ທ່ານ ທຣໍາ ສົ່ງທະຫານອີກ 2,000 ຄົນ ທະຫານເຮືອ 700 ຄົນ ຮັບມືການປະທ້ວງໃຫຍ່ LA

          ກະຊວງປ້ອງກັນປະເທດອາເມລິກາ ເປີດເຜີຍວ່າ: ປະທານາທິບໍດີ ໂດນັລ ທຣໍາ ໄດ້ສັ່ງໃຫ້ສົ່ງທະຫານກອງກໍາລັງພິທັກມາຕຸພູມອີກ 2,000 ຄົນໄປນະຄອນລອນແອນເຈລິສ ລັດແຄລິຟໍເນຍ ເພື່ອຮັບມືສະຖານະການປະທ້ວງ ແລະ ເຫດຈະລາຈົນຕໍ່ຕ້ານການຈັບກຸມຜູ້ອົບພະຍົບຂອງເຈົ້າໜ້າທີ່ສໍານັກງານກວດຄົນເຂົ້າເມືອງ (ICE) ທີ່ຍືດເຍື້ອເຂົ້າສູ່ວັນທີ 4.

        ຂະນະທີ່ກອງບັນຊາການພາກເໜືອຂອງອາເມລິກາ (United Stated Northern Command: USNORTHCOM) ຍັງໄດ້ສົ່ງທະຫານເຮືອ 700 ຄົນ ໄປລອສແອນເຈລິສ ເພື່ອຊ່ວຍຄຸ້ມຄອງເຈົ້າໜ້າທີ່ ແລະ ຊັບສິນຂອງລັດ.

        ການເຄື່ອນໄຫວຂອງທ່ານ ທຣໍາ ມີຂຶ້ນຫລັງຈາກທາງການລັດແຄລິຟໍເນຍໄດ້ຍື່ນຟ້ອງລັດຖະບານກາງອາເມລິກາ ໂດຍຂໍໃຫ້ຜູ້ພິພາກສາປະກາດໃຫ້ການສົ່ງທະຫານກອງກໍາລັງພິທັກມາຕຸພູມເຂົ້າຮັບມືການປະທ້ວງໃນລອນແອສເຈລິສ ເປັນສິ່ງທີ່ຂັດຕໍ່ລັດຖະທໍາມະນູນ ແລະ ຂໍໃຫ້ສານຢັບຢັ້ງການດໍາເນີນງານດັ່ງກ່າວອີກໃນອະນາຄົດ.

         ທ່ານ ເກວິນ ນິວຊໍາ ເຈົ້າຄອງລັດແຄລິຟໍເນຍ ກ່າວວ່າ: ຈະສົ່ງກໍາລັງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງລັດ ແລະ ທ້ອງຖິ່ນໄປລອນແອນເຈລິສເພີ່ມອີກ 800 ກວ່າຄົນ ເພື່ອຮັບປະກັນຄວາມປອດໄພຂອງປະຊາຊົນ.

        ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ທ່ານສະໜັບສະໜູນຂໍ້ສະເໜີຂອງທ່ານ ທອມ ໂຮແມນ ຜູ້ອໍານວຍການ ICE ທີ່ໃຫ້ຈັບທ່ານ ນິວຊໍາ ໃນຂໍ້ຫາຂັດຂວາງມາດຕະການບັງຄັບໃຊ້ກົດໝາຍກວດຄົນເຂົ້າເມືອງຂອງລັດຖະບານກາງ.

         ສໍາລັບສະຖານະການຢູ່ລອນແອສເຈລິສຫລ້າສຸດ ຍັງເຕັມໄປດ້ວຍຄວາມວຸ້ນວາຍ ໂດຍມີຝູງຊົນໄປລວມກັນປະທ້ວງຢູ່ໜ້າອາຄານລັດຖະບານກາງໃນເຂດໃຈກາງເມືອງ ເພື່ອຮຽກຮ້ອງໃຫ້ປ່ອຍຕົວຜູ້ອົບພະຍົບກວ່າຮ້ອຍຄົນທີ່ເຈົ້າໜ້າທີ່ຈັບ ແລະ ກັກຂັງໄວ້ ເຊິ່ງໃນຈໍານວນນີ້ລວມທັງທ່ານ ເດວິດ ຮົວຕາ ຜູ້ນໍາສະຫະພາບແຮງງານລັດແຄລິຟໍເນຍ.

        ນອກຈາກນີ້, ການປະທ້ວງຕໍ່ຕ້ານການຈັບຜູ້ອົບພະຍົບຂອງເຈົ້າໜ້າທີ່ ICE ຍັງແຜ່ກະຈາຍໄປໃນຫລາຍເມືອງເຊັ່ນ: ຊານຟຣານຊິສໂກ, ນິວຢອກ, ຟໍຣິດາ, ບອສຕັນ ແລະ ຮິວສຕັນ.

        ໂດຍຢູ່ຊານຟຣານຊິສໂກ ມີຜູ້ປະທ້ວງ 100 ກວ່າຄົນ ຖືກຈັບໃນການຊຸມນຸມວັນທີ 8 ມິຖຸນາຜ່ານມາ.

ອ້າງອີງ: