ປະທານປະເທດ ເນັ້ນວ່າ: “ສື່ມວນຊົນຍຸກໃໝ່ ຕ້ອງກ້າສ່ອງແສງປາກົດການຫຍໍ້ທໍ້ ເພື່ອກ້າວໄປສູ່ການພັດທະນາໃຫ້ດີຂຶ້ນ”

ໂດຍ: ຜາຕຸງ

ວັນທີ 13 ສິງຫາແມ່ນວັນສ້າງຕັ້ງ ສື່ມວນຊົນ ແລະ ພິມຈຳໜ່າຍ ຊຶ່ງປີ 2025 ນີ້ ກໍຄົບຮອບ 75 ປີ. ຊຶ່ງຕະຫຼອດ 75 ປີມານີ້ ສື່ມວນຊົນທຸກຂະແໜງການພາຍໃຕ້ການນຳພາ-ຊີ້ນຳຈັກພັກປະຊາຊົນລາວກໍ່ຄືພັກປະຊາຊົນປະຕິວັດລາວ ໄດ້ປະກອບສ່ວນເຮັດໜ້າທີ່ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈາກພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານເພື່ອປົດປ່ອຍປະເທດຊາດ ແລະ ໄລຍະປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ເຂັ້ມແຂງກ້າວໄປຕາມທິດສັງຄົມນິຍົມທີ່ພັກໄດ້ກຳນົດໄວ້.

ຄັນຊັ້ນແລ້ວ ສື່ມວນຊົນແມ່ນຫຍັງ? ສື່ມວນຊົນແມ່ນເວທີຖະແຫຼງຂ່າວ ທີ່ປະກອບໄປດ້ວຍສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ຜະລິດຕະພັນສື່ມວນຊົນ ມີພາລະບົດບາດເປັນກະບອກສຽງຂອງອົງການຈັດ ຕັ້ງຂອງພັກ, ລັດ ແລະ ສັງຄົມ ໃນການໂຄສະນາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນ້ຳໃຈຮັກຊາດ, ໜອງຂໍ້ມູນ, ຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້ ຄວາມບັນເທີງໃຫ້ແກ່ສັງຄົມ ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ, ຖ້ອຍທຳນອງທີ່ບິດເບືອນຄວາມຈິງ, ເປັນເວທີເສີມຂະຫຍາຍປະຊາທິປະໄຕ ແລະ ສິດ ເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ.

ຖ້າຈະເວົ້າແລ້ວ ວຽກງານສື່ມວນຊົນນີ້ ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງໃນການຮັບໃຊ້ພາລະກິດປົກປັກຮັກສາ ແລະ ກໍ່ສ້າງສັງຄົມນິຍົມ. ເພາະສະນັ້ນ, ພັກ ແລະ ລັດເຮົາ ຍາມໃດກໍໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາວຽກງານສື່ມວນຊົນ ແລະ ຖືວ່າສື່ມວນຊົນແມ່ນພາຫະນະອັນແຫຼມຄົມຂອງພັກເຮົາ, ດ້ວຍມູນເຊື້ອ ແລະ ບົດຮຽນພາຍໃຕ້ການນໍາພາຂອງພັກ, ສື່ມວນຊົນລາວ ໄດ້ຍົກສູງຄຸນນະ ພາບວຽກງານສື່ມວນຊົນ ໃຫ້ນັບມື້ນັບດີຂຶ້ນ, ມີຄຸນນະພາບ ທັນສະໄໝ, ວ່ອງໄວທັນເຫດການ.

ໃນເວລາໂອ້ລົມຕໍ່ ກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງ ສື່ມວນຊົນ ແລະ ພິມຈຳໜ່າຍຄົບຮອບ 70 ປີ ໃນວັນທີ13 ສິງຫາ2020 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ໄດ້ເວົ້າເຖິງ ບົດບາດ ແລະຄວາມສຳຄັນຂອງສື່ມວນຊົນລາວວ່າ:  “ສື່ມວນຊົນ ເປັນຜູ້ປາກອອກແສງ ຜູ້ທີ່ແທງຖືກໃຈ ຜູ້ສະດຸ້ງໄວເມື່ອໄດ້ອ່ານ ຜູ້ທີ່ກ້າຜ່ານອຸປະສັກ ຜູ້ທີ່ມັກເວົ້າຄວາມຈິງ ຜູ້ທີ່ຍິງຖືກເປົ້າ”  ຈາກຄຳເວົ້າອັນສັ້ນໆ ຄົມໆ ຂອງທ່ານ ມັນໄດ້ກາຍເປັນກຳລັງໃຈ ແລະ ມານະຈິດປະຕິວັດອັນຟົດຟື້ນໃຫ້ສື່ມວນຊົນລາວທຸກຂະແໜງ ກ້າເຮັດກ້າສ່ອງແສງເຖິງຄວາມເປັນຈິງຂອງສັງຄົມຫຼາຍຂຶ້ນ ການສ່ອງແສງເຖິງປາກົດການຫຍໍ້ທໍ້ດ້ານຕ່າງໆ ໂດຍສະເພາະການພັດທະນາເສດຖະກິດ ພື້ນຖານໂຄງລ່າງອັນສຳຄັນຂອງປະເທດນັບມື້ກວ້າງຂວາງກວ່າເກົ່າຈົນນຳໄປສູ່ການປັບປຸງປົວແປງ ແລະ ແກ້ໄຂໃຫ້ສິ່ຫຍໍ້ທໍ້ເຫຼົ່ານັ້ໜໝົດໄປ ແລະນຳເອົາຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍບ້ານເມືອງໃນທີ່ສຸດ.

ແຕ່ກໍໜ້າເສຍດາຍ, ຈາກການສ່ອງແສງຄວາມເປັນຈິງຂອງປາກົດການຫຍໍ້ທໍ້ທີເກີດຂຶ້ນໃນສັງຄົມນັ້ນ ຜ່ານມາຍັງມີຫຼາຍພາກສ່ວນບໍ່ສາມາດຮັບເອົາຄວາມເປັນຈິງນັ້ນໄດ້ເທື່ອ ມີການກ່າວຟ້ອງກ່າວເຕືອນເຖິງອົງການສື່ ຈຶ່ງເຮັດໃຫ້ການປະຕິບັດວຽກງານຂອງສື່ມວນຊົນມີຄວາມຫຍຸ້ງຍາກພໍສົມຄວນ ນອກຈາກນັ້ນມັນຍັງກະທົບເຖິງໝາກຜົນທີ່ໄດ້ຮັບຂອງວຽກງານຕ່າງໆຂອງບາງພາກສ່ວນບໍ່ບັນລຸຕາມແຜນການໄດ້ຕາມຄາດໝາຍ ກາຍເປັນບັນຫາທີ່ກົດໜ່ວງຖ່ວງດຶງການພັດທະນາໄປໃນຕົວ.

ແນວໃດກໍດີ ຍິ່ງໃນຍຸກເຕັກໂນໂລຊີທັນສະໄໝ ໃນຍຸກ 4.0 ນີ້, ສື່ມວນຊົນພວກເຮົາຕ້ອງໄດ້ພັດທະນາປັບປຸງຕົນເອງໃຫ້ທັນກັບການຂະຫຍາຍຕົວຂອງສື່ແບບໃໝ່ ພວກເຮົາຕ້ອງໄດ້ຫັນ ແລະ ເບິ່ງວ່າເຕັກນິກການຈັດພິມ, ດ້ານເນື້ອໃນບົດຄວາມ-ບົດຂ່າວຕ່າງໆຕ້ອງໃຫ້ທັນກັບເຫດການ, ມີຄວາມອຸດົມສົມບູນຫຼາກຫຼາຍສີສັນ, ຕອບໂຕ້ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ສື່ຕ້ອງກຳໄດ້ແນວທາງຂອງພັກໃຫ້ມັນໜັກແໜ້ນຂຶ້ນກວ່າເກົ່າ, ກຳເນື້ອໃນໃຫ້ມັນດີຂຶ້ນກວ່າເກົ່າ ເພື່ອໃຫ້ສື່ນັບມື້ນັບມີຄວາມອຸດົມສົມບູນທາງດ້ານເນື້ອໃນ-ຮູບການ ນັບມື້ນັບກວ້າງຂວາງຂຶ້ນກວ່າເກົ່າ, ມີການປະສານສົມທົບແໜ້ນລະຫວ່າງສູນກາງ-ທ້ອງຖິ່ນ ທັງພາຍໃນ-ສາກົນ, ມີຄວາມສາມັກຄີຢ່າງແໜ້ນແຟ້ນເພື່ອສ່ອງແສງປາກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມໃຫ້ໄດ້ຮັບການແກ້ໄຂໄປໃນທາງທີ່ດີຂຶ້ນ ເພື່ອການພັດທະນາປະເທດຊາດໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ.