ອາເມລິກາ ສັ່ງອົບພະຍົບນັກການທູດ-ຄອບຄົວທະຫານ ອອກຈາກບາງປະເທດໃນຕາເວັນອອກກາງ ພາຍຫລັງອີຣານ-ອິດສະລາແອນເຄັ່ງຕຶງ

         ລັດຖະບານອາເມລິກາເລີ່ມຖອນນັກການທູດ ແລະ ຄອບຄົວທະຫານທີ່ບໍ່ຈໍາເປັນອອກຈາກບາງປະເທດໃນຕາເວັນອອກກາງ ເພື່ອຮັບມືຄວາມສ່ຽງ ແລະ ຄວາມກັງວົນດ້ານຄວາມປອດໄພ ໂດຍຄາດວ່າມີສາເຫດເຊື່ອມໂຍງຈາກຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະລາແອນທີ່ເພີ່ມຂຶ້ນໃນໄລຍະນີ້.

         ປະກາດດັ່ງກ່າວທີ່ເຜີຍແຜ່ໃນວັນທີ 11 ມິຖຸນາ ລະບຸເຖິງການອົບພະຍົບຕາມຄໍາສັ່ງ ຫລື ຕາມຄວາມສະໝັກໃຈ ໂດຍຄວບຄຸມສະຖານທູດ ແລະ ຖານທັບອາເມລິກາໃນອີຣັກ, ບາເຣນ, ກູເວດ ແລະ ສະຖານກົງສຸນອາເມລິກາໃນເມືອງເອີບິລ ພາກພື້ນເຄີດິດສະຖານຂອງອີຣັກ.

         ທາງການອາເມລິກາບໍ່ລະບຸເຫດຜົນຊັດເຈນໃນການສັ່ງອົບພະຍົບຢ່າງກະທັນຫັນນີ້, ແຕ່ເຈົ້າໜ້າທີ່ກະຊວງປ້ອງກັນປະເທດເປີດເຜີຍວ່າ: ກອງບັນຊາການກາງຂອງອາເມລິກາກໍາລັງເຝົ້າຕິດຕາມຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນຕາເວັນອອກກາງ ແລະ ເນັ້ນເຖິງຄວາມຈໍາເປັນໃນການໃຫ້ຄວາມສໍາຄັນຕໍ່ຄວາມປອດໄພຂອງສະມາຊິກກອງທັບ ແລະ ຄອບຄົວ.

          ສ່ວນປະທານາທິບໍດີ ໂດນັລ ທຣໍາ ໃຫ້ສໍາພາດຕໍ່ນັກຂ່າວ ໂດຍຊີ້ວ່າຄໍາສັ່ງອົບພະຍົບມີຂຶ້ນເນື່ອງຈາກສະຖານທີ່ດັ່ງກ່າວເປັນອັນຕະລາຍ.

          ແຜນອົບພະຍົບດັ່ງກ່າວເກີດຂຶ້ນໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງອີຣານ ແລະ ອິດສະລາແອນທະວີຄວາມຮຸນແຮງຂຶ້ນເມື່ອມໍ່ໆນີ້. ຂະນະທີ່ການເຈລະຈາຂໍ້ຕົກລົງນິວເຄຼຍລະຫວ່າງລັດຖະບານ ທຣໍາ ກັບອີຣານຢຸດສະງັກລົງ ໂດຍທ່ານ ທຣໍາ ກ່າວວ່າ: ທ່ານມີຄວາມໝັ້ນໃຈໜ້ອຍລົງໃນການບັນລຸຂໍ້ຕົກລົງນິວເຄຼຍກັບອີຣານ ແລະ ເຕືອນວ່າທາງເລືອກອື່ນຂອງຂໍ້ຕົກລົງອາດເປັນຄວາມຂັດແຍ່ງ.

         ເຊິ່ງທ່ານ ອາຊິດ ນາຊີຊາເດ (Aziz Nasirzadeh) ລັດຖະມົນຕີກະຊວງປ້ອງກັນປະເທດອີຣານ ຕອບໂຕ້ກັບ ໂດຍຂູ່ວ່າຈະໂຈມຕີຖານທັບອາເມລິກາໃນພາກພື້ນ ຖ້າຄວາມພະຍາຍາມເຈລະຈາຂໍ້ຕົກລົງນິວເຄຼຍລົ້ມເຫລວ ແລະ ເກີດການໂຈມຕີທາງທະຫານຕໍ່ອີຣານ.

ອ້າງອີງ: