ມາເລເຊຍພ້ອມເປັນເຈົ້າພາບກອງປະຊຸມ GBC ໄທ-ກໍາປູເຈຍ ຢືນຢັນຄວາມເປັນກາງ

ກອງທັບມາເລເຊຍຢືນຢັນການເປັນເຈົ້າພາບກອງປະຊຸມ GBC ລະຫວ່າງໄທກັບກໍາປູເຈຍ, ພ້ອມຢືນຢັນການເປັນປະເທດເປັນກາງ.
ກອງທັບມາເລເຊຍອອກຖະແຫລງການ ຢືນຢັນການກຽມເປັນເຈົ້າພາບກອງປະຊຸມຄະນະກໍາມະການຊາຍແດນທົ່ວໄປ (GBC) ລະຫວ່າງໄທກັບກໍາປູເຈຍ ຢູ່ນະຄອນຫລວງກົວລາລໍາເປີ ລະຫວ່າງວັນທີ 4-7 ສິງຫານີ້.
ກອງປະຊຸມດັ່ງກ່າວເປັນໄປຕາມໜຶ່ງໃນເງື່ອນໄຂຂອງການຢຸດຍິງ ເຊິ່ງໄທ ແລະ ກໍາປູເຈຍບັນລຸຮ່ວມກັນ ລະຫວ່າງການເຈລະຈາຢູ່ນະຄອນຫລວງກົວລາລໍາເປີ ໃນວັນທີ 28 ກໍລະກົດຜ່ານມາ ໂດຍມາເລເຊຍໃນຖານະປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປະຈໍາປີນີ້ ເຮັດໜ້າທີ່ຜູ້ໄກ່ເກ່ຍ.
ທັງນີ້, ມາເລເຊຍຢືນຢັນຄວາມເປັນກາງ ເຊິ່ງໄທ ແລະ ກໍາປູເຈຍຕົກລົງຮ່ວມກັນຂໍໃຊ້ສະຖານທີ່ສໍາລັບກອງປະຊຸມ GBC ໂດຍວາລະຂອງການຫາລື ຈະລວມເຖິງຂອບເຂດອໍານາດໜ້າທີ່ຂອງການສົ່ງຜູ້ຊ່ວຍທູດຝ່າຍທະຫານໄປປະຕິບັດໜ້າທີ່ຊົ່ວຄາວ ແລະ ການຈັດຕັ້ງຄະນະຜູ້ສັງເກດການຢຸດຍິງໃນລະດັບອາຊຽນ.

