ສື່ອິດສະລາແອນເຜີຍ ທ່ານ ເນທັນຢາຮູ ກຽມແຜນຢຶດຄອງເຂດກາຊາໂດຍສົມບູນ ພາຍຫລັງການເຈລະຈາຢຸດຍິງລົ້ມເຫລວ

              ສື່ທ້ອງຖິ່ນຫລາຍສໍານັກຂອງອິດສະລາແອນ ບໍ່ວ່າຈະເປັນ i24NEWS, The Jerusalem Post, Channel 12 ແລະ Ynet ລາຍງານວ່າ: ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກຽມອະນຸມັດປະຕິບັດການທາງທະຫານ ຫວັງຢຶດຄອງເຂດກາຊາໂດຍສົມບູນ ພາຍຫລັງຄວາມພະຍາຍາມໃນການເຈລະຈາຢຸດຍິງກັບກຸ່ມຮາມັດລົ້ມເຫລວ ແລະ ຍັງບໍ່ໄດ້ຜົນທີ່ເປັນຮູບປະທໍາ ເຖິງວ່າແຜນການນີ້ອາດບໍ່ປອດໄພຕໍ່ຊີວິດຂອງຕົວປະກັນ.

              ລາຍງານເຫລົ່ານີ້ມີຂຶ້ນໃນຂະນະທີ່ທ່ານ ເນທັນຢາຮູ ກຽມຮຽກປະຊຸມຄະນະລັດຖະບານສົງຄາມໃນວັນທີ 5 ສິງຫານີ້ ເພື່ອຫາລືຂັ້ນຕໍ່ໄປຂອງປະຕິບັດການທະຫານໃນກາຊາ ເຊິ່ງໃກ້ຄົບສອງປີແລ້ວ ເຮັດໃຫ້ຫລາຍຝ່າຍເລີ່ມສະແດງຄວາມກັງວົນວ່າ: ສະຖານະການການສູ້ຮົບຢູ່ເຂດກາຊາຈະກັບມາເຄັ່ງຕຶງອີກ.

               ທ່ານ ເນທັນຢາຮູ ກໍາລັງຜະເຊີນແຮງກົດດັນລະຫວ່າງປະເທດຍິ່ງຂຶ້ນ ເພື່ອໃຫ້ເປີດທາງນໍາເອົາການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ກາຊາ ແລະ ຢຸດສົງຄາມ ພາຍຫລັງຕົວປະກັນຊາວປາແລັສຕິນເສຍຊີວິດຈາກສະພາບຂາດສານອາຫານ ແລະ ການໂຈມຕີຂອງອິດສະລາແອນສູງຂຶ້ນເລື້ອຍໆ.

             ສ່ວນກະຊວງການຕ່າງປະເທດປາແລັສຕິນປະນາມແຜນການດັ່ງກ່າວ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກແຊກແຊງໂດຍຮີບດ່ວນ ເພື່ອປ້ອງກັນບໍ່ໃຫ້ແຜນນີ້ຖືກນໍາໄປປະຕິບັດ ບໍ່ວ່າຈະເປັນການກົດດັນ, ການທົດລອງປະຕິກິລິຍາຂອງປະຊາຄົມໂລກ ຫລື ເປັນເຈດຕະນາທີ່ຈິງຈັງ.

            ທ່ານ ເນທັນຢາຮູ ຢືນຢັນເປົ້າໝາຍສົງຄາມເກົ່າ ເຊິ່ງລວມທັງການກໍາຈັດກຸ່ມຮາມັດ ແລະ ຊ່ວຍເຫລືອຕົວປະກັນທີ່ເຫລືອທັງໝົດ. ທ່ານຍັງລະບຸວ່າ: ອິດສະລາແອນຕ້ອງລວມພະລັງຕໍ່ສູ້ຢ່າງຕໍ່ເນື່ອງ ເພື່ອບັນລຸເປົ້າໝາຍຄື: ການເອົາຊະນະສັດຕູ, ຊ່ວຍເຫລືອຕົວປະກັນຂອງເຮົາ ແລະ ເຮັດໃຫ້ກາຊາບໍ່ອາດເປັນໄພຕໍ່ອິດສະລາແອນໄດ້ອີກຕໍ່ໄປ.

             ທ່ານ ໂອຊາມາ ຮໍາດານ ເຈົ້າໜ້າທີ່ອາວຸໂສຂອງຮາມັດ ກ່າວໂຈມຕີອາເມລິກາວ່າ: ອາເມລິກາ ແລະ ປະເທດຕາເວັນຕົກເມີນເສີຍຕໍ່ຄວາມໂຫດຮ້າຍຂອງອິດສະລາແອນ ແລະ ກ່າວວ່າ: ລັດຖະບານ ເນທັນຢາຮູ ຕ້ອງຮັບຜິດຊອບຕໍ່ຊີວິດຕົວປະກັນ ເພາະຄວາມດື້, ຄວາມອວດດີ ແລະ ການຫລີກລ່ຽງຂໍ້ຕົກລົງຢຸດຍິງ ຕະຫລອດຈົນການເຮັດສົງຄາມຂ້າລ້າງເຜົ່າພັນ ແລະ ເຮັດໃຫ້ປະຊາຊົນອຶດຫິວ.

            ທາງການອິດສະລາແອນເຊື່ອວ່າ: ຍັງມີຕົວປະກັນອີກ 49 ຄົນທີ່ຖືກຮາມັດກັກຕົວໄວ້ ແລະ ໃນຈໍານວນນີ້ 27 ຄົນມີຄວາມເປັນໄປໄດ້ວ່າອາດເສຍຊີວິດແລ້ວ.

ອ້າງອີງ: