ຮາມັດປະຕິເສດຈະປົດອາວຸດ ຈົນກວ່າຈະມີການຕັ້ງລັດປາແລັສຕິນ

ກຸ່ມຮາມັດໄດ້ຢືນຢັນອີກເທື່ອໜຶ່ງວ່າ: ພວກເຂົາຈະບໍ່ຍອມປົດອາວຸດ ຍົກເວັ້ນແຕ່ຈະມີການຕັ້ງລັດປາແລັສຕິນທີ່ເປັນອິດສະລະ ແລະ ມີອໍານາດອະທິປະໄຕ ເຊິ່ງເປັນການຕອບໂຕ້ຕໍ່ໜຶ່ງໃນ “ຂໍ້ຮຍກຮ້ອງຫລັກ” ຂອງອິດສະລາແອນໃນການຫາລືກ່ຽວກັບການຢຸດຍິງໃນກາຊາ.
ກຸ່ມຕິດອາວຸດປາແລັສຕິນກ່າວວ່າ: ຕົນກໍາລັງຕອບສະໜອງຕໍ່ຄໍາເວົ້າທີ່ພວກເຂົາເຊື່ອວ່າເປັນຂອງທ່ານ ສຕິບ ວິດຄອບ ຜູ້ແທນພິເສດຕາເວັນອອກກາງຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເຊິ່ງລະບຸວ່າຮາມັດ “ສະແດງຄວາມເຕັມໃຈ” ທີ່ຈະວາງອາວຸດ.
ອິດສະລາແອນຖືວ່າ: “ການປົດອາວຸດຮາມັດ” ເປັນໜຶ່ງໃນຫລາຍເງື່ອນໄຂສໍາຄັນສໍາລັບຂໍ້ຕົກລົງໃດໆ ເພື່ອຢຸດຄວາມຂັດແຍ່ງ. ຂະນະທີ່ການເຈລະຈາໂດຍອ້ອມລະຫວ່າງອິດສະລາແອນກັບຮາມັດ ເພື່ອໃຫ້ໄດ້ຂໍ້ຢຸດຍິງ ແລະ ປ່ອຍຕົວປະກັນຢຸດສະງັກໃນອາທິດຜ່ານມາ.
ໃນໄລຍະມໍ່ໆມານີ້, ລັດຖະບານອາຣັບໄດ້ເລັ່ງຮາມັດໃຫ້ປົດອາວຸດ ແລະ ຍອມມອບການຄວບຄຸມກາຊາ ຫລັງຈາກຫລາຍປະເທດໃນຕາເວັນຕົກ ລວມທັງຝຣັ່ງ ແລະ ການາດາ ໄດ້ປະກາດແຜນຮັບຮອງລັດປາແລັສຕິນ. ຂະນະທີ່ອັງກິດລະບຸວ່າ: ຈະເຮັດເຊັ່ນດຽວກັນ ຖ້າອິດສະລາແອນບໍ່ປະຕິບັດຕາມເງື່ອນໄຂບາງປະການພາຍໃນເດືອນກັນຍານີ້.
ຮາມັດ ຍັງກ່າວໃນຖະແຫລງການວ່າ: ພວກເຂົາບໍ່ສາມາດປະຖິ້ມສິດໃນການ “ຕໍ່ຕ້ານ ແລະ ອາວຸດຂອງຕົນ” ໄດ້ ຍົກເວັ້ນແຕ່ຈະມີການຈັດຕັ້ງ “ລັດປາແລັສຕິນອິດສະລະທີ່ມີອໍານາດອະທິປະໄຕເຕັມຮູບແບບ ໂດຍມີເຢຣູຊາເລັມເປັນເມືອງຫລວງ”.
ຕົວເລກຫລ້າສຸດຈາກສະຫະປະຊາຊາດລະບຸວ່າ: ມີຊາວປາແລັສຕິນຢ່າງໜ້ອຍ 1,373 ຄົນ ຖືກສັງຫານ ຂະນະທີ່ພະຍາຍາມຫາອາຫານ ແລະ ລໍຖ້າຮັບການຊ່ວຍເຫລືອນັບແຕ່ທ້າຍເດືອນພຶດສະພາ ໂດຍສະຫະປະຊາຊາດລະບຸວ່າ: ຜູ້ເສຍຊີວິດສ່ວນຫລາຍຖືກກອງທັບອິດສະລາແອນຍິງເສຍຊີວິດໃກ້ຈຸດແຈກຢາຍອາຫານຂອງມູນນິທິຊ່ວຍເຫລືອມະນຸດຂອງກາຊາທີ່ໄດ້ຮັບການສະໜັບສະໜູນຈາກອິດສະລາແອນ ແລະ ອາເມລິກາ.
ສ່ວນອິດສະລາແອນອ້າງວ່າ: ຮາມັດປຸນປັ່ນຄວາມວຸ້ນວາຍໃກ້ຈຸດເຫລົ່ານັ້ນ ແລະ ລະບຸວ່າ: ກອງກໍາລັງຂອງຕົນບໍ່ໄດ້ຕັ້ງໃຈຍິງປະຊາຊົນພົນລະເຮືອນກອງທັບອິດສະລາແອນເລີ່ມປະຕິບັດຢູ່ກາຊາຕອບໂຕ້ການໂຈມຕີໂດຍຮາມັດທີ່ນຳພາການໂຈມຕີທາງພາກໃຕ້ຂອງອິດສະລາແອນໃນວັນທີ 7 ຕຸລາ 2023 ເຊິ່ງມີຜູ້ເສຍຊີວິດປະມານ 1,200 ຄົນ ແລະ ອີກ 251 ຄົນຖືກຈັບເປັນຕົວປະກັນ.
ຈາກຂໍ້ມູນຂອງກະຊວງສາທາລະນະສຸກທີ່ບໍລິຫານໂດຍຮາມັດລາຍງານວ່າ: ນັບແຕ່ສົງຄາມເລີ່ມຂຶ້ນໃນປີ 2023 ມີຜູ້ເສຍຊີວິດຫລາຍກວ່າ 60,000 ຄົນຢູ່ກາຊາ ແລະ ມີຜູ້ເສຍຊີວິດ 169 ຄົນ ລວມທັງເດັກນ້ອຍ 93 ຄົນ ເສຍຊີວິດຈາກສະພາບຂາດສານອາຫານ ແລະ ມີທ່າອ່ຽງເພີ່ມສູງຂຶ້ນອີກ.
ອ້າງອີງ:

