ທ່ານນາຍົກເນັ້ນວ່າ ສື່ມວນຊົນຕ້ອງຮັບປະກັນ 4 ລັກສະຕົ້ນຕໍ

ໂດຍ: ຜາຕຸງ

ທ່ານສອນໄຊສີພັນດອນ ນາຍົກລັດຖະມົນຕີກ່າງໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ75ປີ ໃນວັນທີ 13 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດນະຄອນຫຼວງວຽງຈັນວ່າ: ໃນສະພາບພາຍໃນປະເທດເຮົາກຳລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານນັ້ນໃນຕໍ່ໜ້າ ວຽກງາານສື່ມວນຊົນຕ້ອງໄດ້ເພີ່ມທະວີວຽກງານໂຄສະນາ,ເຜີນແຜ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກງາານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໄດ້ຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກໍຄືສະພາບຜັນແປຂອງໂລກ ແລະ ພາກພື້ນໃຫ້ທັນການ, ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນເອກະພາບສູງພາຍໃນຊາດ, ສ້າງກ້ອນກຳລັງແຮງຄວາມສາມັກຄີພາຍໃນພັກ,ພາຍໃນຊາດ ໃຫ້ມີຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງອອກ.

ສ່ວນທາງດ້ານວຽກງານຖະແຖງຂ່າວ ພາຍຫຼັງທີ່ໂອນກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທັງໝົດມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກແລ້ວຕ້ອງສືບຕໍ່ ແລະ ຮີບຮ້ອນັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນພະນັກງານໃຫ້ເປັນລະບົບ ແລະ ສືບຕໍ່ສືບຕໍ່ປະຕິບັດພາລະບົດບາດຂອງຕົນໃຫ້ມີການປ່ຽນແປງໄປສູ່ຄຸນນະພາບໃໝ່, ສ້າງການບຸກທະລຸໃນວຽກງາານຖະແຫຼງຂ່າວສື່ມວນຊົນ, ຍົກສູງບົດບາດຂອງໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂາວ, ສາລະບັນເທີງໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນການ, ທັນສະໄໝ, ທັນສະພາບການ; ເພີ່ມກຳລັງແຮງສະຖານີວິທະຍຸກະຈາຍສຽງໃນແຕ່ລະແຫ່ງໃຫ້ເປັນກະບອກສຽງສຳຄັນໃນການນຳສະເໜີຂ່າວສານ,ລາຍການໂຄສະນາ, ຜັນຂະຫຍາຍມະຕິຄຳສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດໄດ້ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ, ສ້າງລະບົບຄຸ້ມຄອງສື່ມວນຊົນໃຫ້ເຂັ້ມແຂງ ສາມາດປະຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນໃນການນຳສະເໜີຂ່າວທາງການຂອງສຳນັກຂ່າວສານປະເທດລາວ ໃຫ້ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ, ສ້າງສື່ສິ່ງພິມພາສາເຜົ່າ, ທ້ອງຖິ່ນ ແລະ ຕ່າງປະເທດທີ່ຮັບປະກັນດ້ານເນື້ອໃນ, ຮູບການໃຫ້ມີຊີວິດຊີວາ.

ແຕ່ອັນສຳຄັນ ສື່ມວນຊົນຕ້ອງຮັບປະກັນ 4 ລັກສະຕົ້ນຕໍຄື: ລັກສະນະຕໍ່ສູ້, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງນຳພາຊີ້ນຳມະຫາຊົນ ແລະ ລັກສະນະຕົວຈິງ ເພື່ອໃຫ່ສື່ມວນຊົນ ສາມາດດຳລົງບົດບາດໃນການເສີມສ້າງຄວາມສາມັກຄີປອງດອງປວງຊົນທັງຊາດ; ໃນການໂຄສະນາ,ປຸກລະດົມ,ຊຸກຍູ້ການພັດທະນາສ້າງສາເສດຖະກິດ-ສັງຄົມຂອງປະເທດເຮົາ,ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ, ໃນການສຶກສາອົບຮົມການເມືອງແນວຄິດ, ສ້າງທັດສະນະຫຼັກໝັ້ນ, ຄວາມເຊື່ອໝັ້ນຕໍ່ອຸດົມການ ແລະການນຳພາຂອງພັກ,ຊຸກຍູ້ ປຸກລະດົມທົ່ວປວງຊົນເຮັກໜ້າທີ່ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ໂຄສະນາດຶງດູດເອົາການຮ່ວມມື,ການຊ່ວຍເຫຼືອ ແລະ ກາານລົງທຶນຈາກຕ່າງປະເທດ ຕະຫຼອດຮອດການຕໍ່ສູ້ຕ້ານກັບ ບັນດາປາກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.

ເລັ່ງປັບປຸງຂະຫຍາຍ ວຽກງານສື່ມວນຊົນ ທາງດ້າານປະລິມານ ແລະ ຄຸນນະພາບໃຫ້ມີຄວາມທັນສະໄໝວ່ອງໄວ ພ້ອມກັນນັ້ນຕ້ອງຖືສຳຄັນໃນການສົ່ງໜັງສືພິມໃຫ້ລົງຮອດທ້ອງຖິ່ນໃນທຸກເມືອງ, ທຸກ ໜ່ວຍງານຂອງພັກ-ລັດໃຫ້ວ່ອງໄວທັນການ ແລະ ຫັນເປັນດີຈີຕອນ(ຜ່ານທາງອອນລາຍ) ລົງທຶນສ້າງໂຮງພິມຢູ່ແຂວງທີ່ເປັນຈຸດສຸມຕື່ມ ຢ່າງໜ້ອຍໃຫ້ມີໂຮງພິມປະຈຳພາກ ເພື່ອຮັບປະກັນນຳເອົາສື່ສິ່ງພິມລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອເລັກໂຕຼນິກ(ແບບອອນລາຍຝ ປັບປຸງພື້ນຖານວັດຖຸ-ເຕັກນິກການພິມຈຳໜ່າຍໃຫ້ທັນສະໄໝຍິ່ງຂຶ້ນ.

ສື່ມວນຊົນຕ້ອງສືບຕໍ່ເຮັດໃຫ້ທ້ອງຖິ່ນໄດ່ຮັບຮູ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການເອົາໃຈໃສ່ບຸກບືນສ້າງຕົນເອງໃຫ້ເປັນເວທີແຫ່ງກການໂຄສະນາປຸກລະດົມນ້ຳໃຈຮັກຊາດ, ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕົກໂນໂລຊີ, ສາລະຄວາມບັນເທີງ ໃຫ້ມີເນື້ໃນທີ່ອຸດົມສົມບູນ ຫຼາຍຮູບຫຼາຍສີ ແລະ ມີຂໍ້ມູນທີ່ໜັກແໜ້ນໃນການສ່ອງແສງ ສະພາບຄວາມເປັນຈິງຂອງຊີວິດສັງຄົມຢ່າງກວ້າງຂວາງ ໂດຍສະເພາະແມ່ນຢູ່ຮາກຖານເຂດຫ່າງໄກສອກຫຼີກ, ກຳແໜ້ນແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ.

ສື່ມວນຊົນຕ້ອງເອົາໃຈໃສ່ເຊື່ອມຊຶມບັນດາມະຕິ,ຄຳສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດວາງອອກແຕ່ລະໄລຍະ ໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີໃນການຕອບຕ້ານປະກົດການຫຍໍ້ທໍ້ໃນສັງຄົມ,ຖ້ອຍທຳນອງທີ່ບິດເບືອນຄວາມເປັນຈິງຂອງພວກກຸ່ມຄົນບໍ່ດີ,ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ. ປັບປຸງພື້ນຖານໂຄງລ່າງ,ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດສື່ມວນຊົນໃຫ້ການເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ,ຄວາມສະຫງົບ ແລະ  ຄວາເປັນລະບຽບຮຽບຮ້ອຍຂອງສັງຄົມ, ປັບປຸງວຽກຂ່າວສານທາງດ້ານອິນເຕີເນັດຢ່າງເປັນລະບົບຄົບຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກນິກທີ່ທັນສະໄໝ ໃນການຮັບ-ສົ່ງ ຂ່າວສານທີ່ສະດວກ, ວ່ອງໄວ ແລະ ໜ້າເຊື່ອຖື.

ອັນສຸດທ້າຍແມ່ນ ປັບປຸງກົນໄກການຄຸ້ມຄອງ ແລະ ວິທີການດຳເນີນງານຂອງບັນດາອົງການສື່ມວນຊົນໃຫ້ມີປະສິດທິຜົນ,ປັບປຸງບັນດາເນື້ອໃນຂ່າວ-ບົດໃນໜ້າໜັງສືພິມ, ລາຍການວິທະຍຸ,ໂທລະພາບ, ສືບຕໍ່ບຳລຸງກໍ່ສ້າງພະນັກງາານບັນນາທິການ,ນັກຂ່າວ,ພະນັກງານເຕັກນິກໃຫ່ໄດ້ທັງດ້ານປະລິມານ ແລະຄຸນນະພາບເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານນັບມື້ຂະຫຍາຍຕົວ.

ທັງໝົດນີ້ ແມ່ນຄຳເຫັນການຊີ້ນຳຈຳນວນໜຶ່ງຈາກ ອົງການນຳຂັ້ນສູງຂອງພັກ-ລັດຖະບານ ຊຶ່ງບັນດາສື່ມວນຊົນທຸກຂະແໜງການຕ້ອງເລັ່ງໃສ່ປະຕິບັດ ຮັບໃຊ້ໜ້າທີ່ການເມືອງ-ແນວຄິດ ເສດຖະກິດ-ສັງຄົມຂອງຊາດໃຫ້ປະກົດຜົນເປັນຈິງ.