ທ່ານ ທຣໍາ ສົ່ງທະຫານ 2,000 ຄົນ ໄປລອສແອນເຈລິສ ຮັບມືເຫດປະທ້ວງ-ຈະລາຈົນຕ້ານຈັບຜູ້ອົບພະຍົບ

        ປະທານາທິບໍດີ ໂດນັລ ທຣໍາ ສົ່ງທະຫານກອງກໍາລັງພິທັກມາຕຸພູມ (National Guard) ຈໍານວນ 2,000 ຄົນ ໄປນະຄອນລອສແອນເຈລິສ ໃນລັດແຄລິຟໍເນຍ ເພື່ອຄວບຄຸມສະຖານະການ ພາຍຫລັງເກີດເຫດປະທະລະຫວ່າງກຸ່ມຜູ້ປະທ້ວງຫລາຍຮ້ອຍຄົນ ກັບເຈົ້າໜ້າທີ່ສໍານັກງານກວດຄົນເຂົ້າເມືອງ ແລະ ອາກອນແຫ່ງອາເມລິກາ (U.S. Immigration and Customs Enforcement: ICE) ນັບແຕ່ວັນທີ 6 ມິຖຸນາຜ່ານມາ ຫລັງຈາກເຈົ້າໜ້າທີ່ ICE ປະຕິບັດການບຸກຄົ້ນ ແລະ ຈັບຜູ້ອົບພະຍົບທີ່ບໍ່ມີເອກະສານໃນຫລາຍພື້ນທີ່ຂອງເມືອງ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ອົບພະຍົບຖືກຈັບຢ່າງໜ້ອຍ 118 ຄົນ.

         ການຕັດສິນໃຈສົ່ງທະຫານເຂົ້າໄປລອສແອນເຈລິສ ມີຂຶ້ນພາຍຫລັງການປະທະທະວີຄວາມຮຸນແຮງ ເຊິ່ງເຈົ້າໜ້າທີ່ໄດ້ໃຊ້ແກັສນໍ້າຕາຍິງສະຫລາຍຝູງຊົນ, ສ່ວນກຸ່ມຜູ້ປະທ້ວງດຶກສິ່ງຂອງ ແລະ ດອກໄມ້ໄຟໃສ່ເຈົ້າໜ້າທີ່ ລວມທັງຈູດໄຟເຜົາລົດ.

        ທ່ານ ເກວິນ ນິວຊໍາ ເຈົ້າຄອງລັດແຄລິຟໍເນຍ ໂພສຂໍ້ຄວາມຜ່ານ X ກ່າວວ່າ: ການຕັດສິນໃຈຂອງທ່ານ ທຣໍາ ທີ່ເຂົ້າຄວບຄຸມກອງກໍາລັງພິທັກມາຕຸພູມຂອງລັດແຄລິຟໍເນຍ ແລະ ສົ່ງທະຫານເຂົ້າໄປລອສແອນເຈລິສ ເປັນການຕັ້ງໃຈຢົ່ວຢຸໃຫ້ສະຖານະການຮຸນແຮງຂຶ້ນ.

ອ້າງອີງ: