ອອກພັນສາ ຫັນໜ້າເຂົ້າສູ່ການສ້າງສາວຽກງານ

ໂດຍ: ທິດກໍ່າ

ງານສະຫລອງບຸນອອກພັນສາປະວໍລະນາປະຈຳປີ 2022 ຫລືວ່າ ພສ 2565 ໄດ້ສຳເລັດເສັດຊິ້ນລົງດ້ວຍບັນຍາກາດເບີກບານມ່ວນຊື່ນ ທັງມີຄວາມໝາຍທາງດ້ານການສືບສານຕຳນານປະເພນີວັດທະນະທຳອັນດີງາມຂອງຊາດທີ່ເຄີຍມີມາແຕ່ບູຮານນະການ. ປີນີ້ຫລາຍແຂວງ, ຫລາຍເມືອງບໍລິຫານຈັດການໄດ້ດີຈົນກາຍເປັນຈຸດເດັ່ນໃນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ຽວໄປຊົມຈັບຈ່າຍຊື້ສິນຄ້າໃນໂອກາດບຸນອອກພັນສາປີນີ້ຢ່າງຫລວງຫລາຍພາຍມາກ. ຕາມທີ່ທິດກໍ່າໄດ້ຕິດຕາມຂ່າວຄາວ, ບັນຍາກາດໃນການສະຫລອງບຸນອອກພັນສາປີນີ້ເຫັນວ່າມີຫລາຍແຂວງ, ຫລາຍເມືອງທີ່ຢູ່ລຽບຕາມແຄມແມ່ນ້ຳຂອງ ແລະ ຕາມແມ່ນ້ຳລຳເຊສາຍໃຫຍ່ໆທີ່ມີຢູ່ໃນທົ່ວປະເທດ ເປັນຕົ້ນນັບແຕ່ຜົ້ງສາລີແຂວງເໜືອສຸດຂອງປະເທດລາວລົງໄປຮອດພາກໃຕ້ສຸດຄືສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປືຕ່າງກໍໄດ້ຈັດງານບຸນອອກພັນສາຕາມຮີດຄອງປະເພນີ ນັບທັງຈັດງານຕະຫລາດນັດ ແລະ ຊ່ວງເຮືອຢ່າງເບີກບານມ່ວນຊື່ນ ອັນເປັນການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ສົ່ງເສີມການທ່ອງທ່ຽວໄດ້ເປັນຢ່າງດີ.

ແຕ່ແນວໃດກໍດີ, ຕາມຮີດຄອງປະເພນີຂອງຊາວລາວເຮົາແລ້ວ ຫລັງຈາກອອກພັນສາໄປແລ້ວກໍຈະມີງານບຸນສິນກິນທານຕ່າງໆແຕກໜໍ່ຈໍ່ແນວຢ່າງມາກມາຍ ເປັນຕົ້ນບຸນກະຖິນ, ບຸນກອງຜ້າປ່າສາມັກຄີ ຈົນໄປຮອດບຸນທາດຫລວງ ແລະ ບຸນອື່ນໆຕາມຮີດ 12 ຄອງ 14 ຮີດ ຮີດຍີ່ຄອງຈຽງຂອງພວກເຮົາຊາວພຸດ. ສ່ວນວ່າທາງຝ່າຍຄະລືຫັດ ຫລືວ່າ ຝ່າຍບ້ານເມືອງເຮົາກໍຈະພາກັນຫັນໜ້າເຂົ້າສູ່ວຽກງານສານຈ່າ ເພາະຫລັງຈາກອອກພັນສາໄປແລ້ວ ຊາວໄຮ່ຊາວນາເຮົາກໍເລີ່ມເກັບກູ້ຜົນຜະລິດເຂົ້າໄຮ່, ເຂົ້ານາ, ສາລີ, ເຜືອກມັນ ແລະ ຜົນຜະລິດອື່ນໆໃນລະດູແລ້ງ. ສະເພາະຜູ້ຄ້າຂາຍ, ທຳທຸລະກິດການງານໃນທຸກສາຂາອາຊີບຕ່າງກໍມີງານເຂົ້າຢ່າງມາກມາຍຄາດວ່ານັບຈາກນີ້ໄປຂະແໜງການທ່ອງທ່ຽວຮ້ານອາຫານກໍຈະມີລາຍໄດ້ເປັນກອບເປັນກຳ ແລະ ການຜະລິດທຸລະກິດອື່ນໆກໍຈະບູມເຕີບໂຕ ແລະ ຂະຫຍາຍຕົວໄປເລື້ອຍໆ.

ໃນຄວາມເປັນຈິງແລ້ວ, ນັບແຕ່ເປີດປະເທດມານີ້ເຫັນວ່າທຸລະກິດການງານໃນຂະແໜງການຕ່າງໆ ບໍ່ວ່າພາກລັດ ແລະ ເອກະຊົນເຫັນວ່າມີບັນຍາກາດນັບມື້ຟົດຟື້ນ. ໃນບັນດາຂະແໜງການທີ່ໂດດເດັ່ນປະຈັກຕາ ກໍຄືຂະແໜງການທ່ອງທ່ຽວຜ່ານສາຍທາງລົດໄຟຄວາມໄວສູງ ລາວ-ຈີນ. ນອກຈາກນັ້ນ ການລົງທຶນການຜະລິດຂະໜາດນ້ອຍ-ຂະໜາດກາງ, ການບໍລິການຂົນສົ່ງສິນຄ້າກໍເລີ່ມກໍ່ຕົວມີປັດໄຈໃໝ່ຂຶ້ນເລື້ອຍໆ. ສຳລັບການຜະລິດສິນຄ້າເພື່ອສົ່ງອອກກໍນັບມື້ທະຍອຍເພີ່ມຂຶ້ນເລື້ອຍໆ ເປັນຕົ້ນໃນເດືອນສິງຫາຜ່ານມາ ມີຍອດສິນຄ້າສົ່ງອອກຄື: ຄຳປະສົມ, ຄຳແທ່ງ 63 ລ້ານໂດລາ, ເຈ້ຍຜະລິດຕະພັນເຈ້ຍ 49 ລ້ານໂດລາ, ແຮ່ທອງ 32 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາ, ເຄື່ອງດື່ມ 21 ລ້ານໂດລາ, ຝຸ່ນ (ປຸ໋ຍ) 19 ລ້ານໂດລາ, ນ້ຳຕານ 15 ລ້ານໂດລາ ແລະ ເກີບ 14 ລ້ານໂດລາສະຫະລັດ. ໃນຂັ້ນຕໍ່ໄປກໍອາດມີເຂົ້າ, ສັດປະເພດງົວຄວາຍ, ມັນຕົ້ນ ແລະ ຜະລິດຕະພັນກະສິກຳອື່ນໆເພີ່ມຂຶ້ນເລື້ອຍໆ.

ສະຫລຸບແລ້ວ, ນັບຈາກນີ້ເປັນຕົ້ນໄປ ເປັນຊ່ວງຍາມແລ້ງຫລັງອອກພັນສາເປັນການໄປມາຄ້າຂາຍກໍສະດວກສະບາຍ ອັນເປັນໂອກາດໃຫ້ພວກເຮົາຫັນໜ້າເຂົ້າສູ່ວຽກງານເພື່ອບຸກທະລຸທາງດ້ານເສດຖະກິດ-ການເງິນທີ່ພັກ ແລະ ລັດຖະບານເຮົາໄດ້ຖືເປັນວາລະແຫ່ງຊາດໃຫ້ປາກົດຜົນເປັນຈິງ.