ກິລາບານເຕະ ຂອງເຍົາວະຊົນ ສ້າງຄວາມພາກພູມໃຈໃຫ້ຄົນທັງຊາດໂດຍ: ຜາຕຸງ

ກິລາບານເຕະ ຂອງເຍົາວະຊົນ ສ້າງຄວາມພາກພູມໃຈໃຫ້ຄົນທັງຊາດໂດຍ: ຜາຕຸງ

ໃນທີ່ສຸດຄວາມຍິ່ງໃຫຍ່ໃນວົງການກິລາບານເຕະລາວ ໂດຍສະເພາະ ແມ່ນ ລະດັບເຍົາວະຊົນ ກໍຜະຫງາດ ສຽງດັງກ້ອງໄປທົ່ວສະໜາມ ເບນຟິກ້າ ຂອງປະເທດປອກຕຸຍການ ເທົ່ານັ້ນຍັງບໍ່ພໍ ຍັງເຮັດໃຫ້ຊາວໂລກຮັບຮູ້ ເຖິງຄວາມເກັ່ງກ້າສາມາດຂອງ ລູກຫຼານລາວ ລູກຫຼານພະຍາ ນາຄາ ດັງກຶກກ້ອງໃນລະດັບເວທີສາກົນ ເຮັດໃຫ້ຊາວໂລກຮູ້ເຖິງກຽດສັກສີ ແລະ ຊື່ສຽງຂອງລາວພົ້ນເດັ່ນຂຶ້ນໃນເວທີ ພາກພື້ນ ແລະສາກົນດ້ວຍການເກັບໄຊະຊະນະຈາກ…

ມົນລະພິດ ຈາກບໍ່ແຮ່ – ໄດ້ບໍ່ກຸ້ມເສຍ

ມົນລະພິດ ຈາກບໍ່ແຮ່ – ໄດ້ບໍ່ກຸ້ມເສຍ

ໂດຍ: ມຶກບໍ່ແຫ້ງ ບໍ່ແຮ່ແມ່ນຂະແໜງການສຳຄັນ ຍູ້ດັນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ແຕ່ພວກເຮົາ ໄດ້ພົບພໍ້ກັບບັນຫາ ເລື້ອຍມາ ທີ່ວ່າແຫຼ່ງນໍ້າເປັນພິດ ຂ້າຊີວິດປະຊາຊົນ ແລະລະບົບນິເວດ ຍ້ອນການຂຸດຄົ້ນບໍ່ແຮ່, ຈະແກ້ໄຂແນວໃດ? ຍ້ອນເຫດຜົນທີ່ຈຳເປັນໃນການພັດທະນາ ບວກໃສ່ທ່າແຮງຂອງປະເທດເຮົາທີ່ມີບໍ່ແຮ່ປະເພດ ຕ່າງໆ ເຊັ່ນ ຄຳ, ທອງແດງ, ແຮ່ຫາຍາກ…

ຫຼັກການ 5 ປ. ຄືສິ່ງຈຳເປັນການກຳຈັດແຫຼ່ງແພ່ພັນຂອງຍຸງລາຍ ຕົວການນຳເຊື້ອພະຍາດ

ຫຼັກການ 5 ປ. ຄືສິ່ງຈຳເປັນການກຳຈັດແຫຼ່ງແພ່ພັນຂອງຍຸງລາຍ ຕົວການນຳເຊື້ອພະຍາດ

ໂດຍ: ຜາຕຸງ ເຮົາເຄີຍໄດ້ຍິນ ແລະ ໄດ້ຟັງຈົນເກືອບລຶ້ງຫູແລ້ວ ກັບຄຳເວົ້ທີ່ວ່າ: “ຍຸງລາຍ ຮ້າຍກວ່າເສືອ ແຕ່ລະປີ ບໍ່ມີຄົນຕາຍຍ້ອນຖືກເສືອກັດ ແຕ່ຍຸງລາຍພັດກັດຄົນໃຫ້ຕາຍປີລະຫຼາຍຄົນ”  ເຊິ່ງປັດຈຸບັນ ຍັງບໍ່ທັນມີວັກຊີນຊະນິດໃດທີ່ຈະມາປິ່ນປົວໃຫ້ຫາຍຂາດຈາກພະຍາດນີ້ໄດ້ເທື່ອ ສ່ວນຫຼາຍແລ້ວກາານປິ່ນປົວຂອງແພດໝໍກໍຈະປິ່ນປົວໄປຕາມອາການເທົ່ານັ້ນ, ພະຍາດໄຂ້ຍຸງລາຍຈະລະບາດຫຼາຍໃນລະດູຝົນເຊິ່ງເປັນໄລຍະທີ່ມີນ້ຳຫົ້ງນ້ຳຄ້າງຕາມສິ່ງເສດເຫຼືອຕ່າງໆ ເຊັ່ນ ກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ບໍ່ໃຊ້ແລ້ວ ຖິ້ມປະຢູ່ຕາມກາງບ້ານຮ້ານຫຍ້າ…

ຫັນນະໂຍບາຍຊຸກຍູ້ ແລະ ສົ່ງເສີມການກໍ່ສ້າງສ້ອມແປງທາງ ໄລຍະໃໝ່ໃຫ້ກາຍເປັນໜ້າທີ່ພັນທະຂອງທຸກພາກສ່ວນ

ຫັນນະໂຍບາຍຊຸກຍູ້ ແລະ ສົ່ງເສີມການກໍ່ສ້າງສ້ອມແປງທາງ ໄລຍະໃໝ່ໃຫ້ກາຍເປັນໜ້າທີ່ພັນທະຂອງທຸກພາກສ່ວນ

ໂດຍ: ຜາຕຸງ ບັນຫານະໂຍບາຍຊຸກຍູ້ ແລະ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ໄດ້ກາຍເປັນບັນຫາທີ່ພົ້ນເດັ່ນແລະ ຟົດເດືອດໃນການປະກອບຄຳເຫັນຂອງ ສະມາຊິກສະພາແຫ່ງຊາດຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫງຊາດຊຸທີ IX ທີ່ດຳເນີນໄປໃນວັນທີ 12ມິຖຸນາ 2025. ການປະກອບຄຳເຫັນຂອງ ສສຊ ໄດ້ສຸມໃສ່ບັນຫາທີ່ພົ້ນເດັ່ນທີ່ພົວພັນເຖິງນະໂຍບາຍເປັນຕົ້ນການຫຼຸດຜ່ອນອັດຕາພາສີອາກອນນຳເຂົ້າວັດສະດຸກໍ່ສ້າງແລະກົນຈັກ, ຄ່າຊັບພະຍາກອນທຳມະຊາດ ແລະ…

ເລັ່ງພັດທະນາການທ່ອງທ່ຽວໃຫ້ເປັນອຸດສາຫະກໍາຍືນຍົງຂອງປະເທດ

ເລັ່ງພັດທະນາການທ່ອງທ່ຽວໃຫ້ເປັນອຸດສາຫະກໍາຍືນຍົງຂອງປະເທດ

ໂດຍ: ທິດກໍ່າ ມາຮອດປັດຈຸບັນ ເຫັນວ່າຂະແໜງການທ່ອງທ່ຽວຂອງປະເທດເຮົານັບມື້ເຕີບໃຫຍ່ສົດໃສ ແລະ ຂະຫຍາຍຕົວເປັນໄລຍະໆ ແນ່ນອນໃນອະນາຄົດຕ້ອງກາຍເປັນອຸດສາຫະກໍາໜຶ່ງໃນການສ້າງແຫລ່ງລາຍຮັບຢ່າງມະຫາສານໃຫ້ປະເທດຊາດ. ຈາກການລາຍງານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດປີທ່ອງທ່ຽວລາວໃນປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ…

ປະທານໄກສອນ ກ່າວໄວ້ວ່າ: “ການຈັດຕັ້ງປະຕິບັດ ເປັນທັງສາດ ແລະ ສິນ ບໍ່ສິ້ນເປືອງແຕ່ໄດ້ຄຸນນະພາບ”

ປະທານໄກສອນ ກ່າວໄວ້ວ່າ: “ການຈັດຕັ້ງປະຕິບັດ ເປັນທັງສາດ ແລະ ສິນ ບໍ່ສິ້ນເປືອງແຕ່ໄດ້ຄຸນນະພາບ”

ໂດຍ: ທິດດີ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນໄປເປັນເວລາ 14 ວັນ (9-26 ມິຖຸນາ 2025) ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ແບ່ງອອກເປັນມະຕິ 15 ສະບັບ ໃນນັ້ນມີ ປັບປຸງ ແລະ ສ້າງໃໝ່ກົດໝາຍ…

ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ຈະນຳເອົາຜົນປະໂຫຍດ ອັນໃຫຍ່ຫຼວງມາສູ່ພວກເຮົາ

ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ຈະນຳເອົາຜົນປະໂຫຍດ ອັນໃຫຍ່ຫຼວງມາສູ່ພວກເຮົາ

ໂດຍ: ຜາຕຸງ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາຫຼາຍບັນຫາທີ່ພົວພັນເຖິງຜົນໄດ້ຜົນເສຍຂອງປະເທດຊາດບ້ານເມືອງ ພົວພັນເຖິງການດຳລົງຊີວິດຂອງປະຊາຊົນຢ່າງແທ້ຈິງ ເປັນຕົ້ນທີ່ພວກເຮົາເຫັນແລະຮັບຮູ້ໄດ້ນັ້ນແມ່ນການຄົ້ນຄວ້າພິຈາລະນາເຖິງເສດຖະກິດຂອງປະເທດ, ແຜນການພັດທະນາໃນຕໍ່ໜ້າເພື່ອນຳເອົາປະເທດຊາດໃຫ້ຜ່ານພົ້ນບັນຫາຕ່າງໆໄປໄດ້ດ້ວຍດີ ຮັບປະກັນເຖິງການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ.​ ສະພາແຫ່ງຊາດໄດ້ພິຈາລະນາຄົ້ນຄວ້າ ສ້າງຮ່າງກົດໝາຍດ້ານຕ່າງໆອອກມາຫຼາຍສະບັບເພື່ອສ້າງເປັນເຄື່ອງມືໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ໃຫ້ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ,​ ເປັນລັດທີ່ປົກຄອງດ້ວຍກົດໝາຍ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນ  ຊຶ່ງໜຶ່ງໃນບັນດາຮ່າງກົດໝາຍທີ່ສ້າງອອກມາໃໝ່ ແມ່ນຮ່າງ…

ສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວ ເຖິງຄາວຕ້ອງຄົ້ນຄວ້າພິຈາລະນາຄືນ

ສະຫງວນອາຊີບໄວ້ໃຫ້ພົນລະເມືອງລາວ ເຖິງຄາວຕ້ອງຄົ້ນຄວ້າພິຈາລະນາຄືນ

ໂດຍ: ຜາຕຸງ ອາຊີບສະຫງວນໄວ້ໃຫ້ພົນລະເມືອງລາວ ເປັນບຸລິມະສິດໜຶ່ງສົ່ງເສີມວຽກເຮັດງານທຳໃຫ້ຄົນພາຍໃນຊາດ ທັງເປັນການສ້າງເສດຖະກິດຄອບຄົວ ແລະ ເສດຖະກິດຂອງຊາດໃຫ້ຈະເລີນຮຸ່ງເຮືອງ ເຊິ່ງອາຊີບສະຫງວນເຫລົ່ານັ້ນຕ້ອງໄດ້ຮັບການຄຸ້ມຄອງ ແລະ ເອົາໃຈໃສ່ກວດກາຢ່າງເຂັມງວດ ກໍລະນີຫາກມີການລະເມີດກໍຈະຕ້ອງຖືກປັບໃໝໃສ່ລະບຽບຕາມກົດໝາຍ ແຕ່ກໍໜ້າຄິດສົງໄສວ່າຢູ່ໃນລາວເຮົາມີຫລາຍອາຊີບທີ່ຖືກຊາວຕ່າງຊາດຍາດໄປ ແລ້ວຖືກປ່ອຍປະລະເລີຍ ອັນນີ້ກໍໜ້າຄິດຕື່ມວ່າຍ້ອນຫຍັງຈຶ່ງເປັນແນວນັ້ນ ຍ້ອນຄົນເຮົາບໍ່ຢາກເຮັດອາຊີບທີ່ສະຫງວນ ຫລື ອາຊີບສະຫງວນຖືກຍາດກັນແທ້. ຕາມແຈ້ງການຂອງ ກະຊວງອຸດສາຫະກໍາ ແລະ…

ລາຄາໄຟຟ້າບັນຫາສັງຄົມ ຖືກຍົກສູ່ສະພາແຫ່ງຊາດ ເພື່ອພິຈາລະນາມາດຕະການແກ້ໄຂ

ລາຄາໄຟຟ້າບັນຫາສັງຄົມ ຖືກຍົກສູ່ສະພາແຫ່ງຊາດ ເພື່ອພິຈາລະນາມາດຕະການແກ້ໄຂ

ໂດຍ: ທິດກໍ່າ ລາວເຮົາໄດ້ກາຍເປັນຜູ້ສົ່ງອອກໄຟຟ້າລາຍໃຫຍ່ໃນຂົງເຂດອາຊຽນ ແມ່ນໜຶ່ງໃນໝາກຜົນແຫ່ງອຸດົມການຂອງປະທານ ໄກສອນ ພົມວິຫານ ໃນສະໄໝເພິ່ນເປັນນາຍົກລັດຖະມົນຕີຄົນທໍາອິດຂອງ ສປປ ລາວ ເພາະທິດກໍ່າເຄີຍໄດ້ຟັງ ແລະ ໄດ້ຍິນຄໍາຄິດເຫັນຂອງເພິ່ນ ທັງວົງແຄບ ແລະ ວົງກວ້າງ ໃນເວລານັ້ນ ແມ່ນຫລັງຈາກປະເທດຊາດຂອງພວກເຮົາໄດ້ຮັບການປົດປ່ອຍໃໝ່ໆ ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ…

ສົ່ງເສີມໃຫ້ນາຍທຶນມາລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ

ສົ່ງເສີມໃຫ້ນາຍທຶນມາລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ

ໂດຍ: ທິດດີ ຖ້າຫາກວ່າ ເຮົາໄດ້ຕິດຕາມ ບັນຍາກາດກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ກຳລັງດຳເນີນຢູ່ ກໍຈະເຫັນໄດ້ວ່າ ໄລຍະອາທິດທຳອິດ ສະມາຊິກສະພາແຫ່ງຊາດມີການຕັ້ງບັນຫາເລື່ອງ ຄ່າໄຟຟ້າ; ການຂຸດຄົ້ນບໍ່ແຮ່ ແລະ ສະເໜີໃຫ້ລັດຖະບານ ພິຈາລະນາຄືນໃນຫຼາຍໆຢ່າງເພື່ອໃຫ້ສອດຄ່ອງກັບ ລະບຽບກົດໝາຍບ້ານເມືອງ….