ຝຣັ່ງເລັ່ງຫ້າມເດັກອາຍຸຕໍ່າກວ່າ 15 ປີໃຊ້ໂຊຊຽວ ຫວັງປາບປາມຄວາມຮຸນແຮງໃນສະຖາບັນການສຶກສາ

ຝຣັ່ງມີແຜນຫ້າມເດັກອາຍຸຕໍ່າກວ່າ 15 ປີ ນໍາໃຊ້ໂຊຊຽວມີເດຍ ແລະ ຫ້າມຮ້ານຄ້າຂາຍມີດໃຫ້ເຍົາວະຊົນ ພາຍຫລັງເກີດເຫດເດັກນ້ອຍຜູ້ຊາຍອາຍຸ 14 ປີ ແທງຄູຜູ້ຊ່ວຍເສຍຊີວິດ ຂະນະຖືກກວດກະເປົາຕາມກົດຂອງໂຮງຮຽນໃນເມືອງໂນໝ໊ອງ ທາງຕາເວັນອອກຂອງປະເທດ.
ປະທານາທິບໍດີ ເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ກ່າວວ່າ: ລັດຖະບານກຽມສະເໜີການຫ້າມນໍາໃຊ້ໂຊຊຽວມີເດຍໃນເດັກອາຍຸຕໍ່າກວ່າ 15 ປີ ແລະ ເນັ້ນວ່າ: ແພກຟອມຕ່າງໆຕ້ອງສາມາດກວດສອບອາຍຸຜູ້ໃຊ້ໄດ້, ແຕ່ຖ້າບໍ່ມີຄວາມຄືບໜ້າໃດໆ ລັດຖະບານຈະດໍາເນີນງານດ້ວຍຕົນເອງ.
ທ່ານ ຟຣອງຊົວ ເບຣູ ນາຍົກລັດຖະມົນຕີຝຣັ່ງ ກ່າວວ່າ: ຝຣັ່ງຈະບັງຄັບໃຊ້ກົດໝາຍ ຫ້າມຂາຍມີດໃຫ້ເຍົາວະຊົນ ໃນອີກ 2 ອາທິດ ແລະ ມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ທັນທີ ເຊິ່ງຈະຄວບຄຸມມີດທຸກຊະນິດທີ່ສາມາດໃຊ້ເປັນອາວຸດໄດ້. ຂະນະດຽວກັນ ໄດ້ມີການຮຽກຮ້ອງໃຫ້ໃຊ້ເຄື່ອງກວດໂລຫະໃນໂຮງຮຽນ.
ທ່ານ ເອລິຊາເບ ບອນ ລັດຖະມົນຕີກະຊວງສຶກສາທິການຂອງຝຣັ່ງ ຂໍໃຫ້ມີການຢືນໄວ້ອາໄລ 1 ນາທີ ຢູ່ໂຮງຮຽນທຸກແຫ່ງຂອງປະເທດ ໃນຕອນທ່ຽງຂອງວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ເພື່ອລະນຶກເຖິງຄູຜູ້ຊ່ວຍ ເຊິ່ງເສຍຊີວິດຈາກເຫດການສະເທືອນຂວັນດັ່ງກ່າວ ແລະ ຢືນຢັນວ່າ: ນາງເປີດຮັບທຸກແນວຄິດທີ່ຈະຊ່ວຍເພີ່ມຄວາມປອດໄພພາຍໃນສະຖາບັນການສຶກສາ, ແຕ່ເຕືອນວ່າ: ເຄື່ອງກວດໂລຫະບໍ່ສາມາດກວດຫາໃບມີດເຊລາມິກໄດ້.

