ປ່າສະຫງວນນ້ຳປຸຍ ເປັນໜຶ່ງປ່າສະຫງວນແຫ່ງສຸດທ້າຍຂອງຊ້າງອາຊີໃນລາວ

ໂດຍ: ຜາຕຸງ

ປ່າສະຫງວນແຫ່ງຊາດນ້ຳປຸຍ ແມ່ນໜຶ່ງໃນຈຳນວນປ່າສະຫງວນຫຼາຍແຫ່ງຂອງປະເທດທີ່ຍັງເຕັມໄປດ້ວຍຄວາມອຸດົມສົມບູນຂອງທຳມະຊາດ ຊີວະນານາພັນ ເປັນແຫຼ່ງທີ່ຢູ່ອາໃສຂອງສັດປ່າຫຼາຍຊະນິດ, ເປັນແຫຼ່ງສະໜອງສະບຽງອາຫານທາງທຳມະຊາດ, ຢາປົວພະຍາດ, ທັງເປັນແຫຼ່ງສ້າງລາຍໄດ້ໃຫ້ປະ ຊາຊົນທີ່ດຳລົງຊີວິດໃນເຂດອ້ອມຂ້າງ ແລະ ເຂດໃກ້ຄຽງນັບມື້ດີຂື້ນ

ການຈັດສັນ ແລະ ບູລະນະກິດຈະກຳຕ່າງໆຢູ່ປ່າສະຫງວນແຫ່ງນີ້ ໄດ້ຮັບການຊຸກຍູ້ສົ່ງເສີມທາງດ້ານທຶນຮອນ ຈາກໂຄງການສະໜັບສະໜູນ ການຄຸ້ມຄອງ ແລະ ການປົກປັກຮັກສາປ່າສະຫງວນແຫ່ງຊາດນ້ຳປຸຍ ໂດຍອົງການອະນຸລັກສິ່ງແວດລ້ອມສາກົນ ປະຈຳລາວ ຫຼື (WWF)  ໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ຊີວະນານາພັນ ໂດຍໄດ້ບັນຈຸເອົາວິທີການ ສຸຂະພາບໜຶ່ງດຽວ ຫຼື ວັນເຮວອັບໂພສ ເຂົ້າເປັນໜຶ່ງໃນ 5 ຈຸດສຸມຂອງໂຄງການ ໂດຍຖືສຳຄັນດ້ານສຸຂະພາບຄົນ, ສັດ ແລະ ສິ່ງແວດລ້ອມ.

ເປົ້າໝາຍຕົ້ນຕໍຂອງໂຄງການອະນຸລັກສິ່ງແວດລ້ອມສາກົນປະຈຳລາວ ຫຼື (WWF)  ຢູ່ເຂດ ປ່າສະຫງວນແຫ່ງຊາດນ້ຳປຸຍ ລວມມີ ການສ້າງຄວາມເຂັ້ມແຂງ, ການຄຸ້ມຄອງປ່າໄມ້ ແລະ ຊີວະນານາພັນ ໂດຍຜ່ານວິທີການນຳພາຂອງຊຸມຊົນ ເພີ່ມທະວີການຕິດຕາມກວດກາສັດປ່າ ແລະ ການປະຕິບັດມາດຕະການອະນຸລັກ ແກ້ໄຂຂໍ້ຂັດແຍ່ງຂອງມະນຸດ ແລະ ຊ້າງ ຢູ່ໃນຊຸມຊົນອ້ອມຂ້າງ ສົ່ງເສີມການສ້າງຈິດສຳນຶກການອະນຸລັກ ແລະການແບ່ງປັນຄວາມຮູ້, ສົ່ງເສີມການເຝົ້າລະວັງພະຍາດໂດຍຜ່ານວິທີການຂອງ ວັນເຮວ ໃນຈຳນວນສາມກິດຈະກຳ.   

ໂຄງການ ສຸຂະພາບໜຶ່ງດຽວ ຫຼື one health ຢູ່ໃນອົງປະກອບທີ່ເຮັດວຽກຮ່ວມມີສາມກິດຈະກຳ ຄື: ການເຜີຍແຜ່ຄວາມຮູ້ ດ້ວຍການສ້າງປົດສະເຕີ, ວີດີໂອຕ່າງໆ ເພື່ອໃຫ້ເຂົ້າເຖິງຫຼາຍໆກຸ່ມຄົນ ບໍ່ວ່າຈະເປັນໄວໜຸ່ມ ຫຼື ຈະເປັນຊາວບ້ານຜູ້ທີ່ເຮັດວຽກສັດຕະວະແພດ ລວມທັງບັນດາພະນັກງານທີ່ເຮັດວຽກຢູ່ໃນປ່າ; ວຽກທີສອງຕໍ່ມາແມ່ນເວົ້າເລື່ອງການເຝົ້າລະວັງ, ການເຝົ້າລະວັງແມ່ນໄດ້ຕັ້ງກ້ອງເພື່ອເບິ່ງວ່າມັນມີການພົວພັນກັນບໍ ລະຫວ່າງຄົນກັບສັດ ເພື່ອເບິ່ງວ່າ ຄັນເຂດໃດທີ່ໄປຕັ້ງກ້ອງແລ້ວເຫັນວ່າມັນໄດ້ພາບຂອງສັດບ້ານກັບສັດປ່າຢູ່ຈຸດດຽວກັນ ອັນນີ້ກໍຕ້ອງໄດ້ລົມກັນວ່າເຮັດແນວໃດຕ້ອງໄດ້ແຈ້ງວ່າຢູ່ໃນເຂດນີ້ອາດຈະເປັນເຂດທີ່ມີຄວາມສ່ຽງທີ່ວ່າ ພະຍາດຕິດແປດໄປໄດ້ທັງສອງທາງ ຄືທາງບ້ານສາມາດເອົາໄປຕິດຕໍ່ທາງປ່າໄດ້ ທາງປ່າສາມາດເອົາມາຕິດທາງບ້ານໄດ້ຈັ່ງຊັ້ນຈຶ່ງຖືວ່າເປັນຄວາມສ່ຽງ ແລະ ອັນສູດທ້າຍແມ່ນການກວດກາລາດຕະເວນພາຍຫຼັງຕິດຕັ້ງກ້ອງແລ້ວຕ້ອງໄດ້ໄປລາດຕະ ເວນຢູ່ຕາມເຂດຊາຍແດນຕ່າງໆເພື່ອຊອກເບິ່ງວ່າມັນມີຫຼັກຖານແນວໃດທີ່ຊີ້ບອກວ່າ ນະເວລານີ້ມັນມີການລົ້ມຫາຍຕາຍຈາກຂອງສັດປ່າແບບໜ້າສົງໃສ ບໍ່ແມ່ນວ່າຕາຍຍ້ອນອາຍຸ ແຕ່ສົງໄສວ່າ ຕາຍຍ້ອນການຕິດພະຍາດ ຕ້ອງມີການລາຍງານກັນຕາມລະບົບ.

ປ່າສະຫງວນແຫ່ງຊາດນ້ຳປຸຍ ຕັ້ງຢູ່ແຂວງໄຊຍະບູລີເປັນປ່າສະຫງວນແຫ່ງຊາດອີກຈຸດໜຶ່ງທີ່ກວ້າງໃຫຍ່ທີ່ສຸດໃນປະເທດລາວ ມີເນື້ອທີ່ທັງໝົດ 191,200ເຮັກຕາ ກວມ16ບ້ານຂອງ3ເມືອງ ຄື: ເມືອງພຽງ, ປາກລາຍ ແລະ ເມືອງທົ່ງມີໄຊ, ປ່າສະຫງວນນ້ຳປຸຍ ເປັນບ່ອນອະນຸລັກຊີວະນານາພັນ ເປັນໜຶ່ງປ່າສະຫງວນແຫ່ງສຸດທ້າຍຂອງຊ້າງອາຊີໃນລາວຕາມການສຳຫຼວດໃນໄລຍະຜ່ານມາ, ຄຽງຄູ່ກັບການຕິດກ້ອງດັກຖ່າຍຮູບໄດ້ເປີດເຜີຍການປະກົດຕົວຂອງສັດລ້ຽງລູກດ້ວຍນົມຂະໜາດໃຫຍ່ ແລະ ຂະ  ໜາດກາງຈຳນວນຫຼາຍຢູ່ເຂດນີ້ ລວມມີຊ້າງອາຊີ, ກະທິງ, ໝີໝາ, ເສືອລາຍເມກ, ເສືອໄຟ ແລະ ໂຕຄ່າງ.

ປ່າສະຫງວນນ້ຳປຸຍໄດ້ຮັບການຮັບຮອງ ເປັນສວນ ມໍລະດົກອາຊຽນ ຢ່າງເປັນທາງການໃນເດືອນຕຸລາ ປີ 2024 ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ ເປັນສະຖານທີ່ສຳຄັນໃນການອະນຸລັກ ດຶງດູດຄວາມສົນໃຈຈາກພາກພື້ນ ແລະ ສາກົນກ່ຽວກັບຄວາມສຳຄັນທາງດ້ານ ນິເວດວິທະຍາ ແລະ ທ່າແຮງທີ່ເປັນແບບຢ່າງໃນການຄຸ້ມຄອງປ່າສະຫງວນແບບຍືນຍົງ, ດັ່ງນັ້ນຈຶ່ງເຫັນໄດ້ວ່າ ທຸກປ່າສະຫງວນ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາທີ່ມີຊີວິດຕິດພັນກັບທຳມະຊາດທີ່ບໍ່ສາມາດຕັດແຍກອອກຈາກກັນບໍ່ໄດ້ ມັນສົມຄວນທີ່ຄວນໄດ້ຮັບການຄຸ້ມຄອງອະນຸລັກ ປົກປັກສາໃຫ້ຄົງຄວາມອຸດົມສົມບູນຕະຫຼອດໄປ.