ສປປ ເກົາຫລີ ສະແດງຈຸດຢືນຕໍ່ຂໍ້ຕົກລົງຢຸດຍິງ ໄທ-ກໍາປູເຈຍ ຫວັງອາຊຽນບັນລຸຄວາມສະຫງົບ-ຄວາມໝັ້ນຄົງທີ່ຍືນຍົງ

ໂຄສົກກະຊວງການຕ່າງປະເທດ ສປປ ເກົາຫລີ ຕອບຄໍາຖາມຂອງສໍານັກຂ່າວ KCNA ໃນວັນທີ 2 ສິງຫາ ກ່ຽວກັບຂໍ້ຕົກລົງຫລ້າສຸດລະຫວ່າງ ກໍາປູເຈຍ ແລະ ໄທ ໃນການບັງຄັບໃຊ້ການຢຸດຍິງໃນພື້ນທີ່ຄວາມຂັດແຍ່ງຕາມຊາຍແດນ ໂດຍລະບຸວ່າ: ຜູ້ນໍາກໍາປູເຈຍ ແລະ ໄທ ໄດ້ເຈລະຈາພົບປະໂດຍກົງຢູ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດຜ່ານມາ ແລະ ຕົກລົງຈະຢຸດຄວາມຂັດແຍ່ງທາງທະຫານ.
ສປປ ເກົາຫລີ ຂໍສະແດງຄວາມເຄົາລົບຕໍ່ຄວາມຈິງທີ່ວ່າ ການຢຸດຍິງລະຫວ່າງ ກໍາປູເຈຍ ແລະ ໄທ “ປະສົບຜົນສໍາເລັດ” ເນື່ອງຈາກຄວາມພະຍາຍາມອັນຮັກສັນຕິຂອງປະເທດທີ່ກ່ຽວຂ້ອງ ແລະ ອາຊຽນໃນການແກ້ໄຂບັນຫາໃນພາກພື້ນນີ້ຢ່າງສັນຕິຜ່ານການເຈລະຈາ ແລະ ການທູດ.
ສປປ ເກົາຫລີ ຫວັງວ່າ: ປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ ຈະບັນລຸຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງແບບຍືນຍົງໃນພາກພື້ນນີ້ ໂດຍຜ່ານການແກ້ໄຂຄວາມຂັດແຍ່ງ, ສ້າງຄວາມເຊື່ອໝັ້ນທາງການເມືອງທີ່ເລິກເຊິ່ງ ແລະ ສົ່ງເສີມການຮ່ວມມືທະວີພາຄີລະຫວ່າງກັນ.

