ໂຮງໝໍມິດຕະພາບ 150 ຕຽງກຽມພ້ອມຮອງຮັບຄົນເຈັບໄລຍະປີໃໝ່
ທ່ານ ອຳນວຍການໂຮງໝໍມິດຕະພາບ 150 ຕຽງໃຫ້ສຳພາດ ຕໍ່ນັກຂ່າວລາວພັດທະນາຂອງພວກເຮົາໃນວັນທີ 11 ເມສານີ້ວ່າ: ຕາມການມອບໝາຍຂອງກະຊວງສາທາລະນະສຸກໃຫ້ທຸກໂຮງໝໍສູນກາງ, ກໍຄືໂຮງໝໍແຂວງກຽມພ້ອມຮອງຮັບຄົນເຈັບທີ່ອາດຈະມີຂຶ້ນໃນໄລຍະສະຫຼອງບຸນປີໃໝ່ນີ້, ຊຶ່ງປັດຈຸບັນໂຮງໝໍຂອງຕົນກໍໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອຮອງຮັບການບໍລິການປິ່ນປົວຄົນເຈັບໃນໄລຍະດັ່ງກ່າວໃຫ້ຮັບປະກັນເປັນຕົ້ນແມ່ນ: ການກຽມສະຖານທີ່ບໍລິການ, ເພີ່ມຫ້ອງຍາມຂອງແພດໝໍ ແລະ ຕຽງນອນແຮໄວ້ ເປັນຈຳນວຍຫຼາຍ, ກຽມບຸກຄະລາກອນໃຫ້ພຽງພໍ, ເມື່ອເກີດມີກໍລະນີຄົນເຈັບເປັນຈຳນວນຫຼາຍ, ໂດຍສະເພາະພະແນກສຸກເສີນຈະເພີ່ມຈຳນວນແພດໝໍເວນຍາມຕະຫຼອດ 24 ຊົ່ວໂມງ, ພ້ອມທັງໄດ້ແຕ່ງຕັ້ງໜ່ວຍປະຈຳການພິເສດເຊັ່ນ: ແພດຜ່າຕັດສຸກເສີນ, ແພດ ຟື້ນຟູ ແລະ ອື່ນໆ, ກຽມເຄື່ອງມືອຸປະກອນ ການແພດ ແລະ ຢາປົວພະຍາດໄວ້ໃຫ້ພຽງ ພໍກັບຄວາມຕ້ອງການ ແລະ ວາງແຜນເຮັດວຽກ ໃຫ້ລະອຽດ ນັບແຕ່ຂອດປະສານ ສົມ ທົບກັບໂຮງໝໍຕ່າງໆ,ເຈົ້າໜ້າທີ່ຕຳຫຼວດ, ອຳນາດການປົກຄອງ ແລະ ໜ່ວຍກູ້ໄພໃຫ້ຮັບປະກັນ ແລະ ສາມາດນຳສົ່ງຄົນເຈັບ ໄດ້ວ່ອງໄວ ແລະ ທັນເວລາ, ໂດຍລວມແລ້ວຖືວ່າມີຄວາມພ້ອມທຸກດ້ານ, ເນື່ອງຈາກວ່າໃນຊ່ວງໄລຍະປີໃໝ່ລາວໃນທຸກໆປີຜ່ານມາມັກຈະມີອຸປະຕິເຫດເກີດຂື້ນຫຼາຍກວ່າຂອງວັນທຳມະດາ, ຕາມສະຖິຕິຂອງໂຮງໝໍ 150 ຕຽງ ເຫັນວ່າໃນໄລຍະປີໃໝ່ຜ່ານມາມີຄົນເຈັບກະທົບເຂົ້າມາປິນປົວຫຼາຍກວ່າ 700 ຄົນ ແລະ ເສຍຊີວິດ 11 ຄົນ, ໂດຍສ່ວນຫຼາຍແມ່ນເກີດຈາກອຸປະຕິເຫດ ແລະ ເກືອບທັງໝົດແມ່ນຢູ່ໃນອາການມືນເມົາ ແລະ ບໍ່ສະເພະແຕ່ໂຮງໝໍຂອງຕົນເທົ່ານັ້ນໂຮງໝໍອື່ນໆກໍເຊັ່ນດຽວກັນ,ດັ່ງນັ້ນໃນນາມແພດໝໍຜູ້ໜຶ່ງທີ່ເຫັນຜົນກະທົບຈາກອຸປະຕິເຫດໃນໄລຍະສະຫຼອງປີໃໝ່ນີ້, ຈຶ່ງຂໍຮຽກຮ້ອງໃຫ້ສັງຄົມ, ໂດຍສະເພາະແມ່ນໄວໜຸ່ມ, ເຍົາວະຊົນຈົ່ງຫຼິ້ນປີໃໝ່ຢ່າງມີສະຕິ, ເອົາໃຈໃສ່ປະຕິບັດລະບຽບ ແລະ ຂໍ້ຫ້າມຕ່າງໆຂອງເຈົ້າໜ້າທີ່ໃຫ້ເຂັ້ມງວດເມົາແລ້ວບໍ່ຂັບ, ດື່ມຢ່າງມີສະຕິ,ການຫົດສົງເຊິ່ງກັນ ແລະ ກັນກໍໃຫ້ເໝາະສົມພໍດີພໍງາມ, ຮັບປະກັນຄວາມເບີກບານມ່ວນຊື່ນແທດເໝາະກັບຮີດຄອງປະເພນີ ແລະ ວັດທະນະທຳອັດດີງາມຂອງຊາດ.

