ທ່ານນາຍົກເນັ້ນວ່າ ສື່ມວນຊົນຕ້ອງຮັບປະກັນ 4 ລັກສະຕົ້ນຕໍ
ໂດຍ: ຜາຕຸງ ທ່ານສອນໄຊສີພັນດອນ ນາຍົກລັດຖະມົນຕີກ່າງໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ75ປີ ໃນວັນທີ 13 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນວ່າ: ໃນສະພາບພາຍໃນປະເທດເຮົາກຳລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານນັ້ນໃນຕໍ່ໜ້າ ວຽກງາານສື່ມວນຊົນຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ,ເຜີນແຜ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກງາານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໄດ້ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກໍຄືສະພາບຜັນແປຂອງໂລກ…










