EU ເລື່ອນເກັບພາສີຕອບໂຕ້ອາເມລິກາ 6 ເດືອນ ປູທາງເຈລະຈາການຄ້າເພີ່ມ ຫລັງບັນລຸຂໍ້ຕົກລົງເບື້ອງຕົ້ນ

ສະຫະພາບເອີຣົບ (EU) ປະກາດໃນວັນທີ 4 ສິງຫາວ່າ: ຈະຢຸດແຜນຂຶ້ນພາສີຕອບໂຕ້ສິນຄ້າອາເມລິກາເປັນເວລາ 6 ເດືອນ ເຊິ່ງເຄີຍມີຜົນບັງຄັບໃຊ້ໃນວັນທີ 7 ສິງຫານີ້ ເພື່ອເປີດໂອກາດໃຫ້ທັງສອງຝ່າຍເຈລະຈາຕົກລົງຖະແຫລງການຮ່ວມດ້ານການຄ້າ ຫລັງຈາກຜູ້ນໍາທັງສອງຝ່າຍບັນລຸຂໍ້ຕົກລົງເບື້ອງຕົ້ນໃນວັນທີ 27 ກໍລະກົດ.
ໂຄສົກດ້ານການຄ້າຂອງ EU ລະບຸໃນຖະແຫລງການວ່າ: ຂໍ້ຕົກລົງນີ້ຖືເປັນການຟື້ນຟູສະຖຽນລະພາບ ແລະ ຄວາມແນ່ນອນໃຫ້ປະຊາຊົນ ແລະ ຂະແໜງທຸລະກິດທັງສອງຝາກຝັ່ງມະຫາສະໝຸດອັດລັງຕິກ. ພ້ອມເນັ້ນວ່າ: EU ຍັງເດີນໜ້າຮ່ວມມືກັບອາເມລິກາ ເພື່ອເຮັດຖະແຫລງການຮ່ວມຕາມທີ່ຕົກລົງກັນໄວ້ ແລະ ໃນລະຫວ່າງນີ້ EU ຈະເລື່ອນການໃຊ້ມາດຕະການຕອບໂຕ້ອອກໄປອີກ 6 ເດືອນ.
ລາຍງານລະບຸວ່າ: ການຕັດສິນໃຈເລື່ອນມາດຕະການດັ່ງກ່າວສະທ້ອນເຖິງຄວາມພະຍາຍາມປານີປານອມຈາກສະຫະພາບເອີຣົບ ຫລັງການເຈລະຈາລະຫວ່າງທັງສອງຝ່າຍດໍາເນີນໄປຫລາຍອາທິດ.
ກ່ອນໜ້ານີ້, ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ຫາກໍປະກາດບັນລຸຂໍ້ຕົກລົງການຄ້າສະລັບໃໝ່ກັບ EU ເຊິ່ງລວມທັງການເກັບພາສີສິນຄ້ານໍາເຂົ້າຈາກ EU ໃນອັດຕາ 15% ໃນຫລາຍລາຍການ ລວມຍານພາຫະນະ. ຂະນະທີ່ EU ຈະຍົກເລີກພາສີສິນຄ້າສົ່ງອອກຈາກອາເມລິກາຫລາຍລາຍການ ໂດຍສະເພາະສິນຄ້າອຸດສາຫະກໍາ.
ທ່ານ ທຣໍາ ຍັງລະບຸອີກວ່າ: EU ຕົກລົງຈະຈັດຊື້ພະລັງງານຈາກອາເມລິກາ ມູນຄ່າ 7.5 ແສນລ້ານໂດລາ ແລະ ເພີ່ມການລົງທຶນໃນອາເມລິກາອີກ 6 ແສນລ້ານໂດລາ ຈາກລະດັບປັດຈຸບັນ. ເຖິງຢ່າງໃດກໍຕາມ, ຍັງບໍ່ມີລາຍລະອຽດແນ່ນອນວ່າໃຜຈະເປັນຜູ້ລົງທຶນ ແລະ ການລົງທຶນເຫລົ່ານັ້ນຈະເກີດຂຶ້ນແນວໃດ ເນື່ອງຈາກ EU ບໍ່ມີອໍານາດບັງຄັບພາກເອກະຊົນໃຫ້ຈັດຊື້ສິນຄ້າຈາກອາເມລິກາໂດຍກົງ.

