ຍີ່ປຸ່ນເດີນໜ້າສູ່ສັງຄົມໄຮ້ເງິນສົດ ຂະນະ BOJ ເລັ່ງພັດທະນາລະບົບຊໍາລະເງິນດິຈີຕອນ

          ເຖິງວ່າຍີ່ປຸ່ນຍັງມີການໃຊ້ທະນະບັດໃນລະດັບສູງ, ແຕ່ທະນາຄານກາງຍີ່ປຸ່ນ (BOJ) ປະເມີນວ່າ: ທ່າອ່ຽງການໃຊ້ທະນະບັດອາດຫລຸດລົງຫລາຍໃນອະນາຄົດ ເນື່ອງຈາກກະແສດິຈີຕອນທີ່ຂະຫຍາຍຕົວຢ່າງວ່ອງໄວ ເຊິ່ງການປ່ຽນແປງນີ້ສົ່ງຜົນເຮັດໃຫ້ BOJ ຕ້ອງເລັ່ງວາງແຜນ ແລະ ພັດທະນາລະບົບການຊໍາລະເງິນໃຫ້ທັນສະໄໝ ແລະ ພ້ອມຮອງຮັບສະພາບສັງຄົມໃໝ່.

          BOJ ກໍາລັງພິຈາລະນາແນວທາງການອອກສະກຸນເງິນດິຈີຕອນຂອງທະນາຄານກາງ (CBDC) ໂດຍໄດ້ເລີ່ມໂຄງການຕົວແບບມາແຕ່ປີ 2023 ພ້ອມທັງມີການຫາລືຮ່ວມກັບພາກເອກະຊົນ ແລະ ລັດຖະບານ ເພື່ອອອກແບບໂຄງສ້າງ ແລະ ກົນໄກຂອງລະບົບການເງິນໃໝ່ນີ້.

         ທ່າອ່ຽງການຊໍາລະເງິນແບບໄຮ້ເງິນສົດໃນຍີ່ປຸ່ນເພີ່ມຂຶ້ນຢ່າງຊັດເຈນ ໂດຍຈາກຂໍ້ມູນຂອງລັດຖະບານລະບຸວ່າ: ໃນປີ 2024 ອັດຕາການຊໍາລະເງິນແບບໄຮ້ເງິນສົດເພີ່ມຂຶ້ນເປັນ 42.8% ຈາກ 13.2% ໃນປີ 2010 ເຊິ່ງຖືວ່າໄວກວ່າເປົ້າໝາຍທີ່ຕັ້ງໄວ້ 40% ເຖິງໜຶ່ງປີ.

         ເຖິງວ່າຍີ່ປຸ່ນຖືເປັນປະເທດທີ່ຊ້າກວ່າຫລາຍປະເທດໃນດ້ານເຕັກໂນໂລຊີການຊໍາລະເງິນ, ແຕ່ການເຕີບໃຫຍ່ຂອງການໃຊ້ຈ່າຍຜ່ານລະບົບດິຈີຕອນເຮັດໃຫ້ຜູ້ກໍານົດນະໂຍບາຍຕ້ອງເນັ້ນໜັກ ແລະ ປັບຕົວ ເພື່ອໃຫ້ລະບົບການຊໍາລະເງິນມີຄວາມສະດວກ, ມີປະສິດທິພາບ, ເຂົ້າເຖິງໄດ້ງ່າຍ ແລະ ປອດໄພໃນໄລຍະຍາວ.

         ເຈົ້າໜ້າທີ່ລະດັບສູງຂອງ BOJ ເບິ່ງວ່າ: CBDC ມີປະສິດທິພາບຈະກາຍເປັນໂຄງລ່າງພື້ນຖານສໍາຄັນຂອງລະບົບການເງິນໃນອະນາຄົດຂອງຍີ່ປຸ່ນ. ເຖິງຢ່າງໃດກໍຕາມ, BOJ ຍັງບໍ່ຄາດວ່າຄວາມຕ້ອງການໃຊ້ເງິນສົດໃນປະເທດຈະໝົດໄປໃນໄວໆນີ້.