ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້

ຄູ ຜູ້ແບກພາລະນັກໜ່ວງ ແລະ ມີໜ້າທີ່ເປັນຜູ້ໃຫ້

ໂດຍ: ທິດກໍ່າ  ເຖິງແມ່ນວ່າ ວັນຄູ 7 ຕຸລາ 2022 ຄົບຮອບ 28 ປີ,ຈະຜ່ານໄປແລ້ວກໍຕາມ ພວກເຮົາທີ່ເປັນຄົນລາວຂໍນອບນ້ອມຈົດຈຳລຳລຶກບຸນຄຸນຂອງຄູທີ່ມີຕໍ່ລູກສິດລູກຫາ ບໍ່ວ່າຜູ້ທີ່ພວມສຶກສາຮໍ່າຮຽນ ກໍຄືຜູ້ທີ່ໄດ້ຜ່ານສາຍຄາໂຮງຮຽນຈົນມີຜົນສຳເລັດ, ມີວຽກເຮັດງານທຳ, ມີຖານະຕຳແໜ່ງ, ຈົນເຖົ້າຈົນແກ່ດ້ວຍຄວາມຊາບຊຶ້ງ ແລະ ຈົງຮັກພັກດີຕໍ່ວັນຄູແຫ່ງຊາດມານະໂອກາດນີ້. ໃນຄວາມເປັນຈິງແລ້ວ, ພວກເຮົາຄົນລາວ…

ທຸກຄົນຕ້ອງມີແນວຄິດທີ່ຖືກຕ້ອງຕໍ່ການລຶບລ້າງຄວາມທຸກຍາກ

ທຸກຄົນຕ້ອງມີແນວຄິດທີ່ຖືກຕ້ອງຕໍ່ການລຶບລ້າງຄວາມທຸກຍາກ

ວັນທີ 17-24 ຕຸລາຂອງທຸກປີເປັນວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ແລະ ທຸກປີ, ຂະແໜງການກ່ຽວຂ້ອງໄດ້ໂຄສະນາໃຫ້ທົ່ວສັງຄົມຮັບຮູ້-ເຂົ້າໃຈຜົນກະທົບຂອງຄວາມທຸກຍາກ ເພື່ອພ້ອມກັນເຂົ້າຮ່ວມຂະບວນການລຶບລ້າງຄວາມທຸກຍາກໃຫ້ສຳເລັດຕາມຄາດໝາຍທີ່ພັກ-ລັດວາງໄວ້. ສປປ ລາວໃນຖານະເປັນສະມາຊິກອົງການສະຫະປະຊາຊາດ ແລະ ເປັນປະເທດທຸກຍາກໜຶ່ງຊຶ່ງເວລາໃດກໍຍຶດໝັ້ນອຸດົມການນຳຄວາມສົມບູນພູນສຸກມາໃຫ້ແກ່ປະຊາຊົນບັນດາເຜົ່າໂດຍສະແດງອອກເຖິງ ຄວາມມຸ່ງໝັ້ນຕໍ່ສູ້ລຶບລ້າງຄວາມທຸກຍາກຕະຫລອດມາ. ກອງປະຊຸມວຽກງານລຶບລ້າງຄວາມທຸກຍາກທົ່ວ ປະເທດຄັ້ງທີ 1 ທີ່ຈັດຂຶ້ນໃນວັນທີ 17-19 ມີນາ…

ຈັບຕົວຜູ້ກໍ່ເຫດລັກຂ້າງົວປະຊາຊົນ ເຄີຍດຳເນີນຄະດີຍ້ອນຄະດີລັກຊັບມາແລ້ວ 1 ຄັ້ງ

ຈັບຕົວຜູ້ກໍ່ເຫດລັກຂ້າງົວປະຊາຊົນ ເຄີຍດຳເນີນຄະດີຍ້ອນຄະດີລັກຊັບມາແລ້ວ 1 ຄັ້ງ

ພັນຕີ ແສງຄຳ ຜົ້ງສາລີ ຮອງຫົວໜ້າພະແນກຕຳຫລວດ​ ປກສ ເມືອງ​ລອງ​ ແຂວງຫລວງນໍ້າທາໃຫ້ຮູ້ວ່າ: ວັນທີ​ 17​ກັນຍາ​ 2022 ຜ່ານມານີ້​ ໄດ້ຮັບແຈ້ງເຫດ​ ຈາກຜູ້ເສຍຫາຍຢູ່ບ້ານຈອມແຈ້ງ ເນື່ອງຈາກພົບວ່າມີງົວອາຍຸ 7 ເດືອນທີ່ລ້ຽງໄວ້ ຖືກຄົນຮ້າຍລັກຂ້າ ເອົາຊີ້ນງົວດັ່ງກ່າວໄປ. ປກສ​ ຈຶ່ງໄດ້ສືບຄະດີດັ່ງກ່າວ…

ອອກພັນສາ ຫັນໜ້າເຂົ້າສູ່ການສ້າງສາວຽກງານ

ອອກພັນສາ ຫັນໜ້າເຂົ້າສູ່ການສ້າງສາວຽກງານ

ໂດຍ: ທິດກໍ່າ ງານສະຫລອງບຸນອອກພັນສາປະວໍລະນາປະຈຳປີ 2022 ຫລືວ່າ ພສ 2565 ໄດ້ສຳເລັດເສັດຊິ້ນລົງດ້ວຍບັນຍາກາດເບີກບານມ່ວນຊື່ນ ທັງມີຄວາມໝາຍທາງດ້ານການສືບສານຕຳນານປະເພນີວັດທະນະທຳອັນດີງາມຂອງຊາດທີ່ເຄີຍມີມາແຕ່ບູຮານນະການ. ປີນີ້ຫລາຍແຂວງ, ຫລາຍເມືອງບໍລິຫານຈັດການໄດ້ດີຈົນກາຍເປັນຈຸດເດັ່ນໃນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ຽວໄປຊົມຈັບຈ່າຍຊື້ສິນຄ້າໃນໂອກາດບຸນອອກພັນສາປີນີ້ຢ່າງຫລວງຫລາຍພາຍມາກ. ຕາມທີ່ທິດກໍ່າໄດ້ຕິດຕາມຂ່າວຄາວ, ບັນຍາກາດໃນການສະຫລອງບຸນອອກພັນສາປີນີ້ເຫັນວ່າມີຫລາຍແຂວງ, ຫລາຍເມືອງທີ່ຢູ່ລຽບຕາມແຄມແມ່ນ້ຳຂອງ ແລະ ຕາມແມ່ນ້ຳລຳເຊສາຍໃຫຍ່ໆທີ່ມີຢູ່ໃນທົ່ວປະເທດ ເປັນຕົ້ນນັບແຕ່ຜົ້ງສາລີແຂວງເໜືອສຸດຂອງປະເທດລາວລົງໄປຮອດພາກໃຕ້ສຸດຄືສາລະວັນ, ຈຳປາສັກ,…

ບັນຫາຫຍໍ້ທໍ້ສັງຄົມໃດກໍມີ ແຕ່ຕ້ອງຊ່ວຍກັນສະກັດກັ້ນ

ບັນຫາຫຍໍ້ທໍ້ສັງຄົມໃດກໍມີ ແຕ່ຕ້ອງຊ່ວຍກັນສະກັດກັ້ນ

ບັນຫາຫຍໍ້ທໍ້ບໍ່ອັນໃດກໍອັນໜຶ່ງ ທັງຢູ່ປະເທດຈະເລີນ ຫລື ຫລ້າຫລັງ, ຮັ່ງມີ-ທຸກຍາກດ້ອຍພັດທະນາລ້ວນມີ, ບັນດາປະເທດຕາເວັນຕົກທີ່ວ່າດີ, ເປັນແຖວໜ້າດ້ານເສດຖະກິດ ແລະ ການທະຫານ, ພວກ ອັນຕະພານກວນເມືອງ ສ້າງຄວາມບໍ່ສະຫງົບຕ່າງໆນານາກໍມີ. ແນວໃດກໍດີການຈະເຮັດໃຫ້ທຸກຄົນເປັນ ຄົນດີໝົດນັ້ນຄົງເປັນໄປບໍ່ໄດ້? ແຕ່ທຸກສັງຄົມກໍພະຍາຍາມເຮັດໃຫ້ມີຄົນດີຫລາຍ, ຄົນບໍ່ດີ ໃຈຊົ່ວຮ້າຍນັ້ນ ໜ້ອຍເທົ່າໃດຍິ່ງດີ. ຈ້ອນມາສູ່ບ້ານເຮົາໂດຍສະເພາະຢູ່ນະຄອນຫລວງວຽງຈັນ ມັກເຫັນຂ່າວການຄາດຕະກໍາ,…

ວັນທີ 12 ຕຸລາ ວັນປະກາດເອກະລາດແຫ່ງຊາດລາວ

ວັນທີ 12 ຕຸລາ ວັນປະກາດເອກະລາດແຫ່ງຊາດລາວ

ກ່ອນ​ໜ້າ​ນີ້​ 77 ​ປີ ຄື​ວັນ​ທີ 12 ຕຸລາ 1945, ຢູ່ວຽງຈັນ ໄດ້​​ໂຮມ​ຊຸມນຸມ​ໃຫຍ່​ປະກາດ​ຄວາມ​ເປັນ​ເອກະ ລາດ​ຂອງ​ຊາດ​ລາວ​ເຮົາ ເປັນ​ເທື່ອ​ທຳອິດ​ຈາກ​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ພວກ​ຮຸກ​ຮານ​ຕ່າງ​ຊາດ ຊຶ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ໄຊຊະນະ​ຂອງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ, ດ້ວຍ​ຄວາມ​ສາມັກຄີ ແລະ ການ​ເສຍສະລະອັນ​ໃຫຍ່​ຫຼວງ​ຂອງ​ກອງທັບ ແລະ ປະຊາຊົນ​ເຮົາ​ພາຍ​ໃຕ້​ການ​ນຳພາ ຂອງ​ພັກ​ປະຊາຊົນ…

ບັນຫາຊຳເຮື້ອເລື່ອງການສວຍໂອກາດຂຶ້ນຄ່າຝາກລົດທີ່ປະຕິບັດບໍ່ໄດ້ເຊັ່ນທຸກໆປີກັບມາອີກແລ້ວ

ບັນຫາຊຳເຮື້ອເລື່ອງການສວຍໂອກາດຂຶ້ນຄ່າຝາກລົດທີ່ປະຕິບັດບໍ່ໄດ້ເຊັ່ນທຸກໆປີກັບມາອີກແລ້ວ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າການໃຫ້ບໍລິການຄ່າຝາກລົດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງ ເຮືອປະເພນີທ່າວັດຈັນທຸກໆປີທີ່ຜ່ານມາ ມັກຈະມີຫາງສຽງຈາກສັງຄົມທຸກໆປີ ແລະ ເປັນບັນຫາຊຳເຮື້ອທີ່ສ້າງພາບພົດອັນບໍ່ດີໃຫ້ແກ່ງານບຸນ ແລະ ການທ່ອງທ່ຽວ, ມີຜູ້ປະກອບການຮັບຝາກລົດຈຳນວນໜຶ່ງ ໄດ້ສວຍໂອກາດເກັບຄ່າຝາກລົດເກີນລາຄາທີ່ຄະນະຮັບຜິດຊອບຈັດງານບຸນກຳນົດ ຄື: ລົດໃຫຍ່ ໃຫ້ເກັບ 20.000 ກີບ/ຄັນ/ຄັ້ງ ແຕ່ງານຫາກໍເລີ່ມເປີດເປັນມື້ທີສອງກໍມີຫາງສຽງຈາກຜູ້ທີ່ໄປທ່ຽວຊົມງານບຸນສ່ອງແສງອອກມາຫລາຍຂຶ້ນເລື້ອຍໆ…

ຊົມເຊີຍວັນຄູແຫ່ງຊາດຄົບຮອບ 28 ປີ

ຊົມເຊີຍວັນຄູແຫ່ງຊາດຄົບຮອບ 28 ປີ

ປີ 2022 ເປັນປີຄົບຮອບ 28 ປີຂອງວັນຄູແຫ່ງຊາດ ຊຶ່ງຕະຫຼອດ 27 ປີຜ່ານມາ, ຄູ-ອາຈານ ໄດ້ເປັນໝາກຫົວໃຈຂອງການພັດທະນາຊັບພະຍາກອນມະນຸດ ອອກຮັບໃຊ້ສັງຄົມທັງໃນຂົງເຂດເສດຖະກິດ, ສັງຄົມ ແລະ ການປົກຄອງ ໂດຍຄູ-ອາຈານ ມີບົດບາດສຳຄັນຍິ່ງຈົນໄດ້ຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ,​ ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ,…

28 ປີ ແຫ່ງການພັດທະນາຊັບພະຍາກອນມະນຸດ, ຊົມ​ເຊີຍ!! ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ

28 ປີ ແຫ່ງການພັດທະນາຊັບພະຍາກອນມະນຸດ, ຊົມ​ເຊີຍ!! ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ

ບົດຄວາມ: ລາວພັດທະນາ ຄູ ປຽບເໜືອແມ່ພິມຂອງຊາດ ທີ່ຄ່ອຍພັດທະນາຊັບພະຍາກອນມະນຸດ,ວັນ​ທີ 7 ຕຸລາ 2022 ນີ້ ແມ່ນ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 28 ປີ, ​ເປັນ​ວັນ​ສຳຄັນ​ທາງ​ປະຫວັດສາດ​ວັນ​ໜຶ່ງ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍ​ຄື​ຄູ​-ອາຈານ​ທີ່​ມີ​ພັນທະ​ໜ້າ​ທີ່​ສິດສອນ ​ເພື່ອ​ສ້າງຄົນ​ໃນ​ພາລະ​ກຳ​ປະຫວັດສາດ​ທຸກ​ຍຸກ​ສະ​ໄໝ​ໃຫ້​ກາຍ​ເປັນ​ຊັບພະຍາກອນ​ທີ່​ດີ ​ແລະ ​ເປັນ​ທຶນຮອນ​ອັນ​ປະ​ເສີດຂອງ​ຊາດ. ສ່ວນວ່າ​ປະຫວັດສາດ​ທີ່​ໄປ​ທີ່​ມາ​ຂອງ​ວັນ​ທີ 7…

ເສັ້ນທາງປຽບເໝືອນເສັ້ນເລືອດ ຕ້ອງໄດ້ປົວແປງຮັກສາ

ເສັ້ນທາງປຽບເໝືອນເສັ້ນເລືອດ ຕ້ອງໄດ້ປົວແປງຮັກສາ

ບົດຄວາມ: ລາວພັດທະນາ ມັກໄດ້ຍິນການປຽບທຽບເສັ້ນທາງຄົມມະນາຄົມວ່າ ເປັນດັ່ງເສັ້ນເລືອດລ້ຽງຮ່າງກາຍຄົນ ແລະ ສັດໃຫ້ມີຊີວິດຢູ່ໄດ້. ກວ້າງກວ່ານີ້ຄືການໃຫ້ຄວາມສຳຄັນຕໍ່ເສັ້ນທາງຄົມມະນາຄົມທີ່ມີບົດບາດຕໍ່ການພັດທະນາ ປະ ເທດຊາດ. ດັ່ງນັ້ນການກໍ່ສ້າງ ແລະ ບູລະນະເສັ້ນທາງກໍຄືການຂະຫຍາຍຕາໜ່າງເສັ້ນທາງຄົມມະນາຄົມ ຈຶ່ງສຳຄັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່. ເມື່ອເສັ້ນທາງມີຄວາມສຳຄັນຢ່າງໃຫຍ່ຫລວງ ຊຶ່ງນອກຈາກຂະຫຍາຍໃໝ່, ໂຕທີ່ມີແລ້ວກໍຕ້ອງໄດ້ບູລະ ນະຮັກສາໃຫ້ໃຊ້ໄດ້ດີຢູ່ສະເໝີເພື່ອສາມາດຕອບສະໜອງຄວາມຮຽກຮ້ອງການໄດ້ຢ່າງເຕັມສ່ວນ. ແນວໃດກໍດີຫລັງຟ້າຝົນຊົນລະທາຢຸດຕົກແດ່ ສັງເກດເຫັນເສັ້ນທາງຫລາຍເສັ້ນເປ່ເພຢ່າງໜັກ…