ຄົນເຈັບຮັບປູກຖ່າຍ “ຕັບໝູ” ຄົນທໍາອິດຂອງໂລກຈາກໝໍຈີນ ຢູ່ລອດມາ 171 ວັນ

              ຄວາມກ້າວໜ້າຄັ້ງໃຫຍ່ຂອງວົງການແພດທີ່ເຜີຍແຜ່ໃນວາລະສານສາຂາວິຊາພະຍາດຕັບ (Journal of Hepatology) ສະບັບເດືອນຕຸລາຜ່ານມາ ລາຍງານວ່າ: ໝໍຊາວຈີນປະສົບຜົນສໍາເລັດໃນການປູກຖ່າຍຕັບໝູທີ່ຜ່ານການດັດແປງພັນທຸກໍາໃຫ້ຄົນເຈັບທີ່ຍັງມີຊີວິດເປັນຄົນທໍາອິດຂອງໂລກ ເຊິ່ງຄົນເຈັບຜູ້ນີ້ມີຊີວິດຢູ່ຕໍ່ໄດ້ເປັນເວລາ 171 ວັນຫລັງການຜ່າຕັດ.

              ສໍານັກຂ່າວຊິນຮົວລາຍງານວ່າ: ຄວາມກ້າວໜ້ານີ້ຖືເປັນບາດກ້າວສໍາຄັນໃນການແກ້ໄຂບັນຫາການຂາດເຂີນອະໄວຍະວະຈາກຜູ້ບໍລິຈາກທີ່ເປັນມະນຸດ ໂດຍການຜ່າຕັດນໍາໂດຍທີມແພດຈາກໂຮງໝໍແຫ່ງທີ 1 ໃນເຄືອມະຫາວິທະຍາໄລແພດສາດອານຮຸຍ ໃຫ້ຕັບໝູທີ່ຜ່ານການດັດແປງພັນທຸກໍາທີ່ພັດທະນາໂດຍນັກວິໄຈຈາກມະຫາວິທະຍາໄລກະສິກໍາຢຸນໜານ.

               ໝູທີ່ບໍລິຈາກອະໄວຍະວະຜ່ານການກວດເຊື້ອພະຍາດຢ່າງລະອຽດ ແລະ ຜ່ານຂະບວນການຕັດຕໍ່ດັດແປງພັນທຸກໍາທີ່ຊັບຊ້ອນຈໍານວນ 10 ຕໍາແໜ່ງ ໂດຍຕັດຢີນຂອງໝູ 3 ຢີນ ເຊິ່ງເປັນຕົ້ນຕໍຂອງການປະຕິເສດອະໄວຍະວະທີ່ມີສາເຫດຈາກແອນຕິບໍດີ ແລະ ແຊກຢີນຂອງມະນຸດ 7 ຢີນ ເພື່ອເພີ່ມຄວາມເຂົ້າກັນໄດ້ທາງພູມຕ້ານທານ ແລະ ປ້ອງກັນອາການລິ່ມເລືອດອຸດຕັນ.

               ການຜ່າຕັດດັ່ງກ່າວເກີດຂຶ້ນໃນວັນທີ 17 ພຶດສະພາ 2023 ໂດຍຜູ້ຮັບອະໄວຍະວະນີ້ເປັນຄົນເຈັບທີ່ມີຊີ້ນປົ່ງຂະໜາດໃຫຍ່ໃນຕັບເບື້ອງຂວາທີ່ບໍ່ສາມາດຜ່າຕັດອອກໄດ້ ເຊິ່ງຕັບໝູທີ່ຜ່ານການດັດແປງພັນທຸກໍານີ້ປູກຖ່າຍໃນຖານະ “ຕັບເສີມ” ເພີ່ມເຂົ້າໄປເພື່ອຊ່ວຍເຮັດວຽກຮ່ວມກັບຕັບເກົ່າຂອງຄົນເຈັບ.

               ທັງນີ້, ຜົນຫລັງການຜ່າຕັດໃນກໍລະນີຫລ້າສຸດຖືວ່າມີທ່າອ່ຽງທີ່ດີໃນໄລຍະທໍາອິດ ໂດຍໃນໄລຍະ 31 ວັນທໍາອິດ ຄົນເຈັບອາຍຸ 71 ປີຄົນນີ້ບໍ່ສະແດງອາການຂອງການຕໍ່ຕ້ານອະໄວຍະວະກະທັນຫັນ ແລະ ຕັບໝູເຮັດວຽກໄດ້ຢ່າງມີປະສິດທິພາບ, ແຕ່ພົບບັນຫາໃນວັນທີ 38 ເມື່ອຄົນເຈັບເກີດອາການຮ້າຍແຮງຈາກລິ່ມເລືອດອຸດຕັນໃນຫລອດເລືອດຂະໜາດນ້ອຍຂອງອະໄວຍະວະທີ່ປູກຖ່າຍ ສົ່ງຜົນເຮັດໃຫ້ທີມແພດຕັດສິນໃຈເອົາຕັບໝູ ເຊິ່ງເປັນຕັບເສີມອອກ ໂດຍຕໍ່ມາຄົນເຈັບມີອາການເລືອດອອກໃນທາງເດີນອາຫານສ່ວນເທິງຊໍ້າຫລາຍຄັ້ງ ແລະ ເສຍຊີວິດໃນວັນທີ 171.

                ເຖິງວ່າຄົນເຈັບມີຊີວິດຢູ່ໄດ້ພຽງ 171 ວັນ, ແຕ່ການຜ່າຕັດຄັ້ງນີ້ພິສູດເຖິງຄວາມເປັນໄປໄດ້ທີ່ຕັບໝູສາມາດເຮັດວຽກສະໜັບສະໜູນຮ່າງກາຍມະນຸດໄດ້ໃນໄລຍະເວລາສໍາຄັນທາງການແພດ ໂດຍຜົນສໍາເລັດນີ້ວາງຮາກຖານໃຫ້ການປູກຖ່າຍອະໄວຍະວະຕ່າງສາຍພັນ (xenotransplantation) ເປັນອີກໜຶ່ງທາງເລືອກການຮັກສາ ເຊິ່ງມີປະສິດທິພາບສໍາລັບຜູ້ທີ່ລໍຖ້າການປູກຖ່າຍຕັບຈາກມະນຸດ.