ທ່ານ ປູຕິນ ບໍ່ສົນ “ເສັ້ນຕາຍ” ທ່ານ ທຣໍາ ຊີ້ຜູ້ນໍາອາເມລິກາ “ຄາດຫວັງສູງເກີນໄປເອງ”

            ຜູ້ນໍາຣັດເຊຍກ່າວວ່າ: “ເສັ້ນຕາຍ” ເລື່ອງອູແກຣນຂອງປະທານາທິບໍດີອາເມລິກາມາຈາກການທີ່ອີກຝ່າຍ “ຕັ້ງຄວາມຫວັງສູງເກີນໄປເອງ”.

            ປະທານາທິບໍດີ ວະລາດິເມຍ ປູຕິນ ຜູ້ນໍາຣັດເຊຍ ກ່າວລະຫວ່າງການລົງພື້ນທີ່ທາງຕາເວັນຕົກສຽງເໜືອຂອງປະເທດ ສະແດງຄວາມຫວັງວ່າ: ການເຈລະຈາກັບອູແກຣນຈະຍັງດໍາເນີນຕໍ່ໄປ ໂດຍສ່ວນຕົວແລ້ວເບິ່ງການຫາລືຄັ້ງນີ້ໃນທາງບວກມາຕະຫລອດ.

              ຂະນະດຽວກັນ, ທ່ານ ປູຕິນ ກ່າວເຖິງ “ກະແສກົດດັນ” ແລະ “ຄວາມຄາດຫວັງ” ຈາກຝ່າຍຕາເວັນຕົກ ທີ່ເລັ່ງໃຫ້ຣັດເຊຍບັນລຸຂໍ້ຕົກລົງຢຸດຍິງໃນໄລຍະຍາວກັບອູແກຣນວ່າ: “ສໍາລັບຄວາມຜິດຫວັງທີ່ເກີດຂຶ້ນຈາກຝ່າຍໃດກໍຕາມ ເປັນຜົນຈາກຄວາມຄາດຫວັງທີ່ສູງເກີນໄປ” ເພາະຄວາມຕ້ອງການຂອງ “ຝ່າຍສັດຕູ” ມີພຽງຢ່າງດຽວຄື “ຢຸດການຮຸກຮານຂອງຣັດເຊຍໃນແນວໜ້າ ໂດຍໃຊ້ກົນລະຍຸດທຸກວິທີການ”.

             ເຖິງວ່າທ່ານ ປູຕິນ ບໍ່ໄດ້ພາດພິງບຸກຄົນໃດຢ່າງເຈາະຈົງ, ແຕ່ຮູ້ກັນດີວ່າ ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ກ່າວໃນເດືອນກໍລະກົດຜ່ານມາ ໃຫ້ເວລາຣັດເຊຍ 50 ວັນ ໃນການຢຸດສົງຄາມກັບອູແກຣນ, ແຕ່ເມື່ອບໍ່ດົນມານີ້ ປະກາດຫລຸດລົງເປັນ “10-12 ວັນ” ໂດຍໃຫ້ເຫດຜົນວ່າ: “ບໍ່ພໍໃຈ” ຕໍ່ທ່າທີຂອງຜູ້ນໍາຣັດເຊຍ.

             ທັງນີ້, ຜູ້ນໍາອາເມລິກາບໍ່ໄດ້ກ່າວວ່າ “ເສັ້ນຕາຍ” ທີ່ກໍານົດຂຶ້ນໃໝ່ຈະຄົບຕອນໃດ, ແຕ່ຫລາຍຝ່າຍຄາດຄະເນວ່າ ບໍ່ອາດເກີນວັນທີ 8 ສິງຫານີ້.