ຄວາມເຊື່ອແບບຜິດໆ ຄິດວ່າ ບໍລິໂພກສັດປ່າແລ້ວມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ

ໂດຍ: ຜາຕຸງ

ສັດປ່າ ເປັນສິ່ງທີ່ມີຊີວິດ ອາໄສຢູ່ໃນປ່າດົງພົງໄພ ກິນໃບໄມ້ໝາກໄມ້ ແລະ ພືດພັນຕ່າງໆເປັນອາຫານ ຕາມແຕ່ລະຊະນິດ ບໍ່ໄດ້ມີຄວາມວິເສດວິໂສ ບໍ່ແມ່ນຢາວິເສດສາມາດບຳລຸງເຖິງຂັ້ນເຮັດໃຫ້ຊີວິດອິນຊີຂອງຄົນຍືນຍາວ ບໍ່ແມ່ນອາຍຸວັດທະນະ ແຕ່ກົງກັນຂ້າມ ສັດປ່າເຫຼົ່ານັ້ນອາດເຮັດໃຫ້ຊີວິດສັ້ນລົງກໍເປັນໄດ້ ຍ້ອນສັດປ່າມີເຊື້ອພະຍາດຫຼາຍຊະນິດທີ່ພວກເຮົາເບິ່ງບໍ່ເຫັນ ສ່ວນຫຼາຍຄົນຄິດໄປເອງ ແລະ ເຊື່ອໄປເອງຕາມຄວາມປູກຝັງຈົນກາຍເປັນວິຖີທຳລາຍລ້າງສັດໂລກດ້ວຍກັນ.

ສັດປ່າ ອາດເປັນອາຫານບຳລຸງລ້ຽງຊີວິດຂອງຊາວຊົນນະບົດ ເປັນຮູບແບບການດຳລົງຊີວິດທີ່ອາໄສທຳມະຊາດ ຍ້ອນບໍ່ມີຕະຫຼາດ ແລະ ຊີ້ນເນື້ອພຽງພໍໃຫ້ຊື້ຈ່າຍຂາຍແຕ່ງຢູ່ຄົວກິນ ເວົ້າລວມກໍຄືບໍ່ໄດ້ອາໄສການລ້ຽງ ແຕ່ອາໄສການລ່າ ຈົນເຮັດໃຫ້ສັດບາງຊະນິດທີ່ຕິດພັນກັບລົດເລີດ ແລະ ຄວາມເຊື່ອໃກ້ຈະສູນພັນ ເປັນຕົ້ນແມ່ນ ເຍືອງ, ຄ່າງ, ລີງ, ໝີ, ເສືອ ແລະ ສັດປະເພດອື່ນໆອີກຫຼາຍຊະນິດ.

ເຫດການເປັນອຸທາຫອນຫຼ້າສຸດມີການຍິງຂາແດງ ສັດປ່າຫວງຫ້າມ ແລ້ວມີຜູ້ຖ່າຍຄລິບລົງເຟສບຸກຈົນໄປໄປສູ່ການຈັບໂຕໄດ້ໄລ່ທັນຜູ້ກະທຳຜິດມາສຶກສາອົບຮົມ ແລະ ຮັບໂທດຕາມກົດໝາຍບ້ານເມືອງ, ຊຶ່ງຜູ້ກະທຳຜິດມີທັງໝົດ 5 ຄົນລ້ວນແຕ່ແມ່ນປະຊາຊົນ ບ້ານປີໂກະ ເມືອງຕະໂອ້ຍ ແຂວງສາລະວັນ ເປັນຜູ້ລ່າສັດດັ່ງກ່າວ.

ຜູ້ກະທຳຜິດເວົ້າສຽງດຽວກັນວ່າ: ສາເຫດທີ່ຍ້ອນໄປໄລ່ລີງທີ່ກິນໝາກສາລີຢູ່ໄຮ່ ພ້ອມທັງຖືອາວຸດປະເພດປືນແກັບ 1 ກະບອກ ເຫັນຝູງຈຶ່ງໄລ່ຍິງ ແຕ່ຍິງບໍ່ຖືກຈົນໄປພົບຝູງຂາແດງ ປະມານ 40 ຫາ 50 ໂຕ ກຳລັງກິນໝາກໄຮ ຈິງໄດ້ລົງມືຍິງຄັ້ງທໍາອິດຖືກເພດແມ່ 1 ໂຕ. ຈາກນັ້ນ, ຝູງຂາແດງໄດ້ປົບໜີ ພວກຕົນກໍໄດ້ນຳໄປປະມານ 100 ແມັດ ຈິ່ງ ຍິງໄດ້ຕື່ມ 2 ໂຕ ລວມເປັນສາມໂຕ. ຫລັງຈາກນັ້ນກໍ ເອົາຂາແດງມາຂາຍ ແລະ ໄດ້ນໍາເອົາເງິນທີ່ຂາຍໄດ້ນັ້ນມາແບ່ງປັນກັນ ເພື່ອຊື້ເຂົ້າກິນ.

ຫາກຕັ້ງຄຳຖາມວ່າ: ແມ່ນຫຍັງເປັນແຮງຈູງໃຈໃຫ້ພວກກ່ຽວກໍ່ເຫດທຳລາຍສັດປ່າຫວງຫ້າມ ໂດຍສະເພາະ ໂຕຂາແດງ?

ກ່ຽວກັບເລື່ອງນີ້ ທ່ານສີປະໄພໄຊສົງຄາມ ຫົວໜ້າກົມກວດກາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງກະສິກຳແລະສິ່ງແວດລ້ອມ ກ່າວເຖິງແຮງຈູງໃຈໃນການລັກ ລອບຍິງ ຂາແດງວ່າ: ແຮງຈູງໃຈໃຫ້ລົງມືກະທຳຜິດອາດເປັນຍ້ອນຄວາມເຊື່ອແບບຜິດໆ ທີ່ຄິດວ່າ ຖ້າໄດ້ບໍລິໂພກສັດປ່າແລ້ວຈະເຮັດໃຫ້ມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ ປະຊາຊົນເຮົາມີຄວາມເຊື່ອ,ເພາະເຊື່ອວ່າສັດປ່າເຮັດໃຫ້ສຸຂະພາບແຂງແຮງ ເຮັດໃຫ້ມີກຳລັງວັງຊາ ຍ້ອນຄວາມເຊື່ອນີ້ຈຶ່ງເຮັດໃຫ້ຄົນເຮົານິຍົມກິນ ແລະ ເຮັດໃຫ້ຄົນໄປລ່າໄປຍິງ ກໍ່ຄືກໍລະນີຂາແດງນີ້ລະ ຍ້ອນຄວາມເຊື່ອຍັງມີຫຼາຍຈຶ່ງເຮັດໃຫ້ປະຊາຊົນຈຶ່ງຢາກຫາລາຍໄດ້ຈຶ່ງໄປລ່າສັດມາຂາຍ ດ້ວຍການໄປ ບຸກລຸກທຳລາຍສັດປ່າ ລວມທັງຢູ່ເຂດ ອຸທິ ຍານແຫ່ງຊາດ ລວມທັງອຸທິຍານແຫ່ງຊາດ ເຊຊັບ ບ້ານປີໂກ໊ະ ເມືອງຕາໂອ້ຍ ແຂວງສາລະວັນ.

ຜ່ານມາກໍຄືປັດຈຸບັນ ພັກແລະລັດຖະບານໄດ້ເອົາໃຈໃສ່ຢ່າງແຂງແຮງໃນການປົກປັກຮັກສາ ແລະ ຄຸ້ມຄອງສັດນ້ຳ ສັດປ່າໃຫ້ມີຄວາມຍືນຍົງໂດຍໄດ້ເຂົ້າຮ່ວມເປັນພາຄີໃນຖະແຫຼງການຮ່ວມ ວ່າດ້ວຍການຕ້ານ ອາສະຍາກຳຕໍ່ສັດປ່າໃນທຸກໆຮູບແບບ ນັບແຕ່ປີ 2014 ເປັນຕົ້ນມາ ປະຈຸບັນລັດຖະບານໄດ້ຂຶ້ນບັນຊີສັດປ່າ ແລະ ສັດນ້ຳ 95ຊະນິດໃຫ້ເປັນສັດປະເພດຫວງຫ້າມ ຂຶ້ນບັນຊີສັດນ້ຳ ແລະ ສັດປ່າ ຫຼາຍກວ່າ 100 ຊະນິດໃຫ້ເປັນສັດປ່າຄຸ້ມຄອງຕາມກົດໝາຍຕື່ມອີກ ຮຽກຮ້ອງໃຫ້ທຸກພາກສ່ວນທັງພາກລັດ ແລະ ເອກະຊົນ ລວມທັງປະຊາຊົນລາວບັນດາເຜົ່າຈົ່ງຮ່ວມແຮງຮ່ວມໃຈກັນພັດທະນາຄຸ້ມຄອງ ອານຸລັກຮັກສາ ສັດນ້ຳ-ສັດປ່າໃຫ້ຫຼາຍຂຶ້ນເພື່ອເພີ່ມຄວາມອຸດົມສົມບູນທາງດ້ານຊີວະນາໆພັນທີ່ເປັນມໍລະດົກທາງທຳມະຊາດຂອງຊາດເຮົາໃຫ້ຊົມໃຊ້ແບບຍືນຍົງກາຍເປັນມໍລະດົກຕົກທອດໃຫ້ເຊັ່ນຄົນຮຸ່ນຕໍ່ໆໄປ ການລ່າສັດນ້ຳ ສັດປ່າເປັນສິນຄ້າເປັນສິ່ງທີ່ຜິດກົດໝາຍ ແລະ ເປັນການສົ່ງເສີມການທຳລາຍປະຊາກອນສັດປ່າແບບດັບສູນ ສັດນ້ຳມີຄ່າ ສັດປ່າມີຄຸນ ຊ່ວຍຄ້ຳຈູນຊີວິດ ຈົ່ງຢ່າຄິດທຳລາຍ ແລະຫວັງວ່າ ເຫດການລ່າສັດປ່າ ຫວງຫ້າມ ຫາຍາກ ແລະໃກ້ສູນພັນ ຄືຂາແດງຄົງຈະບໍ່ເກີດຂຶ້ນອີກ.