ຄາລິຟໍເນຍ ຍື່ນຟ້ອງ ທຣໍາ ໃຊ້ອໍານາດເກີນຂອບເຂດ ກໍລະນີທີ່ສົ່ງທະຫານປາບປາມຜູ້ປະທ້ວງໃນ LA

ສໍານັກຂ່າວ NBC News ລາຍງານວັນທີ 10 ມິຖຸນາ 2025, ທ່ານ ຣັອບ ບອນຕາ ໄອຍະການສູງສຸດແຫ່ງລັດ ຄາລິຟໍເນຍ ຮ່ວມກັບ ແກວິນ ນິວຊໍາ ຜູ້ວ່າການລັດແຄລິຟໍເນຍ ໄດ້ຍື່ນຟ້ອງລັດຖະບານ ທ່ານ ໂດນັລ ທຣໍາ ກໍລະນີສົ່ງກໍາລັງທະຫານປ້ອງກັນຊາດຈໍານວນຫລາຍຮ້ອຍຄົນ ເຂົ້າຄວບຄຸມສະຖານະການ ຜູ້ປະທ້ວງ ໃນ ລອສແອງເຈີລິສ ໂດຍບໍ່ໄດ້ຮັບອະນຸຍາດ.

ໄອຍະການສູງສຸດກ່າວວ່າ: ການສົ່ງກອງກໍາລັງດັ່ງກ່າວຂອງທ່ານ ທຣໍາ “ລະເມີດບົດບາດຂອງຜູ້ວ່າການລັດດັ່ງກ່າວ, ນິວຊໍາ ໃນຖານະຜູ້ບັນຊາການທະຫານສູງສຸດຂອງກອງກໍາລັງປ້ອງກັນຊາດແຫ່ງລັດ ແລະ ລະເມີດສິດທິອະທິປະໄຕຂອງລັດ ຄາລິຟໍເນຍ ໃນການຄວບຄຸມ ແລະ ໃຫ້ກອງກໍາລັງປ້ອງກັນຊາດປະຕິບັດງານ ໃນກໍລະນີຫາກບໍ່ມີການຮຽກຮ້ອງອໍານາດຈາກລັດຖະບານກາງຢ່າງຖືກຕ້ອງຕາມກົດໝາຍ”

ໃນຂະນະທີ່ປະທານາທິບໍດີ ໂດນັລ ທຣໍາ ອອກມາປົກປ້ອງການຕັດສິນໃຈ ໃນການສົ່ງກອງກໍາລັງປ້ອງກັນຊາດໄປ ລອສແອນເຈີລິສ ທ່າມກາງສຽງວິພາກວິຈານຈາກເຈົ້າໜ້າທີ່ຂອງລັດແຄລິຟໍເນຍກໍຕາມ. ແຕ່ ທ່ານ ທຣໍາ ຍັງຢືນຢັນວ່າ ພ້ອມທີ່ຈະຈັບກຸມຕົວ ຜູ້ວ່າການລັດແຄລິຟໍເນຍ ທ່າມກາງການປະທ້ວງສະໜັບສະໜູນຜູ້ອົບພະຍົບໃນລັດດັ່ງກ່າວ ຈົນເຮັດໃຫ້ປະທານາທິບໍດີຕ້ອງສົ່ງກອງກໍາລັງປ້ອງກັນຊາດເຂົ້າປະຈໍາການ.

ເຊິ່ງເມື່ອວັນເສົາ ທີ 7 ມິຖຸນານີ້ ທ່ານ ທອມ ໂຮແມນ ຜູ້ຄວບຄຸມດູແລຊາຍແດນຂອງລັດຖະບານ ຂົ່ມຂູ່ວ່າ ຈະຈັບກຸມໃຜກໍຕາມທີ່ຂັດຂວາງຄວາມພະຍາຍາມບັງຄັບໃຊ້ກົດໝາຍກວດຄົນເຂົ້າເມືອງໃນລັດ ລວມທັງ ທ່ານ ນິວຊໍາ ແລະ ທ່ານ ຄາເຣນ ບາສ ເຈົ້າຄອງນະຄອນລອສແອນເຈີລິສ.

ແນວໃດກໍຕາມ, ສະຖານະການໃນນະຄອນລອສແອນເຈີລິສ ໄດ້ເລີ່ມຜ່ອນຄາຍລົງແລ້ວ.