ຫວຽດນາມເລັ່ງຄວບຄຸມພະຍາດ ASF ພາຍຫລັງຈໍານວນໝູຕິດເຊື້ອສູງເຖິງ 1 ແສນໂຕ

ຫວຽດນາມກໍາລັງຜະເຊີນການລະບາດຂອງພະຍາດອະຫິວາໝູ (ASF) ທີ່ເພີ່ມຂຶ້ນຢ່າງວ່ອງໄວ ໂດຍໜັງສືພິມ Tien Phong ຂອງລັດຖະບານລາຍງານວ່າ: ຈໍານວນໝູທີ່ຕິດເຊື້ອເພີ່ມຂຶ້ນຫລາຍກວ່າ 3 ເທົ່າໃນໄລຍະເວລາພຽງສອງອາທິດ ຈາກ 30,000 ໂຕ ເພີ່ມຂຶ້ນເປັນ 100,000 ກວ່າໂຕ ເຊິ່ງໝູເຫລົ່ານີ້ຕາຍ ຫລື ຖືກທໍາລາຍຖິ້ມ.
ຂໍ້ມູນຈາກກະຊວງກະສິກໍາຂອງຫວຽດນາມລະບຸວ່າ: ນັບແຕ່ຕົ້ນປີຈົນຮອດປັດຈຸບັນ ມີການກວດພົບການລະບາດຂອງພະຍາດ ASF ແລ້ວ 972 ຄັ້ງ ເພີ່ມຂຶ້ນຈາກ 514 ຄັ້ງທີ່ລາຍງານໃນກາງເດືອນກໍລະກົດ.
ປະທານສະມາຄົມລ້ຽງສັດຫວຽດນາມເປີດເຜີຍວ່າ: ພະຍາດ ASF ໄດ້ແຜ່ກະຈາຍເປັນວົງກວ້າງໄປທົ່ວປະເທດ ແລະ ບໍ່ມີແຂວງໃດປອດໄພ ສົ່ງຜົນກະທົບຮຸນແຮງຕໍ່ອຸດສາຫະກໍາການລ້ຽງໝູ ໂດຍສະເພາະການຈັດຫາໝູເພື່ອບໍລິໂພກ.
ການລະບາດໃນເດືອນຜ່ານມາເຮັດໃຫ້ນາຍົກລັດຖະມົນຕີ ຟາມ ມິງ ຈິງ ຕ້ອງອອກຄໍາສັ່ງໃຫ້ທຸກແຂວງ ແລະ ໜ່ວຍງານຂອງລັດດໍາເນີນມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ ໂດຍລັດຖະບານເຕືອນວ່າ: ພະຍາດນີ້ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງອາຫານຂອງປະເທດ.
ພະຍາດ ASF ໄດ້ສ້າງຄວາມເສຍຫາຍຕໍ່ຕະຫລາດຊີ້ນໝູທົ່ວໂລກຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະການລະບາດໃຫຍ່ລະຫວ່າງປີ 2018-2019 ທີ່ປະເທດຈີນຕ້ອງສູນເສຍໝູຫລາຍກວ່າເຄິ່ງໜຶ່ງຂອງຈໍານວນປະຊາກອນໝູທັງໝົດ ຄິດເປັນມູນຄ່າເສຍຫາຍຫລາຍກວ່າ 1 ແສນລ້ານໂດລາ.
ເຖິງວ່າຫວຽດນາມຈະເປັນປະເທດທໍາອິດທີ່ພັດທະນາວັກຊີນພະຍາດ ASF ແລະ ເລີ່ມໃຊ້ໃນທາງການຄ້ານັບແຕ່ປີ 2023, ແຕ່ເຈົ້າໜ້າທີ່ເປີດເຜີຍວ່າ: ອັດຕາການສັກວັກຊີນຍັງຕໍ່າ ເນື່ອງຈາກປະຊາຊົນກັງວົນເລື່ອງຕົ້ນທຶນ ແລະ ປະສິດທິພາບຂອງວັກຊີນ. ຂະນະທີ່ປະທານສະມາຄົມລ້ຽງສັດຫວຽດນາມເນັ້ນວ່າ: ວັກຊີນເປັນພຽງເຄື່ອງມືເສີມເທົ່ານັ້ນ ແລະ ບໍ່ສາມາດທົດແທນມາດຕະການປ້ອງກັນພື້ນຖານໄດ້.
ບໍລິສັດ AVAC Vietnam JSC ເຊິ່ງເປັນຜູ້ຜະລິດວັກຊີນຕົ້ນຕໍຂອງຫວຽດນາມລະບຸໃນເດືອນມິຖຸນາວ່າ: ບໍລິສັດໄດ້ຈໍາໜ່າຍວັກຊີນຈໍານວນ 3 ລ້ານໂດສພາຍໃນປະເທດ ແລະ ສົ່ງອອກອີກ 600,000 ໂດສໄປປະເທດຕ່າງໆເຊັ່ນ: ຟີລິບປິນ ແລະ ອິນໂດເນເຊຍ.

