ບັນຫາຊຳເຮື້ອເລື່ອງການສວຍໂອກາດຂຶ້ນຄ່າຝາກລົດທີ່ປະຕິບັດບໍ່ໄດ້ເຊັ່ນທຸກໆປີກັບມາອີກແລ້ວ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າການໃຫ້ບໍລິການຄ່າຝາກລົດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງ ເຮືອປະເພນີທ່າວັດຈັນທຸກໆປີທີ່ຜ່ານມາ ມັກຈະມີຫາງສຽງຈາກສັງຄົມທຸກໆປີ ແລະ ເປັນບັນຫາຊຳເຮື້ອທີ່ສ້າງພາບພົດອັນບໍ່ດີໃຫ້ແກ່ງານບຸນ ແລະ ການທ່ອງທ່ຽວ, ມີຜູ້ປະກອບການຮັບຝາກລົດຈຳນວນໜຶ່ງ ໄດ້ສວຍໂອກາດເກັບຄ່າຝາກລົດເກີນລາຄາທີ່ຄະນະຮັບຜິດຊອບຈັດງານບຸນກຳນົດ ຄື: ລົດໃຫຍ່ ໃຫ້ເກັບ 20.000 ກີບ/ຄັນ/ຄັ້ງ ແຕ່ງານຫາກໍເລີ່ມເປີດເປັນມື້ທີສອງກໍມີຫາງສຽງຈາກຜູ້ທີ່ໄປທ່ຽວຊົມງານບຸນສ່ອງແສງອອກມາຫລາຍຂຶ້ນເລື້ອຍໆ ຜ່ານສື່ອອນລາຍຕ່າງໆ ບາງຄົນໄດ້ໂພສລົງເຟສບຸກສ່ວນຕົວ ແລະ ອີກຈຳນວນໜຶ່ງໄດ້ສົ່ງຂໍ້ມູນຫາທາງເຟສບຸກເພຈ ໜັງສືພິມ ລາວພັດທະນາ ໂດຍກົງວ່າໄດ້ເສຍຄ່າຝາກລົດໃຫຍ່ 30.000 ກີບ, ບາງຄົນ 40.000 ກີບ ແລະ ບາງຄົນໄດ້ເສຍສູງເຖິງ 50.000 ກີບ ກໍມີ. ເຊິ່ງບັນຫາດັ່ງກ່າວໄດ້ສ້າງພາບພົດບໍ່ດີ, ເອົາປຽບນັກທ່ອງທ່ຽວ ແລະ ທີ່ສຳຄັນແມ່ນບໍ່ຕິບັດຕາມແຈ້ງການຂອງຄະນະຮັບຜິດຊອບຈັດງານວາງອອກແບບບໍ່ຢ້ານກົວຫຍັງເລີຍ.
ອີງຕາມການຖະແຫລງຂ່າວໃນວັນທີ 22 ກັນຍາ 2022 ຜ່ານມາ ຂອງ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ປະທານຈັດງານບຸນ ກ່າວວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປີ 2022 ນີ້, ໂດຍເນັ້ນວ່າຈະກຳຈັດປັດເປົ່າບັນຫາທີ່ຊຳເຮື້ອມາຍາວນານ ແລະ ຖືກສັງຄົມຕຳໜິວິຈານມາໂດຍຕະຫລອດ ຈະບໍ່ໃຫ້ເກີດມີອີກ ເພາະມັນເປັນການທຳລາຍພາບພົດທີ່ດີງາມ. ເຊັ່ນກຳນົດຄ່າຝາກ ລົດໃຫຍ່ 20.000 ກີບ/ຄັນ/ຄັ້ງ, ຕຸກໆຈຳໂບ້ 15.000 ກີບ/ຄັນ/ຄັ້ງ, ລົດຈັກ 10.000 ກີບ/ຄັນ/ຄັ້ງ, ລົດຖີບ 5.000 ກີບ/ຄັນ/ຄັ້ງ. ສະຖານທີ່ຝາກລົດ ກຳນົດເອົາ 3 ຈຸດຄື: ສຳລັບລົດປະຊາຊົນທີ່ມາທ່ຽວງານ ແຕ່ 4 ແຍກທະນາຄານພັດທະນາລາວ-ສີ່ແຍກໄຟແດງສີຫອມສາມແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ -ສີ່ແຍກໄຟແດງວັດສີສະເກດ; ສຳລັບລົດພະນັກງານ, ຄະນະກຳມະການ ແລະ ແຂກ ແມ່ນກຳນົດເອົາ ເສັ້ນທາງເຈົ້າອານຸວົງໃໝ່ (ແຄມຂອງ) ແຕ່ຈຸດທາງເຂົ້າຈົນຮອດອະນຸສາວະລີເຈົ້າອານຸວົງ.
ເມື່ອເກີດມີຫາງສຽງຂຶ້ນແລ້ວ ຈຶ່ງຂໍຝາກເຖິງໜ່ວຍງານທີ່ກ່ຽວຂ້ອງເພີ່ມທະວີລົງເຄື່ອນໄຫວຕິດຕາມປັດເປົ່າສິ່ງທີ່ບໍ່ຈົບ ບໍ່ງາມອອກຈາກງານບຸນດັ່ງກ່າວຕາມທີ່ຄະນະຮັບພິຊອບຈັດງານທີ່ໄດ້ເນັ້ນກ່າວໄວ້ດ້ວຍ.

