືອ.
ທັງນີ້, ທ່ານ ອາວິກດໍ ລີເບີແມນ ສະມາຊິກສະພາແຫ່ງຊາດຂອງອິດສະລາແອນ ແລະ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວວ່າ: ລັດຖະບານເທວອາວີບປະຕິບັດຕາມຄໍາສັ່ງຂອງທ່ານ ເນທັນຢາຮູ ໃນການສົ່ງມອບອາວຸດໃຫ້ກຸ່ມອາຊະຍາກໍາ ແລະ ຜູ້ກະທໍາຄວາມຜິດ.
ເຖິງວ່າທ່ານ ເນທັນຢາຮູ ກ່າວໃນວິດີໂອທີ່ໂພສໃນສື່ອອນລາຍ ຍອມຮັບວ່າອິດສະລາແອນໃຊ້ກຸ່ມຢູ່ເຂດກາຊາທີ່ຕໍ່ຕ້ານກຸ່ມຮາມັດແທ້, ແຕ່ທ່ານໃຫ້ເຫດຜົນວ່າ: ເປັນການຊ່ວຍຊີວິດທະຫານອິດສະລາແອນ.
ທ່ານ ເອບຟີ ເດບຣິນ ໂຄສົກກອງທັບອິດສະລາແອນ ຢືນຢັນວ່າ: ກອງທັບສະໜັບສະໜູນການສົ່ງມອບອາວຸດໃຫ້ກຸ່ມຕິດອາວຸດໃນເຂດກາຊາ, ແຕ່ທ່ານຍັງບໍ່ເປີດເຜີຍລາຍລະອຽດ ແລະ ກ່າວພຽງວ່າ: ກອງທັບອິດສະລາແອນກໍາລັງດໍາເນີນງານໃນຫລາຍວິທີ ເພື່ອຕໍ່ຕ້ານການປົກຄອງຂອງກຸ່ມຮາມັດ.
