ລາຍງານ 6 ເດືອນຕົ້ນປີ ລັດຖະບານມີຜົນສຳເລັດດີຫລາຍດ້ານ

ໂດຍ: ທິດກໍ່າ

ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນຂອງກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ I ປະຈໍາປີ 2025 ໃນວັນທີ 16 ກໍລະກົດ 2025 ຜ່ານມາວ່າ: ໃນ 6 ເດືອນຕົ້ນປີ 2025 ເຖິງວ່າປະເທດເຮົາໄດ້ພົບບັນຫາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານ, ແຕ່ດ້ວຍຄວາມພະຍາຍາມ, ການເອົາໃຈໃສ່ຊີ້ນໍາ-ນໍາພາຂອງກົມການເມືອງສູນກາງພັກ, ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ເຮັດໃຫ້ທົ່ວປະເທດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ມີຜົນສໍາເລັດໃນວຽກງານແຕ່ລະດ້ານຄື:

ເສດຖະກິດຂະຫຍາຍຕົວ 4.5%, ເກັບລາຍຮັບເຂົ້າງົບປະມານໄດ້ 37,758 ຕື້ກີບ, ປະຕິບັດແຜນລາຍຈ່າຍໄດ້ 28,223 ຕື້ກີບ ເທົ່າກັບ 39% ຂອງແຜນການປີ.

ສ່ວນອັດຕາເງິນເຟີ້ກໍຢູ່ໃນລະດັບ 11% ຄາດວ່າໝົດປີຈະຢູ່ໃນລະດັບພຽງ 1 ຕົວເລກ. ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ 4.9 ເດືອນໃນທ້າຍ 2025. ລາຄາສິນຄ້າມີການເໜັງຕີງບໍ່ຫລາຍ, ການຜະລິດເຂົ້ານາແຊງປະຕິບັດໄດ້ 423,800 ກວ່າໂຕນ, ການຜະລິດສິນຄ້າກະສິກໍາເພື່ອທົດແທນການນໍາເຂົ້າບັນລຸ 1,120 ລ້ານໂດລາສະຫະລັດ ເທົ່າກັບ 75% ຂອງແຜນການປີ, ກ່ຽວກັບການຄຸ້ມຄອງແຮ່ທາດ ໄດ້ອອກຄໍາສັ່ງສະບັບເລກທີ 06/ນຍ ທີ່ໄດ້ອະນຸມັດຜ່ານມາ ທັງໃຫ້ໂຈະການພິຈາລະນາໃໝ່, ສຸມໃສ່ການກວດກາໂຄງການຂຸດຄົ້ນແຮ່ຄໍາ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆຢ່າງເຂັ້ມງວດ ແລະ ເດັດຂາດ.

ເລັ່ງແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ, ປະຕິຮູບລັດວິສາຫະກິດຈໍານວນໜຶ່ງ ເຊິ່ງກົມການເມືອງສູນກາງພັກໄດ້ຕົກລົງເຫັນດີໃນດ້ານຫລັກການແລ້ວ.

ຕໍ່ສະພາບການຂາດແຄນໄຟຟ້າໄດ້ເລັ່ງໃສ່ຊຸກຍູ້ໂຄງການແຫລ່ງຜະລິດທີ່ຈັດຢູ່ໃນບູລິມະສິດ, ຍົກລະດັບໂຄງລ່າງພື້ນຖານດ້ານຄົມມະນາຄົມຂົນສົ່ງ ເພື່ອເຊື່ອມຈອດເຊື່ອມໂຍງຢູ່ພາຍໃນປະເທດກັບພາກພື້ນ ແລະ ສາກົນ, ຊຸກຍູ້ໂຄງການສ້າງທາງດ່ວນເລັ່ງສ້າງແຜນປັບປຸງກໍ່ສ້າງເສັ້ນທາງ ແລະ ຂົວ.

ຂຶ້ນທະບຽນອອກໃບຕາດິນໄດ້ 76,900 ກວ່າຕອນ ເທົ່າກັບ 26% ຂອງແຜນການປີ, ສືບຕໍ່ແກ້ໄຂສະພາບຂາດຄູສອນ, ເພີ່ມເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ຫັນຄູອາສາເຂົ້າເປັນລັດຖະກອນ, ປະຕິບັດນະໂຍບາຍເອົາຄູອາສາບັນຈຸເຂົ້າເປັນທະຫານ ແຕ່ໃຫ້ປະຕິບັດໜ້າທີ່ສິດສອນຄືເກົ່າ, ປັບປຸງຍົກລະດັບຕາໜ່າງບໍລິການສາທາລະນະສຸກໃນທົ່ວປະເທດ, ພັດທະນາບຸກຄະລາກອນດ້ານການແພດທີ່ຢູ່ສູນກາງ ແລະ ທ້ອງຖິ່ນ, ປັບປຸງການຈັດຕັ້ງຕາມມະຕິເລກທີ 03/ຄບສພ ຂອງກາງພັກ ແລະ ເລກທີ 05/ສພຊ ສໍາເລັດໂດຍພື້ນຖານ, ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ, ເປັນເຈົ້າການຮ່ວມມື ແລະ ຈັດຕັ້ງປະຕິບັດຂອງການຮ່ວມມືຕ່າງໆຂອງສາກົນ ເຊິ່ງໄດ້ນໍາເອົາຜົນປະໂຫຍດ ແລະ ຜົນສໍາເລັດຕົວຈິງມາໃຫ້ປະເທດຊາດຫລາຍຂຶ້ນ. ນີ້ຄືຜົນສໍາເລັດ ກໍຄືຜົນງານໃນ 6 ເດືອນຕົ້ນປີຂອງລັດຖະບານມາຢັ້ງຢືນໃຫ້ພວກເຮົາເຫັນຢ່າງສັງລວມ. ຄິດວ່າໃນ 6 ເດືອນທ້າຍປີ ກໍຄືໃນປີ 2025 ພວກເຮົາຕ້ອງມີຜົນງານໃນແຕ່ລະດ້ານຢ່າງຫລວງຫລາຍກວ່ານີ້.

ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ ພວກເຮົາພວມຢູ່ໃນຊ່ວງລະດູຝົນ ສິ່ງທີ່ໜ້າເປັນຫ່ວງນັ້ນກໍຄືໄພພິບັດອຸທົກກະໄພທີ່ຈະທໍາລາຍພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ການຜະລິດອຸດສາຫະກໍາ-ກະສິກໍາ ອັນຈະເປັນການບັນທອນຄວາມຈະເລີນ ແລະ ທຶນຮອນຂອງປະເທດຊາດ. ນອກຈາກນັ້ນ ກໍແມ່ນຜົນກະທົບບາງດ້ານຈາກພາຍນອກ ເຊິ່ງພວກເຮົາຈະຕ້ອງມີສະຕິກຽມພ້ອມ ປະຄັບປະຄອງເພື່ອຮັກສາສະຖຽນລະພາບທຸກດ້ານໃຫ້ແໜ້ນແກ່ນໝັ້ນຄົງ ແລະ ຍືນຍົງ.