ນະຄອນຫລວງຮ່າໂນ້ຍພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 150 ຄົນ ພາຍໃນອາທິດດຽວ

         ໜ່ວຍງານສາທາລະນະສຸກໃນເມືອງຫລວງຂອງຫວຽດນາມ ຢືນຢັນຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 150 ຄົນ ໃນຮອບອາທິດຜ່ານມາ.

         ສໍານັກງານສາທາລະນະສຸກນະຄອນຫລວງຮ່າໂນ້ຍ ຂອງຫວຽດນາມ ຢືນຢັນການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 150 ຄົນ ລະຫວ່າງວັນທີ 30 ພຶດສະພາ – 6 ມິຖຸນາຜ່ານມາ ເຊິ່ງຫລຸດລົງຈາກອາທິດກ່ອນໜ້ານັ້ນເລັກໜ້ອຍ.

         ທັງນີ້, ນະຄອນຫລວງຮ່າໂນ້ຍພົບຜູ້ຕິດເຊື້ອ 558 ຄົນ ນັບແຕ່ຕົ້ນປີນີ້ ຫລຸດລົງ 109 ຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ໂດຍສູນຄວບຄຸມພະຍາດນະຄອນຫລວງຮ່າໂນ້ຍຮຽກຮ້ອງໃຫ້ໜ່ວຍງານທ້ອງຖິ່ນເພີ່ມການປະຊາສໍາພັນ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນກ່ຽວກັບພະຍາດໂຄວິດ-19 ແລະ ພະຍາດຕາມລະດູການອື່ນໆ.