IMF ຊີ້ສົງຄາມການຄ້າຊໍ້າຕື່ມຕະຫລາດເກີດໃໝ່ ໜັກກວ່າວິກິດໂຄວິດ

ທ່ານ ກິຕາ ໂກປິນາດ ຮອງກໍາມະການຜູ້ຈັດການຂອງກອງທຶນການເງິນສາກົນ (IMF) ກ່າວວ່າ: ຄວາມບໍ່ແນ່ນອນຈາກຜົນກະທົບຂອງສົງຄາມການຄ້າຈະສ້າງຄວາມຍາກລໍາບາກໃຫ້ທະນາຄານກາງໃນຕະຫລາດເກີດໃໝ່ຫລາຍກວ່າໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໃນເວລານັ້ນສາມາດໃຊ້ນະໂຍບາຍການເງິນແບບຫລຸດຜ່ອນໄດ້ຢ່າງທັນທີ.
ທ່ານ ໂກປິນາດ ໃຫ້ສໍາພາດຕໍ່ໜັງສືພິມໄຟແນນຊຽວ ທາມ (Financial Times) ວ່າ: ຜົນກະທົບຂອງມາດຕະການຂຶ້ນພາສີອາກອນທີ່ບໍ່ອາດຄາດເດົາໄດ້ນັ້ນ ກໍາລັງເພີ່ມແຮງກົດດັນຕໍ່ເສດຖະກິດກໍາລັງພັດທະນາ ແລະ ຕະຫລາດໂລກ ສົ່ງຜົນເຮັດໃຫ້ການຕັດສິນໃຈດ້ານນະໂຍບາຍການເງິນຂອງທະນາຄານກາງໃນກຸ່ມປະເທດເຫລົ່ານີ້ຍາກລໍາບາກກວ່າເກົ່າ.
ທ່ານ ໂກປິນາດ ເນັ້ນວ່າ: ເມື່ອທຽບໃສ່ສະຖານະການໃນໄລຍະວິກິດພະຍາດລະບາດ ຄວາມທ້າທາຍທີ່ເກີດຂຶ້ນໃນຮອບນີ້ຈະໜັກກວ່າເກົ່າຢ່າງຊັດເຈນ.
ທ່ານ ໂກປິນາດ ລະບຸວ່າ: ຄວາມເຄັ່ງຕຶງທາງການຄ້າ ແລະ ພາສີນໍາເຂົ້າທີ່ທະວີຄວາມຮຸນແຮງຂຶ້ນລະຫວ່າງອາເມລິກາກັບຈີນ ຈະສົ່ງຜົນກະທົບລຸກລາມໄປເຖິງເສດຖະກິດທົ່ວໂລກ.
IMF ເຕືອນໃນລາຍງານທ່າອ່ຽງເສດຖະກິດໂລກປີ 2025 ສະບັບຫລ້າສຸດວ່າ: ນະໂຍບາຍກີດກັນທາງການຄ້າທີ່ເພີ່ມຂຶ້ນຖືເປັນປັດໄຈສ່ຽງຕໍ່ການເຕີບໃຫຍ່ທາງເສດຖະກິດ.

