ນາງ ທາຄາອິຈິ ດຳລົງຕໍາແໜ່ງນາຍົກລັດຖະມົນຕີຜູ້ຍິງຄົນທໍາອິດຂອງຍີ່ປຸ່ນ ຫລັງພັກ LDP ດຶງຝ່າຍຄ້ານ ຮ່ວມລັດຖະບານໄດ້ສໍາເລັດ

             ທ່ານ ນາງ ຊານາເອະ ທາຄາອິຈິ ຫົວໜ້າພັກເສລີປະຊາທິປະໄຕຍີ່ປຸ່ນ (Liberal Democratic Party: LDP) ຂຶ້ນເປັນຜູ້ນໍາຍີ່ປຸ່ນຄົນທີ 104 ຕໍ່ຈາກທ່ານ ຊິເງຣຸ ອິຊິບະ ຫລັງລັດຖະສະພາໄດເອັດລົງຄະແນນໂຫວດຊະນະຂາດນັບແຕ່ຮອບທໍາອິດ ເຮັດໃຫ້ນາງກາຍເປັນນາຍົກລັດຖະມົນຕີຜູ້ຍິງຄົນທໍາອິດໃນປະຫວັດສາດ.

                ວັນທີ 21 ຕຸລາ 2025, ລັດຖະສະພາໄດເອັດເປີດປະຊຸມສະພາສະໄໝວິສາມັນ ເພື່ອເລືອກນາຍົກລັດຖະມົນຕີຄົນໃໝ່ຕໍ່ຈາກທ່ານ ຊິເງຣຸ ອິຊິບະ ທີ່ລາອອກຈາກຕໍາແໜ່ງໃນເດືອນກັນຍາຜ່ານມາ ໂດຍນາງ ທາຄາອິຈິ ໄດ້ຮັບເລືອກດ້ວຍຄະແນນສຽງສ່ວນຫລາຍເຖິງ 237 ສຽງ ເອົາຊະນະທ່ານ ໂຍຊິຮິໂກະ ໂນດະ (Yoshihiko Noda) ຈາກພັກປະຊາທິປະໄຕແຫ່ງລັດຖະທໍາມະນູນຍີ່ປຸ່ນ (Constitutional Democratic Party of Japan: CDP).

                ເຖິງວ່າຈະມີອຸປະສັກລະຫວ່າງການຈັດຕັ້ງລັດຖະບານຊຸດໃໝ່ ຫລັງພັກໂຄເມ (Komeito) ພັນທະມິດພັກຮ່ວມທີ່ຢູ່ຄູ່ພັກ LDP ມາປະມານ 25 ປີ ຖອນຕົວສາຍຟ້າແລບ ເນື່ອງຈາກບໍ່ພໍໃຈແນວຂວາຈັດຂອງນາງ ທາຄາອິຈິ ທີ່ກົງກັນຂ້າມກັບອຸດົມການກາງຊ້າຍຂອງພັກ, ແຕ່ພັກ LDP ກໍໄດ້ແກ້ໄຂສະຖານະການດ້ວຍການເຊີນພັກຝ່າຍຄ້ານ ຄືພັກນິບປອນອິຊິນ (Nippon Ishin) ເຂົ້າຮ່ວມລັດຖະບານ ເຊິ່ງມີການຍື່ນຂໍ້ຕົກລົງແລກປ່ຽນຮ່ວມຕົງກັນເຊັ່ນ: ການຫລຸດຈໍານວນສະມາຊິກສະພາໄດເອັດ 10% ຫລື ການຍົກເລີກການບໍລິຈາກເງິນໃຫ້ພັກການເມືອງ.

                ເຖິງຢ່າງໃດກໍຕາມ, ອະນາຄົດທາງການເມືອງຂອງພັກ LDP ຍັງບໍ່ແນ່ນອນ ເພາະຍັງເປັນລັດຖະບານສຽງສ່ວນຫລາຍ ໂດຍໄດ້ຮັບສຽງສະໜັບສະໜູນພຽງ 231 ສຽງ ເຊິ່ງຂາດອີກ 2 ສຽງ ຈຶ່ງຈະຄອງສຽງສ່ວນຫລາຍໃນລັດຖະສະພາຈາກ 465 ສຽງ.

                ນາງ ທາຄາອິຈິ ຈະດໍາລົງຕໍາແໜ່ງຢ່າງເປັນທາງການ ຫລັງເຂົ້າພົບຈັກກະພັດ ດິນາຣູຮິໂຕະ (Naruhito) ໂດຍມີໜຶ່ງໃນພາລະກິດສໍາຄັນລໍຖ້າຄື: ການຕ້ອນຮັບທ່ານ ໂດນັລ ທຣໍາ ຜູ້ນໍາອາເມລິກາ ທີ່ມາຢ້ຽມຢາມຍີ່ປຸ່ນໃນວັນທີ 27-29 ຕຸລາ 2025.

                ປັດຈຸບັນ, ພັກ LDP ຄອງບ່ອນນັ່ງຫລາຍທີ່ສຸດໃນສະພາ 196 ບ່ອນນັ່ງ, ຮອງລົງມາແມ່ນພັກ CDP 148 ບ່ອນນັ່ງ ແລະ ພັກນິບປອນອິຊິນ 35 ສຽງ.

ອ້າງອີງ: