ປັກກິ່ງເຕືອນໄພພາຍຸຝົນລະດັບສູງສຸດ ແນະນໍາປະຊາຊົນລະວັງນໍ້າຖ້ວມ-ດິນເຈື່ອນ

ນະຄອນຫລວງປັກກິ່ງປະກາດຍົກລະດັບເຕືອນໄພພາຍຸຝົນໃນວັນທີ 4 ສິງຫານີ້ ຫລັງຈາກຝົນຕົກໜັກຖະຫລົ່ມເມືອງຫລວງຂອງຈີນໃນອາທິດຜ່ານມາ.
ສໍານັກຂ່າວຊິນຮົວລາຍງານວ່າ: ເວລາ 13:00 ໂມງ ຕາມເວລາທ້ອງຖິ່ນ ກົມອຸຕຸນິຍົມວິທະຍານະຄອນຫລວງປັກກິ່ງໄດ້ອອກປະກາດເຕືອນໄພພາຍຸຝົນລະດັບສີແດງ ເຊິ່ງເປັນລະດັບສູງສຸດໃນລະບົບເຕືອນໄພສະພາບອາກາດ 4 ລະດັບຂອງຈີນ ແລະ ພະຍາກອນວ່າຈະມີຝົນຕົກໜັກທົ່ວເມືອງນັບແຕ່ຕອນທ່ຽງວັນທີ 4 ສິງຫາຈົນເຖິງເຊົ້າວັນທີ 5 ສິງຫາ ໂດຍຄາດວ່າພື້ນທີ່ສ່ວນຫລາຍຂອງເມືອງຫລວງຈະມີປະລິມານນໍ້າຝົນຫລາຍກວ່າ 100ມມ ພາຍໃນ 6 ຊົ່ວໂມງ ແລະ ບາງພື້ນທີ່ອາດມີປະລິມານນໍ້າຝົນຫລາຍກວ່າ 200ມມ.
ຂະນະດຽວກັນ, ກົມອຸຕຸນິຍົມວິທະຍາ ແລະ ນໍ້າປະປານະຄອນຫລວງປັກກິ່ງ ໄດ້ຮ່ວມກັນປະກາດເຕືອນໄພນໍ້າຖ້ວມໃນຫລາຍເຂດຂອງນະຄອນຫລວງປັກກິ່ງ, ພ້ອມເຕືອນວ່າມີພື້ນທີ່ພູໃນຫລາຍເຂດມີຄວາມສ່ຽງສູງຈະເກີດນໍ້າຖ້ວມກະທັນຫັນ, ດິນສະໄຫລ ແລະ ດິນເຈື່ອນ.
ນະຄອນຫລວງປັກກິ່ງແນະນໍາໃຫ້ປະຊາຊົນຫາບ່ອນຫລົບໄພໃນໄລຍະເກີດພາຍຸຝົນຟ້າຄະນອງ, ຫລີກລ່ຽງການຂັບຂີ່ລົດຕາມທ້ອງຖະໜົນທີ່ຖືກນໍ້າຖ້ວມ ລວມທັງຫລີກລ່ຽງພື້ນທີ່ເທິງພູ ແລະ ແມ່ນໍ້າ.
ສ່ວນເທສະບານນະຄອນທຽນຈິນທີ່ຢູ່ໃກ້ຄຽງໄດ້ອອກປະກາດເຕືອນໄພລະດັບສີເຫລືອງ ໃນເວລາ 10:40 ໂມງ ຕາມເວລາທ້ອງຖິ່ນ ໂດຍຄາດຄະເນວ່າຈະມີຝົນຕົກໜັກ ແລະ ລົມແຮງໃນຕອນຄໍ່າເຖິງກາງຄືນຂອງວັນທີ 4 ສິງຫາ.
ທັງນີ້, ພາຍຸຝົນຟ້າຄະນອງຮຸນແຮງໃນນະຄອນຫລວງປັກກິ່ງໃນອາທິດຜ່ານມາ ມີຜູ້ເສຍຊີວິດ 44 ຄົນ ແລະ ສົ່ງຜົນກະທົບຕໍ່ປະຊາຊົນ 300,000 ກວ່າຄົນ. ຂະນະທີ່ມີເຮືອນເສຍຫາຍປະມານ 24,000 ຫລັງ.

