ເປັນຫຍັງຄົນລາວຈຶ່ງບໍ່ຄ່ອຍນິຍົມບໍລິໂພກສື່ຂອງຕົນເທົ່າທີ່ຄວນ ? ບັນນາທິການ ຄວນປັບປຸງຫຍັງແດ່ ?

ໂດຍ: ທິດດີ
ພໍຮອດເດືອນສິງຫາໃນທຸກໆປີ ວົງການສື່ມວນຊົນບ້ານເຮົາ ຕ່າງກໍພາກັນສະຫຼອງວັນສຳຄັນຂອງຕົນນັ້ນຄື ວັນທີ 13 ສິງຫາ ເຊິ່ງເປັນວັນສື່ມວນຊົນແຫ່ຊາດ, ສຳລັບປີນີ້ ຄົບຮອບ 75 ປີ ແນ່ນອນຕ້ອງມີການສົນທະນາປາໄສ ຫຼື ວ່າມີກອງປະຊຸມວິຊາການກ່ຽວກັບສື່ວ່າຈະຕອບໂຈດສັງຄົມລາວໄດ້ຢ່າງໃດ ໂດຍສະເພາະບັນຫາທີ່ຕັ້ງຂຶ້ນວ່າ : “ເປັນຫຍັງຄົນລາວຈຶ່ງບໍ່ຄ່ອຍນິຍົມບໍລິໂພກສື່ຂອງຕົນເທົ່າທີ່ຄວນ?”
ເມື່ອເປັນເຊັ່ນນີ້ກໍມີການຕັ້ງຄຳຖາມວ່າ: ໃຜເປັນຜູ້ປຸງແຕ່ງເນື້ອໃນຂອງສື່ທີ່ກະຈາຍອອກສູ່ສັງຄົມ…ຄຳຕອບກໍຄື: “ບັນນາທິການ” ແລ້ວນັກບັນນາທິການແມ່ນແນວໃດ, ໃນກົດໝາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ເລກທີ 019/ສມຊ ລົງວັນທີ 04/11/2016, ໃນມາດຕາ03 (ປັບປຸງ) ການອະທິບາຍຄຳສັບໄດ້ອະທິບາຍວ່າ: ບັນນາທິການໝາຍເຖິງຜູ້ກວດແກ້, ກວດຜ່ານ, ເນື້ອໃນ ແລະ ຮູບແບບຂອງບົດຂອງຂ່າວ ແລະ ລາຍການຕ່າງໆຂອງສື່ມວນຊົນ.
ທີິດດີ ກໍຜູ້ໜຶ່ງທີ່ເຮັດວຽກງານໃນວົງການສື່ມາດົນພໍສົມຄວນຈົນຂ້ອນຊີວິດ ນັບຈາກມື້ເຂົ້າສູ່ວົງການມາຮອດປັດຈຸບັນກໍ 40 ປີພໍດີ ຜ່ານການຮຽນຮູ້ດ້ວຍຕົນເອງ, ການເຝິກອົບຮົມ ຈາກປະເທດເພື່ອນມິດຍຸດທະສາດ, ຈາກປະສົບການຕົວຈິງ ຜູ້ຂຽນເຫັນວ່າໃນວຽກບັນນາທິການມີບາງຈຸດສຳຄັນທີ່ຕ້ອງເອົາໃຈໃສ່ ເພື່ອເຮັດໃຫ້ວຽກງານສື່ພວກເຮົາໄດ້ຮັບການພັດທະນາ ແລະ ດຶງດູດຜູ້ບໍລິໂພກຫັນມາສົນໃຈສື່ໃນລາວຫຼາຍຂຶ້ນ ດັ່ງນີ້:
1. ນັກບັນນາທິການຕ້ອງເຂົ້າໃຈຜູ້ອ່ານ ຜ່ານມາເຮົາຍັງບໍ່ທັນຮັບຮູ້ຜະລິຕະພັນສື່ມວນຊົນແມ່ນສິນຄ້າ, ແຕ່ເວລາພວກເຮົາດຳເນີນກົນໄກການຕະຫຼາດນັ້ນ ມັນມີຄວາມຈຳເປັນຕ້ອງຖືວ່າມັນເປັນສິນຄ້າ ເພາະສື່ມວນຊົນຈະເປັນພາລະໃຫ້ງົບປະມານຂອງລັດ ແບກຫາບຕໍ່ໄປບໍ່ໄດ້ ຕ້ອງກ້າວສູ່ກຸ້ມຕົນເອງ ສ້າງລາຍຮັບດ້ວຍຕົນເອງ ຢາກໄດ້ແນວນັ້ນຜະລິດຕະພັນຕ້ອງເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານ.
2. ນັກບັນນາທິການເປັນຜູ້ມີບົດບາດສຳຄັນ ເພາະເປັນຜູ້ຕັດສິນເນື້ອໃນທັງໝົດຂອງສື່ມສນຊົນ ກ່ອນຈະເຂົ້າໂຮງພິມ, ກະຈາຍສຽງ ຫຼື ກະຈາຍພາບ, ຜູ້ອ່ານແມ່ນຜູ້ບໍລິໂພກ. ສະນັ້ນ, ບັນນາທິການຕ້ອງກຳໄດ້ວ່າຜູ້ບໍລິໂພກສື່ຂອງຕົນແມ່ນໃຜ? ຜູ້ບໍລິໂພກຕົ້ນຕໍ(ເປົ້າໝາຍ) ແລະຜູ້ບໍລິໂພກທາງອ້ອມ. ເວົ້າໃຫ້ເຂົ້າໃຈງ່າຍກໍແມ່ນວ່ານັກບັນນາທິການຕ້ອງເປັນການຕະຫຼາດເພາະວ່າໃນຍຸກຂໍ້ມູນຂ່າວສານ ການແຂ່ງຂັນໃນວົງການສື່ມວນຊົນກໍຕ້ອງຢູ່ພາຍໃຕ້ການຄອງຂອງກົດໝາຍວ່າດ້ວຍ ສື່ມວນຊົນ.
3. ກຳແໜ້ນແຫຼ່ງຂ່າວແມ່ນກຳຫຍັງ? ນັກບັນນາທິການຕ້ອງຮູ້ວ່າແຫຼ່ງຂ່າວ ທີ່ນັກຂ່າວນຳມາຂຽນນັ້ນມາຈາກໃສ? ມີຄວາມຊັດເຈນບໍ? ຕົຢ່າງ: ນັກຂ່າວຂຽນເລື່ອງການຜະລິດເຂົ້ານາແຊງ………ຜູ້ເປັນບັນນາທິການກໍຕ້ອງມີເພື່ອນຮ່ວມງານຈາກກະຊວງກະສິກຳ-ປ່າໄມ້ ເປັນຜູ້ສະໜອງແຫຼ່ງຂໍ້ມູນທີ່ຊັດເຈນໃຫ້. ໝາຍຄວາມວ່ານັກບັນນາທິການຕ້ອງເປັນຜູ້ຮອບຮູ້, ມີເພື່ອນຮ່ວມງານກວ້າງຂວາງ ຮູ້ທັນນັກວິຊາການ. ຮູ້ທັງນັກການເມືອງ,ຮູ້ນັກທຸລະກິດ,ຮູ້ຄົນໃນວົງການ ສິລະປະບັນເທີງ.
4. ສິ່ງຕັດສິນແມ່ນນັກບັນນາທິການຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ຮູ້ກົດໝາຍລະບຽບການທີ່ກ່ຽວຂ້ອງໃນບັນຫາຕ່າງໆຢ່າງຊັດເຈນ ລວມໄປເຖິງນະໂຍບາຍການຕ່າງປະເທດ ເພາະມັນຊ່ວຍໃຫ້ອອກຂ່າວ ຫຼື ສະແດງທັດສະຊະຕໍ່ບັນຫາສາກົນທີ່ເກີດຂຶ້ນໃນໂລກໄດ້ຢ່າງຖືກຕ້ອງເໝາະສົມ.
5. ການໃຊ້ສຳນວນພາສາຄ່ອງແຄ້ວ ແມ່ນເຮັດແນວໃດ? ພວກເຮົາຕ່າງກໍຮູ້ດີວ່າວຽກບັນນາທິ ການແມ່ນຂະບວນການນຳເອົາແນວຄິດ, ຈຸດປະສົງດ້ານການເມືອງ, ວັດທະນະທຳ, ວິທະຍາສາດທີ່ມີລັກສະນະສ່ວນຕົວຂອງຜູ້ຂຽນມາຮັບໃຊ້ຜົນປະໂຫຍດສ່ວນລວມ ສະນັ້ນການໃຊ້ພາສາ ຫຼື ສຳນວນວັນນະຄະດີແມ່ນສຸດທີ່ສຳຄັນ ເພາະມັນຊ່ວຍໃຫ້ຜູ້ອ່ານຊື່ນຊົມ, ພໍອົກພໍໃຈ ບໍ່ເຄັ່ງຕຶງເວລາອ່ານຂ່າວ ຫຼື ບົດຂຽນດັ່ງກ່າວ,
ບັນນາທິການທີ່ດີຕ້ອງເກັ່ງຈະຮູ້ນຳໃຊ້ຄຳສຸພາສິດ, ຄຳພັງເພີຍ,ຄຳໂຕງໂຕຍ, ຄຳເວົ້າຂອງທ່ານຜູ້ນຳ ມາປຽບທຽບ, ມາບັນຈຸເຂົ້າໃນປະໂຫຍກເພື່ອເຮັດໃຫ້ບົດ-ຂ່າວນັ້ນຄົມແຫຼມ ແລະ ດືງດູດຜູ້ອ່ານ. ດັ່ງນັ້ນ, ຈຶ່ງຢາກສະຫຼຸບວ່າ: ນັກບັນນາທິການຕ້ອງແມ່ນຜູ້ຮູ້ກ່ຽວກັບຜູ້ບໍລິໂພກສື່ມວນຊົນເຊິ່ງໃນນັ້ນ “PR ພາຫານະສົ່ງເສີມສື່ມວນຊົນ” ຂຽນໂດຍ ຣສ. ດຣ ໂດທິຖູຮັງ – ສະຖາບັນສື່ມວນຊົນ ແລະ ໂຄສະນາ ຂອງຫວຽດນາມ, ພາສາຫວຽດນາມ ພິມປີ 2010 ໄດ້ເວົ້າເຖິງຂົງເຂດພື້ນຖານ PR ຂອງສື່ມວນຊົນໄວ້ບາງຈຸດດັ່ງນີ້:
ຕ້ອງຊອກຮູ້ຜູ້ບໍລິໂພກ, ຕ້ອງຮູ້ວາງແຜນ, ສ້າງລາຍການ,ຈັດຕັ້ງປະຕິບັດ, ຮູ້ຄຸ້ມຄອງວຽກງານສື່ຢູ່ພາຍໃນ ແລະ ພາຍນອກ, ສ້າງຫໍສະໝຸດ, ສ້າງຫ້ອງເກັບກຳຂໍ້ມູນ,ພົວພັນຮ່ວມມືໃນວົງການສື່ມວນຊົນ ແລະ ຖັນແຖວ ນັກຂີດ ນັກຂຽນ, ເປັນທີ່ປຶກສາໃນຍຸດທະສາດໃດໜຶ່ງຂອງວຽກງານສື່, ຮູ້ຄຸ້ມຄອງທີ່ຕັ້ງພາລະບົດບາດຂອງຕົນ ແລະ ຮູ້ຮັກສາບົດບາດຊື່ສຽງສື່ຂອງຕົນ, ຄຸ້ມຄອງບໍ່ໃຫ້ເກີດພາວະວິກິດການແກ່ສື່ຂອງຕົນ. ສຳລັບ PR ມາຈາກ Public Relations ໃນຈຸດນີ້ຂໍອະນຸຍາດແປວ່າ ຜູ້ບໍລິໂພກສື່ມວນຊົນ ແທນທີ່ຈະແປວ່າ ຜູ້ເຮັດວຽກງານປະຊາສຳພັນ. ດັ່ງນັ້ນຈຶ່ງສະເໜີແລກປ່ຽນນຳ.

