ອິນໂດເນເຊຍເນັ້ນກໍາຈັດຄວາມທຸກຍາກຂັ້ນຮຸນແຮງໃຫ້ໝົດໄປພາຍໃນປີ 2026

ທ່ານ ອັກມັດ ມໍລານີ ເຈົ້າໜ້າທີ່ພິເສດປະຈໍາລັດຖະມົນຕີປະສານງານການສົ່ງເສີມພະລັງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ພາກລັດເຊື່ອໝັ້ນວ່າຄວາມພະຍາຍາມຫລຸດຄວາມທຸກຍາກຂັ້ນຮຸນແຮງຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທຸກຍາກຂັ້ນຮຸນແຮງຈະໝົດລົງ ຊ້າສຸດໃນປີ 2026.
ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ອັກມັດ ເຂົ້າຮ່ວມກອງປະຊຸມ ບິສນິສ ອິນໂດເນເຊຍ ຟໍຣໍາ ວ່າດ້ວຍການບັນເທົາຄວາມທຸກຍາກຜ່ານການສົ່ງເສີມພະລັງຊຸມຊົນບົນພື້ນຖານຜູ້ປະກອບການເພື່ອສັງຄົມ ກ່າວວ່າ: ພົນໂທ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ມີຄວາມຕັ້ງໃຈຈະກໍາຈັດຄວາມທຸກຍາກຂັ້ນຮຸນແຮງ ເຊິ່ງປັດຈຸບັນສົ່ງຜົນກະທົບຕໍ່ປະຊາຊົນ 3.17 ລ້ານຄົນ ໂດຍມີການອອກຄໍາສັ່ງປະທານາທິບໍດີໃນບັນຫານີ້ ຈໍານວນ 2 ສະບັບ ໃນ 6 ເດືອນຕົ້ນປີ 2025.
ລັດຖະບານອິນໂດເນເຊຍຕ້ອງການໃຫ້ຄວາມທຸກຍາກຂັ້ນຮຸນແຮງໝົດໄປຈາກປະເທດ ພາຍໃນປີ 2026 ດ້ວຍຍຸດທະສາດທາງນະໂຍບາຍຢ່າງໜ້ອຍ 3 ປະການ ໄດ້ແກ່ 1. ການຫລຸດພາສີຄ່າໃຊ້ຈ່າຍຂອງທ້ອງຖິ່ນ, 2. ການເພີ່ມລາຍໄດ້ຂອງທ້ອງຖິ່ນ, 3. ການຫລຸດຈໍານວນແຫລ່ງຄວາມທຸກຍາກ.

