ປະທ້ວງຢູ່ລອນແອສເຈລິສຍັງເຄັ່ງຕຶງ ຫລ້າສຸດປະກາດເຄີຟິວ ທາງການລັກເທັກຊັສສົ່ງກໍາລັງທະຫານຮັບມືການປະທ້ວງ

ທາງການອາເມລິກາຍົກລະດັບມາດຕະການຄວບຄຸມຄວາມສະຫງົບ ພາຍຫລັງເກີດກະແສການປະທ້ວງຕໍ່ຕ້ານນະໂຍບາຍກວດຄົນເຂົ້າເມືອງຂອງລັດຖະບານ ທຣໍາ ໃນຫລາຍເມືອງທົ່ວປະເທດ ໂດຍນະຄອນລອນແອນເຈລິສປະກາດໃຊ້ເຄີຟິວໃນບາງພື້ນທີ່. ຂະນະທີ່ລັດເທັກຊັສສົ່ງກອງກໍາລັງພິທັກແຫ່ງຊາດເຂົ້າປະຈໍາການລ່ວງໜ້າ.
ທ່ານ ຄາເຣນ ບາສ ເຈົ້າເມືອງລອນແອນເຈລິສ ລະບຸວ່າ: ເຄີຟິວຄວບຄຸມພື້ນທີ່ປະມານ 1 ຕາແມັດໃນເຂດໃຈກາງເມືອງ ເຊິ່ງເປັນຈຸດຫລັກຂອງການຊຸມນຸມ ໂດຍມີຜົນນັບແຕ່ເວລາ 20:00-06:00 ໂມງ ຕາມເວລາປາຊີຟິກ ແລະ ອາດມີຜົນຕໍ່ເນື່ອງອີກຫລາຍວັນ ຄາດວ່າຈະກະທົບປະຊາຊົນປະມານ 100,000 ຄົນຈາກຈໍານວນປະຊາກອນທັງໝົດ 4 ລ້ານກວ່າຄົນ.
ກົມຕໍາຫລວດນະຄອນລອສແອນເຈລິສ (LAPD) ຖະແຫລງວ່າ: ໄດ້ດໍາເນີນການຈັບກຸມຜູ້ປະທ້ວງຫລາຍສິບຄົນໃນຄືນວັນທີ 10 ມິຖຸນາ ໂດຍລະບຸວ່າ: ມີການລວມຕົວໂດຍຜິດກົດໝາຍ ແລະ ປະຕິເສດຄໍາສັ່ງສະຫລາຍການຊຸມນຸມ. ທັງນີ້ ໄລຍະ 4 ວັນຜ່ານມາ ມີຜູ້ຖືກຈັບກຸມແລ້ວຢ່າງໜ້ອຍ 378 ຄົນ.
ທ່ານ ເກຣ໊ກ ແອບບອດ ເຈົ້າຄອງລັດເທັກຊັສ ປະກາດສົ່ງກໍາລັງຈາກກອງກໍາລັງພິທັກແຫ່ງຊາດ (Texas National Guard) ໄປຫລາຍພື້ນທີ່ທົ່ວລັດ ເພື່ອກຽມຮັບມືການຊຸມນຸມໃນອາທິດນີ້ ໜຶ່ງໃນນັ້ນຄືການປະທ້ວງໃນຊື່ No Kings ທີ່ມີກໍານົດຈັດຂຶ້ນໃນວັນທີ 14 ມິຖຸນານີ້ ຢູ່ເມືອງຊານອັນໂຕນິໂອ.
ຂະນະດຽວກັນ ການປະທ້ວງບັນຫາດຽວກັນໄດ້ແຜ່ກະຈາຍໄປຫລາຍເມືອງໃຫຍ່ ລວມທັງນິວຢອກ, ຊິຄາໂກ, ຊີແອດເທິລ, ເດນເວີ, ຊານຟຣານຊິສໂກ ແລະ ແອດແລນຕາ ໂດຍມີຈຸດຮ່ວມໃນການຕໍ່ຕ້ານ ສໍານັກງານກວດຄົນເຂົ້າເມືອງ ແລະ ອາກອນ (ICE) ທີ່ກໍາລັງເລັ່ງປະຕິບັດການຈັບກຸມ ເພື່ອໃຫ້ບັນລຸເປົ້າໝາຍຕາມນະໂຍບາຍຂອງທໍານຽບຂາວ.
ການປະທ້ວງເລີ່ມຂຶ້ນໃນວັນທີ 6 ມິຖຸນາ ພາຍຫລັງ ICE ລົງພື້ນທີ່ຈັບແຮງງານຫລາຍສິບຄົນໃນສະຖານທີ່ເຮັດວຽກ ໂດຍເຈົ້າເມືອງ ບາສ ເປີດເຜີຍໃນວັນທີ 9 ມິຖຸນາວ່າ: ທາງການທ້ອງຖິ່ນບໍ່ໄດ້ຮັບແຈ້ງລ່ວງໜ້າຈາກ ICE ແລະ ບໍ່ສາມາດປະເມີນໄດ້ວ່າຈະມີການບຸກຈັບເພີ່ມອີກ ຫລື ບໍ່.
ສະຖານະການຫລ້າສຸດຍັງນໍາໄປສູ່ຄວາມຂັດແຍ່ງທາງການເມືອງລະຫວ່າງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ແລະ ທ່ານ ກາວິນ ນິວຊໍາ ເຈົ້າຂອງລັດແຄລິຟໍເນຍ ໂດຍທ່ານ ນິວຊໍາ ກ່າວຫາວ່າລັດຖະບານກາງກໍາລັງບັນທອນປະຊາທິປະໄຕຜ່ານການເນລະເທດແບບໄຮ້ຂອບເຂດ ແລະ ໃຊ້ກໍາລັງທະຫານກັບປະຊາຊົນ. ທ່ານ ທຣໍາ ໂຕ້ກັບວ່າ: ໄດ້ເຈລະຈາກັບທ່ານ ນິວຊໍາ ທາງໂທລະສັບໃນວັນທີ 9 ມິຖຸນາ, ແຕ່ທ່ານ ນິວຊໍາ ປະຕິເສດ ໂດຍຢືນຢັນວ່າ: ທັງສອງຝ່າຍບໍ່ໄດ້ສົນທະນາກັນນັບແຕ່ວັນທີ 6 ມິຖຸນາ.
ສະຖານະການໃນຫລາຍເມືອງຍັງເຄັ່ງຕຶງ. ຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນ ແລະ ປະຊາຊົນຮຽກຮ້ອງໃຫ້ລັດຖະບານກາງມີຄວາມໂປ່ງໃສ ແລະ ທົບທວນວິທີການດໍາເນີນນະໂຍບາຍກວດຄົນເຂົ້າເມືອງໃນໄລຍະຍາວ.

