ເຝົ້າລະວັງອຸທົກກະໄພ ໜຶ່ງໃນປັດໄຈທີ່ທໍາລາຍ ແລະ ກົດໜ່ວງຖ່ວງດຶງການພັດທະນາ

ໂດຍ: ທິດກໍ່າ
ຜົນກະທົບຈາກພາຍຸດີເປຣຊັນວິພາ ເຮັດໃຫ້ນໍ້າໄດ້ຖ້ວມຫລາຍທ້ອງຖິ່ນເຂດແຂວງໃນທົ່ວປະເທດ ໃນນີ້ໜັກກວ່າໝູ່ແມ່ນບັນດາແຂວງທາງພາກເໜືອເຊັ່ນ: ຫົວພັນ, ອຸດົມໄຊ, ຊຽງຂວາງ, ຫລວງພະບາງ ແລະ ໄຊຍະບູລີ ລາມລົງມາຮອດບັນດາແຂວງພາກກາງ ແລະ ພາກໃຕ້, ແຕ່ກໍເຫັນວ່າພາຍຸລູກນີ້ ພາຍຫລັງເຂົ້າມາຮອດລາວມັນກໍອ່ອນຕົວລົງຫລາຍ ຖ້າທຽບໃສ່ພາຍຸລູກອື່ນໆໃນບາງປີທີ່ຜ່ານມາ ເພາະນໍ້າໄດ້ຖ້ວມໃນພື້ນທີ່ລຽບຕາມແຄມນໍ້າ ແລະ ບ່ອນທີ່ຕໍ່າ ແລະ ສິ່ງສໍາຄັນແມ່ນບໍ່ມີຜູ້ໃດສູນຫາຍ ແລະ ເສຍຊີວິດຍ້ອນ. ສ່ວນຜົນເສຍຫາຍທາງດ້ານເສດຖະກິດການຜະລິດນັ້ນແມ່ນຍັງບໍ່ທັນສາມາດປະເມີນໄດ້ຢ່າງລະອຽດຊັດເຈນເທື່ອ.
ແນວໃດກໍຕາມ, ສໍາລັບລະດູຝົນປີນີ້ ພວກເຮົາຍັງຢູ່ໃນໄລຍະເດືອນ 9 ໄປຫາເດືອນ 10 ລາວ ທີ່ຍັງເປັນຊ່ວງລະດູຝົນ. ຕາມເຖົ້າແກ່ບູຮານເພິ່ນເວົ້າວ່າ ຝົນກາງເກົ້າກາງສິບມັນເປັນໄລຍະທີ່ມີຝົນຕົກໜັກ, ຕົກແຮງ ແລະ ຕົກລິນ ເພາະສະນັ້ນໃນຊ່ວງໄລຍະນີ້ ພວກເຮົາຍິ່ງມີສະຕິກຽມພ້ອມຢ່າງຈິງຈັງ ທັງມີສະຕິຕິດຕາມຂໍ້ມູນຂ່າວສານຈາກອຸຕຸນິຍົມອຸທົກກະສາດ ທັງກຽມວັດຖະພາຫະນະຕ່າງໆ ເພື່ອຜະເຊີນໜ້າຫາວິທີຫລີກລ່ຽງຈາກໄພພິບັດນໍ້າຖ້ວມໃນປີນີ້ໃຫ້ມີຄວາມປອດໄພ ທັງຊີວິດ ແລະ ຊັບສິນ ບໍ່ໃຫ້ພົນລະເມືອງລາວຖືກສູນຫາຍ ແລະ ເສຍຊີວິດ ຍ້ອນມະຫັນຕະໄພຈາກນໍ້າຖ້ວມໃນປີນີ້ຢ່າງເດັດຂາດ.
ຢ່າງໃດກໍດີ, ຈາກຜົນກະທົບຂອງພາຍຸວິພາໃນຄັ້ງນີ້ ບໍ່ວ່າທາງພາກລັດ ແລະ ເອກະຊົນ ນັບທັງຄູບາອາຈານ, ທະຫານ-ຕໍາຫລວດ ຕະຫລອດຮອດການນໍາແຕ່ລະທ້ອງຖິ່ນກໍໄດ້ລົງພື້ນທີ່ນໍາເອົາສິ່ງຂອງ, ວັດຖຸປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ, ນໍ້າດື່ມ, ເຂົ້າສານອາຫານແຫ້ງ ນັບທັງວັດຖຸອຸປະກອນເຮືອນ້ອຍເຮືອໃຫຍ່, ເຄື່ອງຊູຊີບອື່ນໆ ເພື່ອນໍາໄປຊ່ວຍເຫລືອຜູ້ຖືກຜົນກະທົບ ທັງສັດລ້ຽງອອກຈາກພື້ນທີ່ນໍ້າຖ້ວມມາໄວ້ທີ່ປອດໄພຊົ່ວຄາວ.
ກໍດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ໄພພິບັດຈາກນໍ້າຖ້ວມແມ່ນມະຫັນຕະໄພທີ່ອັນຕະລາຍຮ້າຍກາດຢ່າງໜຶ່ງຕໍ່ຊີວິດອິນຊີຂອງພົນລະເມືອງ ແລະ ເສດຖະກິດຂອງຊາດ ໂດຍສະເພາະປະເທດເຮົາມີແມ່ນໍ້າລໍາເຊ, ຫ້ວຍໜອງຄອງບຶງ ແລະ ຮ່ອມຫ້ວຍພູເຂົາທີ່ສະຫລັບສັບຊ້ອນໃນທົ່ວປະເທດ ແລະ ເຂື່ອນໄຟຟ້າທີ່ກັກເກັບນໍ້າສຳລັບຜະລິດໄຟຟ້າ ຢ່າງຫລວງຫລາຍເກືອບທຸກສາຍໃນທົ່ວປະເທດ. ສະນັ້ນ ພວກເຮົາຍິ່ງມີສະຕິກຽມພ້ອມ ທັງເຝົ້າລະວັງຢ່າງຈົດຈໍ່ໃນຊ່ວງລະດູຝົນ ເພາະສະໄໝນີ້ ສະພາບດິນຟ້າອາກາດມັນມີການປ່ຽນແປງໄປຫລາຍ, ການພັດທະນາສ້າງສາປະເທດຊາດບ້ານເມືອງກໍກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ແນ່ນອນຈາກປັດໄຈດັ່ງກ່າວ ສ່ວນໜຶ່ງກໍກະທົບເຖິງທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ມີການປ່ຽນແປງໄປໃນທາງບວກ ແລະ ທາງລົບ. ນອກຈາກນັ້ນ ສະພາບດິນຟ້າອາກາດກໍມີການປ່ຽນແປງໄປເລື້ອຍໆເຊັ່ນ: ຍາມຝົນກໍມັກມີພາຍຸຮຸນແຮງ, ຍາມແລ້ງອາກາດກໍຮ້ອນອົບເອົ້າເຜົາຜານ, ຍາມໜາວກໍໜາວຜິດປົກກະຕິ ຈົນກາຍເປັນໄພພິບັດມາກົດໜ່ວງທໍາລາຍເສດຖະກິດ ແລະ ຊີວິດການເປັນຢູ່ຂອງພົນລະເມືອງ.

