ອີຣານປະນາມການຫ້າມເດີນທາງຂອງອາເມລິກາ ຊີ້ເປັນການເລືອກປະຕິບັດ

          ອີຣານອອກມາປະນາມຢ່າງຮຸນແຮງໃນວັນທີ 7 ມິຖຸນາ ຕໍ່ຄໍາສັ່ງຫ້າມການເດີນທາງສະບັບໃໝ່ຂອງອາເມລິກາ ທີ່ມີເປົ້າໝາຍໃສ່ພົນລະເມືອງຈາກຫລາຍປະເທດ ລວມທັງອີຣານ ໂດຍກ່າວວ່າ: ຄໍາສັ່ງດັ່ງກ່າວເປັນ “ສັນຍານຈະແຈ້ງຂອງຄວາມຮູ້ສຶກບໍ່ເປັນມິດທີ່ຝັງຮາກເລິກຕໍ່ຊາວອີຣານ”.

         ກະຊວງການຕ່າງປະເທດອີຣານໄດ້ອອກຖະແຫລງການປະນາມການຕັດສິນໃຈຂອງລັດຖະບານອາເມລິກາ ໂດຍລະບຸວ່າ: ຂໍ້ຈໍາກັດດັ່ງກ່າວມີເປົ້າໝາຍເປັນບຸກຄົນພຽງເພາະສັນຊາດ ແລະ ສາສະໜາເທົ່ານັ້ນ ພ້ອມກ່າວວ່າ: ນະໂຍບາຍດັ່ງກ່າວສະທ້ອນໃຫ້ເຫັນເຖິງການເລືອກປະຕິບັດ ແລະ ລະເມີດຫລັກການພື້ນຖານຂອງກົດໝາຍສາກົນ ລວມທັງຫລັກການບໍ່ເລືອກປະຕິບັດ ແລະ ການເຄົາລົບສິດທິມະນຸດ.

          ຖະແຫລງການດັ່ງກ່າວຮຽກຮ້ອງໃຫ້ສະຫະປະຊາຊາດ (UN) ແລະ ໜ່ວຍງານສິດທິມະນຸດສາກົນ ຄັດຄ້ານມາດຕະການເລືອກປະຕິບັດຝ່າຍດຽວຂອງອາເມລິກາຢ່າງເປີດເຜີຍ. ນອກຈາກນີ້ ຍັງຢືນຢັນວ່າ: ອີຣານຈະໃຊ້ທຸກວິທີທາງທີ່ມີຢູ່ເພື່ອປົກປ້ອງສິດຂອງພົນລະເມືອງ ແລະ ຕອບສະໜອງຕໍ່ຜົນທີ່ຕາມມາຈາກການກະທໍາດັ່ງກ່າວຂອງລັດຖະບານອາເມລິກາ.

         ທັງນີ້, ໃນວັນທີ 4 ມິຖຸນາ, ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ລົງນາມໃນປະກາດຫ້າມພົນລະເມືອງຈາກ 12 ປະເທດ ໄດ້ແກ່ ອັບການິດສະຖານ, ຊາດ, ຄອງໂກ, ອິເຄວທໍຣຽວກິນີ, ເອຣິເທຍ, ເຮຕິ, ອີຣານ, ລິບີ, ມຽນມາ, ໂຊມາລີ, ຊູດັງ ແລະ ເຢເມນ ເດີນທາງເຂົ້າອາເມລິກາ ໂດຍອ້າງເຖິງຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງປະເທດ ເຊິ່ງຈະມີຜົນບັງຄັບໃຊ້ໃນວັນທີ 9 ມິຖຸນານີ້.