ປກສ ແຂວງຜົ້ງສາລີ ສຶກສາອົບຮົມໄວລຸ້ນຍິງ 5 ຄົນມົ້ວສຸມສູບຢາສູບໄຟຟ້າ

ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 30 ມິຖຸນາ 2025ນີ້, ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດຫ້ອງຕໍາຫລວດ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ, ໄດ້ນໍາເອົາກຸ່ມໄວລຸ້ນຍິງ 5 ຄົນ ທີ່ສູບຢາສູບໄຟຟ້າມາສຶກສາອົບຮົມ ໂດຍການເຂົ້າຮ່ວມຂອງ ຮທ ຄໍາເຈັ່ນ ຈັນທະວົງ ຮອງກອງໂຄສະນາສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການສຶກສາອົບຮົມໃນຄັ້ງນີ້ ແມ່ນໄດ້ມີການສຶກສາອົບຮົມຜົນຮ້າຍຂອງການສູບຢາສູບໄຟຟ້າ ເຊິ່ງສົ່ງຜົນກະທົບທີ່ບໍ່ດີຕໍ່ຮ່າງກາຍ ແລະ ຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ. ສະນັ້ນ, ຈຶ່ງຮຽກຮ້ອງໄວໜຸ່ມແຕ່ລະຄົນຈົ່ງກັບເນື້ອກັບຕົວ, ປ່ຽນແປງໂຕເອງ, ກັບມາເປັນລູກທີ່ດີຂອງພໍ່ແມ່ ແລະ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ໃຫ້ຄວາມເອົາໃຈໃສ່ໃກ້ສິດຕິດແທດ ແລະ ຕິດຕາມການເຄື່ອນໄຫວ, ພ້ອມທັງສຶກສາອົບຮົມໃຫ້ລູກຫຼານຂອງຕົນຫ່າງໄກຈາກສີ່ງເສບຕິດ, ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນບຸກຄົນທີ່ດີຂອງຄອບຄົວ ແລະ ສັງຄົມ.

ທີ່ມາ: ໂຄສະນາອົບຮົມ-ຂ່າວສານ ປກສ ແຂວງຜົ້ງສາລີ