ປະກາດກົງຈັກການຈັດຕັ້ງ-ບຸກຄະລາກອນ ຂອງ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ໃໝ່ ໂດຍຮັກສາໄວ້ 14 ກົມ ແລະ ຫລຸດ 14 ພະແນກ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫລັງການໂຮມວຽກງານຈຳນວນໜຶ່ງ ຂອງກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 23 ມິຖຸນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ ໂດຍມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຫົວໜ້າກົມ, ຜູ້ອຳນວຍການ, ສະຖາບັນ, ກອງວິຊາການ ແລະ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຈາກ 5 ຂົງເຂດວຽກງານສື່ມວນຊົນເຂົ້າຮ່ວມ.

ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານການກະກຽມການປັບປຸງການຈັດຕັ້ງ ແລະ ການໂຮມວຽກງານຈຳນວນໜຶ່ງ ຂອງ ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ ແລະ ວຽກງານໃນຕໍ່ໜ້າ ໂດຍສະເພາະຜົນການຄົ້ນຄວ້າ ແລະ ປັບປຸງກົງຈັກ ໃນການໂອນວຽກງານຖະແຫລງຂ່າວ-ສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແມ່ນໄດ້ສຸມໃສ່ບາງບັນຫາ ເປັນຕົ້ນ ການປັບປຸງກົງຈັກ ຂອງຄະນະໂຄສະນາອົບຮົມ ຕ້ອງຮັບປະກັນໃຫ້ໄປຕາມທິດ “ລວມສູນ” ຄື:
- ລວມສູນການນໍາພາ-ຊີ້ນໍາ, ລວມສູນດ້ານການຈັດຕັ້ງ ພັກ-ພະນັກງານ ແລະ ລວມສູນດ້ານ ການຄຸ້ມຄອງ-ບໍລິຫານ, ງົບປະມານ-ການເງິນ ບົນພື້ນຖານຫລັກການ ແລະ ການແບ່ງຂັ້ນຄຸ້ມຄອງ ຕາມກົນໄກທີ່ຈະແຈ້ງ, ໂລ່ງລ່ຽນ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ຮັບປະກັນການເຄື່ອນໄຫວວຽກງານ ທີ່ມີປະສິດທິຜົນ ແລະ ທັນກັບສະພາບການ;
- ສັບຊ້ອນບັນດາໜ້າວຽກ ຂອງກົມທີ່ມີຢູ່ ໃຫ້ກົມກຽວ, ບໍ່ຊໍ້າຊ້ອນ, ບໍ່ກ້າວກ່າຍ ແລະ ບໍ່ໃຫ້ທັບຊ້ອນກັນ ເປັນຕົ້ນ ວຽກງານຈັດຕັ້ງ-ພະນັກງານ, ວຽກງານດ້ານເຕັກນິກ, ວຽກງານຄຸ້ມຄອງ-ຫ້ອງການ, ວຽກງານການເງິນ, ວຽກງານຂ່າວສານ-ຫັນເປັນທັນສະໄໝ ແລະ ອື່ນໆ ທີ່ເຫັນວ່າຍັງຊໍ້າຊ້ອນກັນ;
- ປັບປຸງລະບອບ, ກົນໄກ, ແບບແຜນເຮັດວຽກ, ວິທີການຄຸ້ມຄອງ ວຽກງານຖະແຫລງຂ່າວ-ສື່ມວນຊົນ ໂດຍສະເພາະ ບັນຫາການຫັນໄປສູ່ການກຸ້ມຕົນເອງ ດ້ານງົບປະມານ-ການເງິນ;
- ຄົ້ນຄວ້າກ່ຽວກັບກົນໄກການນໍາໃຊ້ລາຍຮັບວິຊາການ ເພື່ອໃຫ້ມີຄວາມສະດວກ-ວ່ອງໄວ ໃນການໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ທັງຮັບປະກັນຄວາມໂປ່ງໃສ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ ເຮັດໃຫ້ແຕ່ລະພາກສ່ວນ ໂດຍສະເພາະ ຫົວໜ່ວຍວິຊາການ ສາມາດກຸ້ມຕົນເອງ ຕາມທິດ ສອຈ ຢ່າງແທ້ຈິງ. ພ້ອມກັນນັ້ນ, ກໍສືບຕໍ່ແກ້ໄຂບັນຫາຫຍໍ້ທໍ້ ດ້ານງົບປະມານ-ການເງິນ, ການສ້າງໜີ້ສິນຄຸມເຄືອ ໃນຂົງເຂດຖະແຫລງຂ່າວ-ສື່ມວນຊົນ ໃຫ້ຕົກໄປເປັນກ້າວໆ.
ສໍາລັບໂຄງປະກອບກົງຈັກການຈັດຕັ້ງ (ໃໝ່) ຂອງຄະນະໂຄສະນາອົບຮົມສູນກາງພັກ ສະເໜີຂັ້ນເທິງຮັກສາໄວ້ 14 ກົມ, ແຕ່ໄດ້ຄົ້ນຄວ້າ ແລະ ປັບປຸງຂັ້ນພະແນກ ຈາກທັງໝົດ 84 ພະແນກ ຍັງເຫລືອ 68 ພະແນກ, ຫລຸດລົງ 14 ພະແນກ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ປັບປຸງວຽກງານ ຂັ້ນພະແນກ ໃຫ້ໄປຕາມທິດ ກະທັດຮັດ ແລະ ມີປະສິດທິພາບ.

ສຳລັບທິດທາງ, ວຽກງານຈຸດສຸມ ໃນຕໍ່ໜ້າ ຄະນະໂຄສະນາອົບຮົມສູນກາງພັກ:
- ຈະສືບຕໍ່ສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກ ໃຫ້ໜັກແໜ້ນ, ມີຄວາມສະຫງົບ, ອຸ່ນອຽນ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດທິຜົນ;
- ສືບຕໍ່ປັບປຸງການກຳນົດພາລະບົດບາດ, ໜ້າທີ່, ຂອບເຂດສິດ ການຈັດຕັ້ງ ແລະ ການ ເຄື່ອນໄຫວ ຂອງຄະນະໂຄສະນາອົບຮົມສູນກາງພັກ, ບັນດາກົມ ແລະ ທຽບເທົ່າ ໃຫ້ສໍາເລັດ;
- ສືບຕໍ່ຄົ້ນຄວ້າ, ສັບຊ້ອນພະນັກງານ ທີ່ມີມາດຕະຖານ, ເງື່ອນໄຂ ຂັ້ນຮອງຫົວໜ້າກົມ, ຂັ້ນພະແນກ ແລະ ວິຊາການ ໃຫ້ຮັບປະກັນຄຸນນະພາບ;
- ສືບຕໍ່ກວດກາຄືນ ຈໍານວນພະນັກງານ ໃນກໍລະນີຕ່າງໆໃຫ້ຖືກຕ້ອງກັບຕົວຈິງ ເພື່ອສັບຊ້ອນ, ຈັດວາງໃຫ້ເໝາະສົມ ແລະ ແກ້ໄຂໃຫ້ແທດກັບຕົວຈິງ ຕາມນະໂຍບາຍທີ່ວາງອອກ;
- ສືບຕໍ່ຄົ້ນຄວ້າ, ປັບປຸງ ກົງຈັກການຈັດຕັ້ງ ຂັ້ນພະແນກ ໃຫ້ມີຈຳນວນກະທັດຮັດ ແຕ່ຮັບປະກັນປະສິດທິພາບ ໃນການເຄື່ອນໄຫວວຽກງານ;
- ສືບຕໍ່ປັບປຸງການຈັດຕັ້ງພັກ, ຄະນະພັກ, ອົງການຈັດຕັ້ງມະຫາຊົນ ໃຫ້ຖືກຕ້ອງ ກັບກົດລະບຽບພັກ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງຄະນະໂຄສະນາອົບຮົມສູນກາງພັກ. ພ້ອມກັນນັ້ນ, ກໍກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາຮາກຖານພັກ ແລະ ອົງຄະນະພັກ ຄອສພ ໃຫ້ສໍາເລັດຕາມກຳນົດເວລາ;
- ກວດກາຄືນຊັບສິນຕ່າງໆ ເພື່ອດຸນດ່ຽງ, ຄຸ້ມຄອງ, ນໍາໃຊ້ ໃຫ້ມີປະສິດທິຜົນສູງສຸດ, ບໍ່ໃຫ້ຕົກເຮ່ຍເສຍຫາຍ;
- ຂຶ້ນແຜນງົບປະມານ ປະຈໍາປີ 2026 ໃຫ້ທ່ວງທັນ ແລະ ສາມາດຕອບສະໜອງການ ເຄື່ອນໄຫວໜ້າທີ່, ວຽກງານ ຂອງກົງຈັກການຈັດຕັ້ງໃໝ່ ຂອງຄະນະໂຄສະນາອົບຮົມສູນກາງພັກ;
- ສົມທົບກັບກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອຄົ້ນຄວ້າ ກ່ຽວກັບການ ໂອນວຽກງານຖະແຫລງຂ່າວ-ສື່ມວນຊົນ ຈາກພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ-ແຂວງ, ຫ້ອງການ ຖວທ ເມືອງ-ນະຄອນ ໄປຂຶ້ນກັບຄະນະໂຄສະນາອົບຮົມ ນະຄອນຫລວງ-ແຂວງ, ເມືອງ-ນະຄອນ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

