ທຸກຄົນຕ້ອງມີແນວຄິດທີ່ຖືກຕ້ອງຕໍ່ການລຶບລ້າງຄວາມທຸກຍາກ

ວັນທີ 17-24 ຕຸລາຂອງທຸກປີເປັນວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ແລະ ທຸກປີ, ຂະແໜງການກ່ຽວຂ້ອງໄດ້ໂຄສະນາໃຫ້ທົ່ວສັງຄົມຮັບຮູ້-ເຂົ້າໃຈຜົນກະທົບຂອງຄວາມທຸກຍາກ ເພື່ອພ້ອມກັນເຂົ້າຮ່ວມຂະບວນການລຶບລ້າງຄວາມທຸກຍາກໃຫ້ສຳເລັດຕາມຄາດໝາຍທີ່ພັກ-ລັດວາງໄວ້.

ສປປ ລາວໃນຖານະເປັນສະມາຊິກອົງການສະຫະປະຊາຊາດ ແລະ ເປັນປະເທດທຸກຍາກໜຶ່ງຊຶ່ງເວລາໃດກໍຍຶດໝັ້ນອຸດົມການນຳຄວາມສົມບູນພູນສຸກມາໃຫ້ແກ່ປະຊາຊົນບັນດາເຜົ່າໂດຍສະແດງອອກເຖິງ ຄວາມມຸ່ງໝັ້ນຕໍ່ສູ້ລຶບລ້າງຄວາມທຸກຍາກຕະຫລອດມາ. ກອງປະຊຸມວຽກງານລຶບລ້າງຄວາມທຸກຍາກທົ່ວ ປະເທດຄັ້ງທີ 1 ທີ່ຈັດຂຶ້ນໃນວັນທີ 17-19 ມີນາ 2003, ໄດ້ຮັບຮອງເອົາວັນທີ 17-19 ຕຸລາ ເປັນວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຢ່າງເປັນທາງການ.

ເພື່ອບັນລຸບັນດາຄາດໝາຍສູ້ຊົນແກ້ໄຂຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ່ວາງໄວ້ນັ້ນ, ລັດຖະບານ ໄດ້ຜັນຂະຫຍາຍເປັນແຜນຍຸດທະສາດ, ແຜນການ ແລະ ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຕ່ລະໄລຍະ ໂດຍຖືເອົາການພັດທະນາຊົນນະບົດຮອບດ້ານກໍຄືການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ ຕາມທິດສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາເປັນໃຈກາງລຶບລ້າງຄວາມທຸກຍາກ ສົ່ງຜົນເຮັດໃຫ້ການລຶບລ້າງຄວາມທຸກຍາກຢູ່ປະເທດເຮົາປະສົບຜົນສໍາເລັດທີ່ເປັນພື້ນຖານຫລາຍດ້ານ, ອັດຕາສ່ວນຄວາມທຸກຍາກນັບມື້ຫລຸດລົງ.

ແນວໃດກໍດີ, ວຽກງານນີ້ຍັງພົບກັບຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ ເນື່ອງຈາກປັດໄຈ ແລະ ເງື່ອນໄຂຕ່າງໆ ໂດຍສະເພາະໃນຊຸມປີມໍ່ມານີ້ເກີດການລະບາດພະຍາດໂຄວິດ-19 ລວມທັງສະພາບຄວາມຫຍຸ້ງຍາກຊົ່ວຄາວດ້ານການເງິນ-ງົບປະມານເຮັດໃຫ້ຫລາຍວຽກງານໄດ້ຮັບຜົນກະທົບເປັນຕ່ອງໂສ້, ແຕ່ເພື່ອບັນລຸຕາມຄາດໝາຍລຶບ ລ້າງຄວາມທຸກຍາກທີ່ວາງໄວ້ໂດຍເຂົ້າໃຈຄວາມເປັນຈິງທີ່ວ່າ: ຄວາມທຸກຍາກບໍ່ໄດ້ເກີດຈາກບຸນວາດສະ ໜາໃນອະດີດຕະຊາດຕາມຄວາມເຊື່ອບູຮານ ໂດຍທຸກຄົນສາມາດເລືອກວິທີທໍາມາຫາກິນຂອງຕົນຢ່າງເສລີບົນຄວາມຖືກຕ້ອງຄາມລະບຽບກົດໝາຍອາໄສຄວາມດຸໝັ່ນຂະຫຍັນພຽນ, ອົດທົນພະຍາຍາມ, ປະຢັດ, ຊື່ສັດ, ຊອກຮູ້, ຮູ້ຖອດຖອນບົດຮຽນນໍາຜູ້ອື່ນໃນການປະກອບອາຊີບ ຜົນສໍາເລັດຈະເລີ່ມຈາກນ້ອຍຫາໃຫຍ່ ແລະ ໃນທີ່ສຸດ, ຄວາມທຸກຍາກຂອງແຕ່ລະຄົນ, ຄອບຄົວ, ບ້ານ, ເມືອງ, ແຂວງ-ນະຄອນຫລວງ ແລະ ທົ່ວປະເທດ ກໍສໍາເລັດ.

ສິ່ງສຳຄັນ, ທຸກຄົນຕ້ອງມີແນວຄິດທີ່ຖືກຕ້ອງຕໍ່ການລຶບລ້າງຄວາມທຸກຍາກ ໂດຍເປັນຜູ້ບຸກບືນຫ້າວຫັນ, ຕື່ນຕົວພັດທະນາຕົນເອງ, ຄິດຢາກພັດທະນາ, ກ້າຮັບເອົາອັນໃໝ່ກໍຄືບັນດາດ້ານທີ່ເປັນວິທະຍາສາດ-ວິທະຍາການທີ່ທັນສະໄໝກວ່າເກົ່າ.