ຕ້ອງໃຊ້ເຕັກໂນໂລຊີ ເພື່ອຊ່ວຍວຽກງານຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ

ໂດຍ: ທິດດີ

ພາຍຫຼັງບົດ “ການບໍ່ຫົວຊາຕໍ່ພຶດຕິກຳສໍ້ລາດບັງຫຼວງ ແມ່ນການສໍ້ລາດບັງຫລວງ” ທີ່ເຜີຍແຜ່ລົງ ໄດ້ມີເພື່ອນຜູ້ອ່ານສ່ອງແສງມາຫາວ່າ ມີວິທີທາງວິທະຍາສາດບໍ ເພື່ອສະກັດກັ້ນການສໍ້ລາດບັງຫຼວງ (Corruption) ? ຕໍ່ຄຳຖາມນີ້ ເຮັດໃຫ້ຜູ້ຂຽນໄປຊອກຮູ້ວ່າ ມັນມີເຕັກໂນໂລຊີຊະນິດໜຶ່ງເອີ້ນວ່າ BLOCK CHAIN ຊຶ່ງສາມາດເຂົ້າຄວບຄຸມ ຊ່ວຍແກ້ໄຂບັນຫານີ້ໄດ້ ແລ້ວ BLOCK CHAIN ມັນແມ່ນຫຍັງ?

ເຕັກໂນໂລຊີປະກອບໄປດ້ວຍສອງຄໍາທີ່ມີຄວາມໝາຍຄື: Block + Chain ກ່າວຄື Block ໝາຍຄວາມວ່າ ແຕ່ລະໜ່ວຍມີຄວາມເປັນສູນກາງໃນຕົວເອງ ແລະ ເຊື່ອມຕໍ່ເຖິງກັນຄືຕ່ອງໂສ້ Chain ນັ້ນເອງ ແທນທີ່ຈະມີຕົວກາງ Decen Tralizad ເຂົ້າມາຈັກດການກວດສອບຢັ້ງຢືນຄວາມໜ້າເຊື່ອຖືຂອງຂໍ້ມູນ ແລະຜູ້ໃຊ້ບໍລິການໃຫ້ຕົວກາງ ໝາຍຄວາມວ່າຖ້າໃຊ້ເຕັກໂນໂລຊີ ລະບົບ BLOCK CHAIN ແລ້ວຈະບໍ່ເສຍຄ່າທຳນຽມໃຫ້ຕົວກາງນັ້ນອີກ. ສະນັ້ນລະບົບນີ້ຈຶ່ງຖືເປັນສຳຄັນໃນກາານທຳທຸລະກຳຕ່າງໆຂອງເງິນຄລິບໂຕ ໂດຍສະເພາະແມ່ນສະກຸນ ບິດຄອຍ.

BLOCK CHAIN ແມ່ນເຕັກໂນໂລຊີດ້ານຄວາມປອດໄພ ແລະ ໜ້າເຊື່ອຖືຂອງຂໍ້ມູນ ໂດຍບໍ່ຕ້ອງອາໄສ ຕົວກາງ ມາກວດສອບຂໍ້ມູນ ເພາະລະບົບນີ້ເຮັດໜ້າທີ່ເກັບຂໍ້ມູນ DaTa Structure ຂອງແຕ່ລະຄົນ ແລະ ສາມາດ Share ໄປຫາຄົນເປັນຕ່ອງໂສ້ (Chain) ທີ່ເຮັດໃຫ້ Block ຂອງຂໍ້ມູນ Link ຕໍ່ໄປຫາທຸກຄົນ ໂດຍສາມາດຮູ້ວ່າຂໍ້ມູນນັ້ນເປັນຂອງໃຜ. ສະນັ້ນ ເມື່ອຂໍ້ມູນຖືກບັນທຶກໄວ້ແລ້ວໃນ ບລັອກເຊນ ມັນກໍເປັນເລື່ອງຍາກທີ່ຈະເຂົ້າໄປປ່ຽນແປງຂໍ້ມູນໃດໆໄດ້ ເພາະຂໍ້ມູນເຫຼົ່ານັ້ນຖືກເຊື່ອມໂຍງເທິງເຄືອຂ່າຍ ມີຫຼາຍສາຍຕາແນມເບິ່ງ ແລະ ຮັບຮູ້ ສະນັ້ນມັນຈຶ່ງເປັນໄປບໍ່ໄດ້ ທີ່ຈະມີຜູ້ໃດປອມແປງຂໍ້ມູນ. ໂດຍປາສະຈາກການແນມເຫັນ ແລະ ຮັບຮູ້ຈາກ ຜູ້ຄົນເປັນຈຳນວນຫຼວງຫຼາຍ. ເຫດຜົນທີ່ເຕັກໂນໂລຊີ BLOCK CHAIN ຖືກສ້າງຂຶ້ນມາກໍເພື່ອຢາກໃຫ້ທຸກຄົນສາມາດກວດສອບທຸກໆການກະທຳທີ່ເກີດຂຶ້ນໃນອົງກອນ ບໍ່ວ່າໃນພາກລັດ ຫຼື ເອກະຊົນ ກໍຄືພາກສັງຄົມນີ້ ແມ່ນເຕັກໂນໂລຊີ 4.0.

ເມື່ອເປັນເຊັ່ນນີ້ກໍມີການນຳສະເໜີວ່າຈະເຮັດໃຫ້ເກີດຄວາມໂປ່ງໃສ ໃນລະບົບບໍລິຫານ ລັດຖະບານ ກໍຄື ເອກະຊົນ ພາກສັງຄົມນັ້ນຄວນນຳໃຊ້ເຕັກໂນໂລຊີ ບລັອກເຊນ ເຂົ້າມາຊ່ວຍ, ໜຶ່ງໃນເຫດຜົນສຳຄັນແມ່ນເຕັກໂນໂລຊີນີ້ເກີດມາເພື່ອທຳລາຍ “ຕົວກາງ” ທີ່ເຊື່ອມຕໍ່ໃນລະບົບ ລິ້ງ ໄປຫາບຸກຄົນໃດໜຶ່ງມັນເຊື່ອມໂຍງໂດຍກົງໂລດ, ການເຊື່ອມ ຫຼື ກະຈາຍອອກໄປຄືແນວນັ້ນຈະເຮັດໃຫ້ລະບົບໂປ່ງໃສຂຶ້ນ ເພາະຜ່ານມາເຮົາໃຊ້ຕົວກາງ ແລະ ເຮົາກໍ່ບໍ່ຮູ້ວ່າ ຕົວກາງ ນັ້ນໄດ້ປົກປິດ ທຸລະກຳ ຫຼື ຂໍ້ມູນຫຍັງແດ່ ແຕ່ຫາກຫຼາຍຄົນມີຄວາມເປັນສູນກາງໃນຕົວເອງຈະເຮັດໃຫ້ການກວດສອບລະຫວ່າງກັນ ຈະເຮັດໄດ້ງ່າຍ ແລະ ການບໍ່ມີຕົວກາງ ຈະເຮັດໃຫ້ຂັ້ນຕອນຕ່າງໆຫຼຸດລົງ ນີ້ແມ່ນເຕັກໂນໂລຊີທີ່ມີຮູບແບບ(ConCep) ຫຼັກໆ ຄືກາານກຳຈັດຕົວກາງ.

ສຳລັບແນວທາງໃນການໃຊ້ ບລັອກເຊນ ຕ້ານການສໍ້ລາດບັງຫຼວງສາມາດເຮັດໄດ້ຄື:

  • ທຳອິດ ແມ່ນການພັດທະນາເຕັກໂນໂລຊີສະເພາະດ້ານ ຕົວຢ່າງ: ການໃຫ້ສິນບົນລະຫວ່າງ ພາກລັດຖະບານ ກັບ ພາກທຸລະກິດ ຍ້ອນວ່າພາກທູລະກິດຕ້ອງການຄວາມວ່ອງໄວ, ຄວາມສະດວກ, ຊື້ຄວາມຜິດໃຫ້ກາາຍເປັນຄວາມຖືກ, ຊື້ໂອກາດ ແລະອື່ນໆ ເມື່ອເປັນເຊັ່ນນັ້ນກໍຕ້ອງຕັ້ງເປັນໂຈດວ່າ ຈະຫຼຸດຜ່ອນການໃຫ້ສິນບົນຢູ່ຈຸດນີ້ຢ່າງໃດ? ຄຳຕອບກໍຄື: ຕ້ອງພັດທະນາຂະບວນການໃຫ້ບໍລິການ, ພາກລັດຕ້ອງວ່ອງໄວ ແລະ ສະດວກສະບາຍ ເຊິ່ງປັດຈຸບັນກໍມີການນຳໃຊ້ແລ້ວ ໃນການເຮັດໜັງສືຜ່ານແດນ, ການເສຍພັນທະພາສີ-ອາກອນ ຜ່ານອອນລາຍ…..ການໃຊ້ຈ່ຍຜ່ານເຄືອຂ່າຍທະນາຄານ.
  • ສອງ: ເຕັກໂນໂລຊີອັນທີສອງ ແມ່ນສ້າງການກະທົບໃສ່ຈຸດສຳຄັນໃນຂະບວນການ ຄໍຣັບຊັນ ໂດຍການນຳໃຊ້ສູດຈາກນັກເສດຖະສາດ Robert Klitgaard  C = m + D – A ໝາຍວ່າ  Cor – ruption  Monopoly (ການຜູກຂາດ) + Discretion ( ການໃຊ້ດູນພິນິດ ) – Accountability ( ກົນໄກຄວາມຮັບຜິດຊອບ ) ຈາກນັ້ນ, ສາມາດຕັ້ງເປັນໂຈດໄວ້ວ່າ: ຈະເຮັດຢ່າງໃດທີ່ຈະສາມາດຫຼຸດການຜູກຂາດ, ຫຼຸດການໃຊ້ດູນພິນິດ ແລະ ເພີ່ມກັນໄກຄວາມຮັບຜິດຊອບໃນຂອບທີ່ເຮົາຈະແກ້ໄຂບັນຫານັ້ນໃຫ້ໄດ້.
  • ສາມ: ແມ່ນສ້າງເຕັກໂນໂລຊີການມີສ່ວນຮ່ວມຕ້ານ ຄໍຣັບຊັນ ອາໄສພະລັງທາງສັງຄົມເປັນຕົ້ນສື່ອອນລາຍ ເຟສບຸກ ໂດຍອົງການທີ່ກ່ຽວຂ້ອງແນະນຳໃຫ້ Post ເມື່ອເຫັນປາກົດການ ຄໍຣັບຊັນໃນໜ່ວຍງານຂອງຕົນ ຕີແຜ່ໃຫ້ສັງຄົມຮູ້ຢ່າງກວ້າງຂວາງ.
  • ສີ່: ສ້າງຫຼັກຖານທຳມາພິບານໂປ່ງໃສ (Trasparebcy )ໂດຍຈັດໃຫ້ມີການຮ່ວມມືຈາກຫຼາຍຝ່າຍ ໃນການເປີດເຜີຍຂໍ້ມູນການການຈັດຕັ້ງປະຕິບັດວຽກງາານໃດໜຶ່ງເຊັ່ນ: ເປີດເຜີຍຂໍ້ມູນການສ້າງຖະໜົນຫົນທາງ, ການກໍ່ສ້າງສຳນັກງານອົງການ ຫຼື ວ່າຂໍ້ມູນການປະເມີນຜົນຂອງແຕ່ລະໜ່ວຍງາານ ບໍ່ວ່າພາກລັດກໍຄືພາກເອກະຊົນໃນແຕ່ລະປີ ໂດຍມີ ແພລັດຟອມ ລວມຂໍ້ມູນ ແລະ ສະແດງຜົນຜ່ານສື່ຕ່າງໆ ເປັນຕົ້ນແມ່ນສື່ອອນລາຍ facebook ໃຫ້ທົ່ວສັງຄົມເພື່ອຕິດຕາມ.
  • ຫ້າ: ປັບປຸງຄວາມວ່ອງໄວໃນຂະບວນການຍຸຕິທຳຕ້ານຄໍຣັບຊັນ ໂດຍຈັດໃຫ້ມີກາານນຳໃຊ້ເຕັກໂນໂລຊີສະໜັບສະໜູນເຊິ່ງກັນແລະກັນ ລະຫວ່າງອົງກອນຕ່າງໆ ທີ່ເຮັດວຽກງານຕ້ານຄໍຣັບຊັ່ນ. ໃນແຕ່ລະປີກໍ່ຕ້ອງມີການປະເມີນຜົນຖອດຖອນບົດຮຽນ.

ບັນຫາທັງໝົດທີ່ຍົກມານັ້ນເປັນຂໍ້ສັງເກດວ່າມີຄວາມເປັນໄປໄດ້ເທົ່ານັ້ນ, ແຕ່ໃນພາກປະຕິບັດຕົວຈິງຍ່ອມຂຶ້ນກັບສະພາບແວດລ້ອມ ແລະ ຄວາມຮັບຮູ້ສະໜອງຕອບຕໍ່ປັດໄຈ ຕ່າງໆຂອງກຸ່ມເປົ້າໝາຍຂອງເຕັກໂນໂລຊີສະເພາະດ້ານ. ສະຫຼຸບວ່າ ການນຳໃຊ້ເຕັກໂນໂລຊີເພື່ອການເກັບຂໍ້ມູນ, ການສ້າງຖານຂໍ້ມູນ, ການວິເຄາະຂໍ້ມູນ ແລະ ການສື່ສານຕ້ານການສໍ້ລາດບັງຫຼວງນັ້ນເຫັນວ່າມີຄວາມເປັນໄປໄດ້ສູງ ດັ່ງນັ້ນຈຶ່ງສະເໜີເປັນການແລກປ່ຽນ.