ທ່ານ ທຣໍາ ເອີ່ຍປາກຢຸດຕິຄວາມສໍາພັນກັບ ອີລອນ ມັສ ແລ້ວ ຫລັງຈາກ ອີລອນ ມັສ ລາອອກຈາກທໍານຽບຂາວ

ໃນວັນເສົາທີ 7 ມິຖຸນາ 2025 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ຢືນຢັນກັບສໍານັກຂ່າວ NBC News ວ່າຄວາມສໍາພັນຂອງທ່ານ ທຣໍາ ກັບ ອີລອນ ມັສ ມະຫາເສດຖີດ້ານເຕັກໂນໂລຊີອັນດັບຕົ້ນໆຂອງໂລກ ໄດ້ສິ້ນສຸດລົງແລ້ວ, ພ້ອມກັບກ່າວເຕືອນບໍ່ໃຫ້ສະຫນັບສະໜູນພັກເດໂມແຄຣຕ ໃນການຕໍ່ຕ້ານພັກຣີພັບລິກັນ ຖ້າບໍ່ດັ່ງນັ້ນຈະຕ້ອງໄດ້ຮັບຜົນກະທົບທີ່ຮ້າຍແຮງ.

ທ່ານ ທຣໍາ ໃຫ້ສໍາພາດຕໍ່ສໍານັກຂ່າວ NBC News ຫລັງຈາກຖືກຖາມວ່າ: ຄວາມສໍາພັນໃກ້ຊິດລະຫວ່າງທ່ານ ທຣໍາ ກັບ ອີລອນ ມັສ ໄດ້ຈົບລົງແລ້ວຫລືບໍ່? ເຊິ່ງທ່ານ ທຣໍາໄດ້ຕອບໄປວ່າ “ຄິດວ່າໜ້າຈະແມ່ນ” ແລະ ເມື່ອຖືກຖາມຕໍ່ວ່າ ຢາກຈະຮັກສາຄວາມສໍາພັນນີ້ ຫລື ບໍ່? ທ່ານ ທຣໍາ ຕອບເລີຍວ່າ “ບໍ່” ແລະ ກ່າວຕື່ມອີກວ່າ: “ຕົນຄິດວ່າມັນເປັນສິ່ງທີ່ຂີ້ຮ້າຍຫລາຍ ເພາະລາວບໍ່ໃຫ້ຄວາມເຄົາລົບນັບຖື ແລະ ບໍ່ຄວນດູຖູກ ຫລື ບໍ່ໃຫ້ກຽດຕໍາແໜ່ງປະທານາທິບໍດີ” ພ້ອມກັບກ່າວເຕືອນ ອີລອນ ມັສ ວ່າຈະຕ້ອງພົບກັບຜົນຮ້າຍແຮງທີ່ຈະຕາມມາ ຖ້າ ມັສ ເລືອກທີ່ຈະຍ້າຍຂ້າງໄປສະໜັບສະໜູນພັກເດໂມແຄຣຕ ເພື່ອທ້າທາຍພັກຣີພັບລິກັນ ໃນການລົງມະຕິຮ່າງກົດໝາຍພາສີ ແລະ ງົບປະມານ ສະບັບໃໝ່ຂອງຕົນ ທີ່ມີຊື່ວ່າ “ຮ່າງກົດໝາຍຍິ່ງໃຫຍ່ງົດງາມ (One Big Beautiful Bill)”

ຄວາມແຕກແຍກລະຫວ່າງທ່ານ ທຣໍາ ກັບ ອີລອນ ມັສ ເກີດຂຶ້ນ ຫລັງຈາກທີ່ ອີລອນ ມັສ ໄດ້ລາອອກຈາກທໍານຽບຂາວ ແລະ ອອກມາວິພາກວິຈານຕໍ່ຮ່າງກົດໝາຍດ້ານພາສີ ແລະ ງົບປະມານສະບັບໃໝ່ຂອງທ່ານ ທຣໍາ (One Big Beautiful Bill) ມາຕະຫລອດ ຈົນມາຮອດວັນທີ 5 ມິຖຸນາ 2025 ຄວາມສໍາພັນຂອງທັນສອງກໍໄດ້ແຕກຫັກຢ່າງສົມບູນ ຫລັງຈາກທັງສອງຝ່າຍໄດ້ໂພສຕອບໂຕ້ກັນຢ່າງດຸເດືອດ.