ສື່ມວນຊົນລາວເຕີບໃຫຍ່ຂະຫຍາຍຕົວຕາມຍຸກຕາມສະໄໝ

ໂດຍ: ທິດກໍ່າ
ວັນທີ 13 ສິງຫາ ເປັນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ມາຮອດປີນີ້ແມ່ນມີອາຍຸຄົບຮອບ 75 ປີ (13/08/1950 – 13/08/2025). ຕະຫລອດໄລຍະ 75 ປີ ສື່ມວນຊົນລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕາມຍຸກຕາມສະໄໝ ເວົ້າໄດ້ວ່ານັບແຕ່ມື້ປະກາດສ້າງຕັ້ງວັນສື່ມວນຊົນລາວໄດ້ມີການເຕີບໃຫຍ່ຂະຫຍາຍຕົວຕາມຍຸກຕາມສະໄໝ, ເວົ້າໄດ້ວ່ານັບແຕ່ມື້ປະກາດສ້າງຕັ້ງວັນສື່ມວນຊົນໃນວັນທີ 13 ສິງຫາ 1950 ເປັນຕົ້ນມາ ສື່ມວນຊົນ ແລະ ການພິມຈໍາໜ່າຍໄດ້ຜ່ານພົ້ນ ແລະ ພັດທະນາຕົນເອງມາໄດ້ສອງໄລຍະຄື: ໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດທີ່ເຂົ້າມາຮຸກຮານ, ສ່ວນໄລຍະທີສອງກໍແມ່ນໄລຍະສ້າງສາພັດທະນາປະເທດຊາດ ແນ່ນອນໃນສອງໄລຍະນີ້ມັນກໍມີບົດບາດໜ້າທີ່ແຕກຕ່າງກັນ. ຕົວຢ່າງໃນສະໄໝສົງຄາມ ພະນັກງານສື່ມວນຊົນທຸກສະຫາຍແມ່ນເປັນທັງນັກຮົບ, ເປັນທັງນັກສື່ມວນຊົນ, ເປັນທັງກະບອກສຽງຕີຕ້ານສັດຕູ, ຮັບໃຊ້ຊາດ, ຮັບໃຊ້ການປະຕິວັດຢ່າງເດັດດ່ຽວໜຽວແໜ້ນ ແລະ ຂ້ຽວຂາດ.
ໃນໄລຍະນັ້ນເຄື່ອງມືໃນການຮັບໃຊ້ກໍມີຈໍາກັດ, ວິທະຍຸຂອງແນວລາວຮັກຊາດ, ໂຮງພິມຈໍາໜ່າຍກໍມີແຕ່ພຽງແນວລະແຫ່ງ, ແຕ່ບັນດານັກຮົບສື່ມວນຊົນປະຕິວັດກໍສາມາດເຮັດຫລ້ອນໜ້າທີ່ຕາມພາລະກິດປະຕິວັດ ກໍຄືການຈັດຕັ້ງໄດ້ມອບໝາຍໃຫ້ ເປັນຕົ້ນວິທະຍຸໄດ້ເປັນກະບອກສຽງອັນແຫລມຄົມເພື່ອຕີຕ້ານເລ່ຫລ່ຽມກົນອຸບາຍຂອງສັດຕູໃນແຕ່ລະໄລຍະ, ໜັງສືພິມຂອງແນວລາວຮັກຊາດກໍກາຍເປັນສື່ສິ່ງພິມອັນສັກສິດທີ່ນໍາເອົາຂໍ້ມູນຂ່າວສານ ກໍຄືໝາກຜົນຂອງການຕໍ່ສູ້ເຂົ້າເຖິງກໍາລັງປະຕິວັດໃນທຸກກົມກອງ ແລະ ທຸກຂົງເຂດເປົ້າໝາຍຂອງການປະຕິວັດ. ຕໍ່ໝາກຜົນທີ່ໄດ້ມານັ້ນ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ປະກາດສ້າງຕັ້ງຊື່ປະເທດໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໄຊຊະນະອັນຍິ່ງໃຫຍ່ຄັ້ງປະຫວັດສາດດັ່ງກ່າວ, ຖືວ່າສື່ມວນຊົນກໍໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດນັບແຕ່ມື້ເລີ່ມຕົ້ນຈົນຮອດມື້ໄດ້ຮັບໄຊຊະນະຢ່າງສົມບູນແບບໃນທົ່ວປະເທດ.
ພໍຕົກມາໃນຍຸກສ້າງສາພັດທະນາປະເທດຊາດ ສື່ມວນຊົນລາວຍິ່ງມີບົດບາດອັນສໍາຄັນ, ມີໜ້າທີ່ໜັກໜ່ວງກວ້າງຂວາງຫລາຍກວ່າເກົ່າ ຍ້ອນວ່າຍຸກນີ້ເປັນຍຸກພັດທະນາເຊື່ອມໂຍງທີ່ກ້າວໄກ, ເປັນຍຸກເຕັກໂນໂລຊີດິຈີຕອນ, ປະລິມານ ແລະ ຄຸນນະພາບຂອງສື່ກໍມີອັນເພີ່ມຂຶ້ນ, ນັກສື່ມວນຊົນກໍເພີ່ມຂຶ້ນ, ທັກສະຄວາມສາມາດຂອງນັກສື່ມວນຊົນກໍຕ້ອງເກັ່ງໃນດ້ານວິຊາສະເພາະ, ຈໍານວນສະຖານີໂທລະພາບ ນັບທັງຂອງລັດຂອງເອກະຊົນກໍເພີ່ມຂຶ້ນເກືອບ 20 ແຫ່ງ, ສະຖານີວິທະຍຸເກືອບ 20 ກວ່າແຫ່ງໃນທົ່ວປະເທດ. ນອກນັ້ນ ກໍມີສື່ສິ່ງພິມຂອງລັດ ແລະ ເອກະຊົນຈໍານວນຫລວງຫລາຍໃນທົ່ວປະເທດ. ອັນໂດດເດັ່ນທີ່ສຸດໃນຍຸກປັດຈຸບັນກໍແມ່ນສື່ອອນລາຍຂອງລັດ, ຂອງບຸກຄົນ, ນິຕິບຸກຄົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂຶ້ນຢ່າງຫລວງຫລາຍ ທັງວ່ອງໄວທັນໃຈຕໍ່ຜູ້ບໍລິໂພກໃນແຕ່ລະວັນ. ຕໍ່ການເຕີບໃຫຍ່ຂະຫຍາຍຕົວຕາມຍຸກຕາມສະໄໝຂອງສື່ມວນຊົນ ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນໃນການສ້າງສາພັດທະນາທີ່ກ້າວກະໂດດຂອງປະເທດຊາດບ້ານເມືອງໃນຍຸກປັດຈຸບັນ.
ເຖິງຢ່າງໃດກໍດີ, ອີງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ການປ່ຽນແປງຂອງຍຸກສະໄໝໃນສະພາບປັດຈຸບັນ ແລະ ອະນາຄົດ ມັນຮຽກຮ້ອງໃຫ້ນັກສື່ມວນຊົນລາວທຸກຄົນຕ້ອງໄດ້ພັດທະນາຕົນເອງໃຫ້ທັນກັບສະພາບການປ່ຽນແປງຂອງໂລກ ແລະ ຂອງຍຸກສະໄໝ. ຖ້າບໍ່ດັ່ງນັ້ນ ຖານະບົດບາດຂອງສື່ເຮົາຈະຖືກຕີຖອຍເມີນເສີຍ ແລະ ເຫີນຫ່າງຈາກຜູ້ບໍລິໂພກ ຍ້ອນສື່ບໍ່ມີການພັດທະນາທີ່ກ້າວໄປຕາມຍຸກຕາມສະໄໝ.

