ພະທາດຫລວງວຽງຈັນ ມິ່ງຂວັນຂອງປະຊາຊົນລາວ

ພະທາດຫລວງວຽງຈັນ ມິ່ງຂວັນຂອງປະຊາຊົນລາວ

ທາດຫລວງ ຫລື ພະທາດຫລວງວຽງຈັນ ຕັ້ງຢູ່ບ້ານທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນປູຊະນິຍະສະຖານບູຮານທີ່ເປັນສັນຍະລັກຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ, ສູງ 45 ແມັດ, ມີໃບສີມາອ້ອມ 228ໃບ, ມີບໍລິວານ(ທາດນ້ອຍ) 30 ອົງ ເອີ້ນວ່າ: ປາລະມີສາມສິບທັດ, ຕີນພະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ…

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ຢ່າໃຫ້ນໍ້າເມົາມາເປັນພິດໄພຕໍ່ສັງຄົມ

ໄລຍະມໍ່ມານີ້ປາກົດມີຂ່າວໃນສື່ສັງຄົມອອນລາຍໃຫ້ເຫັນເປັນປະຈຳ ບໍ່ວ່າຈະເປັນການໃຊ້ອາວຸດເສິກ ຫລື ໃຊ້ກຳລັງແຮງ ຫລື ໃຊ້ວັດຖຸທີ່ເປັນອັນຕະລາຍຕໍ່ຮ່າງກາຍທຳລາຍກັນ ຊຶ່ງເຫດການລັກສະນະນີ້ທີ່ຜ່ານມາ ພວກເຮົາເຄີຍເຫັນແຕ່ຂ່າວທີ່ເກີດຂຶ້ນຈາກສັງຄົມອື່ນໂດຍສະເພາະປະເທດຕາເວັນຕົກທີ່ຈະເລີນຮັ່ງມີທາງວັດຖຸ, ແຕ່ວັດທະນະທໍາທີ່ດີງາມດັ້ງເດີມຂອງບັນພະບຸລຸດເສື່ອມສູນແລ້ວ. ຫລາຍທ່ານຄົງບໍ່ລືມຄຳສອນອັນໜຶ່ງຄື ໂມໂຫໂທໂສ ພາໂຕຕົກຕໍ່າ ໂດຍຄຳສອນນີ້, ພໍ່ແມ່ຜູ້ປົກຄອງທັງຫລາຍລ້ວນແຕ່ເຄີຍໃຊ້ບອກລູກສອນຫລານ ແລະ ດຽວນີ້ຄຳສອນດັ່ງກ່າວຍັງໃຫ້ຄວາມໝາຍໃນແງ່ຄົ້ນຄິດເປັນຢ່າງດີ ຊຶ່ງປັດຈຸບັນປາກົດວ່ານໍ້າເມົາໄດ້ກັບມາອາລະວາດໃນສັງຄົມເຮົານັບມື້ຫລາຍຂຶ້ນໂດຍສະເພາະຖັນແຖວໄວໜຸ່ມ, ປາກົດການນີ້ນັບມື້ມີຫລາຍເປັນຕົ້ນຢູ່ຕົວເມືອງໃຫຍ່ຕ່າງໆໄປທາງໃດກໍເຫັນຕັ້ງວົງດື່ມເຫລົ້າດື່ມເບຍຈົນນັບບໍ່ຖ້ວນ, ຮ້ານອາຫານ, ຮ້ານບັນເທີງປົ່ງອອກປານດອກເຫັດ,…

ລຶບລ້າງຄວາມທຸກຍາກ ຕ້ອງເຮັດແທ້ທຳຈິງ ຈິ່ງຈະມີຜົນ

ລຶບລ້າງຄວາມທຸກຍາກ ຕ້ອງເຮັດແທ້ທຳຈິງ ຈິ່ງຈະມີຜົນ

ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາໄປຕາມຍຸກສະໄໝ ສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງຊຶ່ງເປັນສ່ວນສຳຄັນຕໍ່ການຫລຸດຜ່ອນຄວາມທຸກຍາກ ເປັນຂັ້ນໄດກ້າວຂຶ້ນສູ່ການລຶບລ້າງຄວາມທຸກຍາກຢູ່ປະເທດເຮົາສຳເລັດໂດຍພື້ນຖານ ຊຶ່ງຜ່ານມາ, ພັກ-ລັດ ໄດ້ສຸມທຸກຄວາມພະຍາຍາມແກ້ໄຂໂດຍການເອົາຄວາມທຸກຍາກຂອງປະຊາຊົນສອດຫ້ອຍຢູ່ນຳທຸກວຽກ ແລະ ເຮັດຢ່າງມີການຈັດຕັ້ງເປັນລະບົບຄັກແນ່ສົ່ງຜົນເຮັດໃຫ້ຄວາມທຸກຍາກຂອງປະຊາຊົນນັບມື້ຫລຸດລົງຢ່າງຈະແຈ້ງ. “ຈົ່ງອາຍ ຈົ່ງຊັງຄວາມທຸກ” ວະລີນີ້ຍັງຄົງຕິດຫູຜູ້ຂຽນມາຈົນເຖິງທຸກມື້ນີ້ ແລະ ກາຍເປັນພະລັງໃຈ ພະ ລັງກາຍໃຫ້ແກ່ປະຊາຊົນທີ່ຫາເຊົ້າກິນຄໍ່າ ຫລື ຜູ້ບໍ່ມີທາງອອກສ້າງເນື້ອສ້າງໂຕໄດ້ເປັນຢ່າງດີທີ່ສຸດ…

ຕ້ອງມີສະຕິ ຢ່າເຊື່ອກົນໂກງຂອງກຸ່ມມິດສາຊີບ ໂດຍການສ້າງເພຈຂາຍເຄື່ອງອອນລາຍ ລາຄາຖືກ

ຕ້ອງມີສະຕິ ຢ່າເຊື່ອກົນໂກງຂອງກຸ່ມມິດສາຊີບ ໂດຍການສ້າງເພຈຂາຍເຄື່ອງອອນລາຍ ລາຄາຖືກ

ຜ່ານມາປາກົດເຫັນມີຄົນຈຳນວນຫລາຍຖືກຕົວະໃຫ້ເສຍຊັບ ແລະ ເສຍຄວາມຮູ້ສຶກ ຈາກການສັ່ງສິນຄ້າທາງອອນລາຍ ເຊັ່ນ: ໂອນເງິນສັ່ງສິນຄ້າ ແຕ່ບໍ່ໄດ້ຮັບສິນຄ້າ ຫລື ໄດ້ຮັບເຄື່ອງແຕ່ເຄື່ອງບໍ່ຕົງກັບຮູບສິນຄ້າທີ່ສັ່ງ ແລະ ລາຄາບໍ່ເໝາະສົມກັບທີ່ເຮົາຈ່າຍເງິນໄປ. ກົນອຸບາຍ ຫລື ກົນໂກງ ຂອງມິດສາຊີບກຸ່ມນີ້ແມ່ນຈະສ້າງເພຈຂາຍສິນຄ້າຕ່າງໆຂຶ້ນມາຫລາຍໆເພຈແລ້ວນຳເອົາສິນຄ້າຕ່າງໆມາໂພສຂາຍໃນລາຄາທີ່ຖືກກວ່າຮ້ານຂາຍເຄື່ອງທົ່ວໄປ ແຕ່ຄວາມເປັນຈິງແລ້ວຮູບສິນຄ້າຕ່າງໆ ເຫລົ່ານັ້ນທາງເພຈບໍ່ໄດ້ມີສິນຄ້າເຫລົ່ານັ້ນຢູ່ຈິງ ເປັນພຽງການກັອບເອົາຮູບສິນຄ້າຕ່າງໆ ຈາກຄົນອື່ນມາໂພສສະເໜີຄາຂາຍທີ່ຖືກ ເພື່ອສ້າງແຮງຈູງໃຈຄົນທົ່ວໄປຫລົງເຊື່ອ…

ການເກັບເຫຼັກເສດແບບ ທີ່ຄິດແຕ່ຜົນປະໂຫຍດ ຂາດຈັນຍາບັນ ອາດເປັນການສົ່ງເສີມໃຫ້ແກ່ກຸ່ມຂີ້ລັກງັດແງະ

ການເກັບເຫຼັກເສດແບບ ທີ່ຄິດແຕ່ຜົນປະໂຫຍດ ຂາດຈັນຍາບັນ ອາດເປັນການສົ່ງເສີມໃຫ້ແກ່ກຸ່ມຂີ້ລັກງັດແງະ

ໂດຍ: ມຶກບໍ່ແຫ້ງ ໃນໄລຍະຜ່ານມາ ເຈົ້າໜ້າທີ່ ປກສ ໄດ້ຊີ້ໃຫ້ເຫັນວ່າ ບັນຫາຂີ້ລັກງັດແງະ ກາຍເປັນບັນຫາຍໍ້ທໍ້ໜຶ່ງໃນສັງຄົມ ທີ່ຄວນໄດ້ຮັບການແກ້ໄຂ ແລະ ຮຽກຮ້ອງໃຫ້ບັນດາຮ້ານຮັບຊື້ເຫລັກເສດເປັນເຈົ້າການ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່. ການຮັບຊື້ ການເກັບເຫຼັກເສດນັ້ນ ຜູ້ຂຽນຄິດວ່າເປັນເລື່ອງທີ່ດີ ເພາະວ່າເຂົາເຈົ້າ ເຫຼົ່ານັ້ນ ໄດ້ປະກອບສ່ວນສຳຄັນ ໃນການເກັບກູ້ເອົາ ບັນດາ…

ປະເພນີດັ້ງເດີມ ທີ່ສາມາດສຳພັດໄດ້ໃນບຸນນະມັດສະການພະທາດຫລວງວຽງຈັນ

ປະເພນີດັ້ງເດີມ ທີ່ສາມາດສຳພັດໄດ້ໃນບຸນນະມັດສະການພະທາດຫລວງວຽງຈັນ

ບໍ່ວ່າແຕ່ຄົນລາວເຮົາ ຫລື ຄົນຕ່າງຊາດ ລ້ວນຮູ້ດີວ່າ: ນະຄອນຫລວງວຽງຈັນ ເປັນດິນແດນແຫ່ງປະຫວັດສາດ ໂດຍສະຖາປັດຕະຍາກຳຕ່າງໆຄືຫລັກຖານທີ່ບອກເລື່ອງໃນອະດີດໄດ້ຢ່າງະແຈ້ງ ຫລື ປະເພນີດັ້ງເດີມທີ່ສຳພັດໄດ້ ແລະ ສືບທອດມາຢ່າງຍາວນານຈົນເຖິງປັດຈຸບັນນີ້. ເມື່ອເວົ້າເຖິງສະຖາປັດຕະຍາກຳທີ່ໂດດເດັ່ນຢູ່ນະຄອນຫລວງວຽງຈັນແລ້ວ ຕ້ອງໄດ້ເວົ້າເຖິງບຸນປະເພນີທີ່ບໍ່ມາສາມາດພາດໄປສຳພັດໄດ້ນັ້ນຄືບຸນນະມັດສະການພະທາດຫລວງ ຊຶ່ງເປັນປາງບຸນໃຫຍ່ ແລະ ສຳຄັນທີ່ສຸດ ໂດຍຈະຂຶ້ນໃນມື້ຂຶ້ນ 15 ຄໍ່າເດືອນ 12…

ການລະເມີດລະບຽບຈະລາຈອນ ເປັນຕົ້ນເຫດການເກີດອຸບັດຕິເຫດ

ການລະເມີດລະບຽບຈະລາຈອນ ເປັນຕົ້ນເຫດການເກີດອຸບັດຕິເຫດ

ບັນຫາອຸບັດຕິເຫດຕາມເສັ້ນທາງເກີດຈາກຫລາຍສາເຫດແຕກຕ່າງກັນນັ້ນ, ແຕ່ສ່ວນຫລາຍເກີດຈາກການລະເມີດລະບຽບກົດໝາຍເປັນສໍາຄັນ ໝາຍວ່າ ເກີດຈາກຜູ້ຂັບຂີ່ເປັນຕົ້ນຕໍ, ສ່ວນສະພາບແວດລ້ອມບໍ່ວ່າຈະເປັນເສັ້ນທາງ, ດິນຟ້າອາກາດ…ກໍມີສ່ວນແຕ່ກໍບໍ່ຫລາຍ ແລະ ອຸບັດຕິເຫດສ່ວນຫລາຍກໍມີແຕ່ຢູ່ເຂດຕົວເມືອງໃຫຍ່, ການຈະລາຈອນອ່າວໜາແໜ້ນກວ່າໝູ່. ຈາກນີ້ຈຶ່ງຢືນຢັນວ່າ: ການປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງຍັງຕ້ອງໄດ້ເອົາໃຈໃສ່ຕື່ມເພື່ອຫລຸດຜ່ອນອຸບັດເຫດ ຫລີກເວັ້ນຄວາມສູນເສຍ ທັງຊັບສິນ ແລະ ຊີວິດ. ຫລາຍທ່ານໃຫ້ທັດສະນະວ່າ: ໃນຕົວຈິງ, ເຈົ້າໜ້າທີ່ກ່ຽວຂ້ອງລວມທັງສະຖາບັນການສຶກສາ, ສຳນັກງານກົມກອງໄດ້ພະຍາຍາມຈໍາກັດ ໂດຍການປຸກລະດົມປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດທາງຖະໜົນ…

ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ

ບັນຫາຂີ້ລັກ ມີຢູ່ບ້ານ ອັນຕະພານ ມີຢູ່ເມືອງ ເປັນມາດຕະການຮີບດ່ວນ ທີ່ຄວນໄດ້ຮັບການແກ້ໄຂ

ໂດຍ: ມຶກບໍແຫ້ງ ການປຸ້ນຈີ້, ຂີ້ລັກງັດແງະ ເກີດຂຶ້ນທຸກບໍ່ເວັ້ນວັນ ກາຍເປັນເລື່ອງຄວາມກັງວົນໃຈທົ່ວສັງຄົມ, ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ດ້ານຊັບສິນ ແລະຊີວິດຂອງປະຊາຊົນ ຢ່າງບໍ່ເຄີຍມີມາກ່ອນ ແລ້ວພວກເຮົາຈະສະກັດກັ້ນ ແລະແກ້ໄຂແນວໃດ? ນີ້ຄືຄຳຖາມກ້ອງກັງວານທົ່ວສັງຄົມໃນປັດຈຸບັນ. ບັນຫາຕ່າງໆເຫລົ່ານີ້ເປັນສິ່ງທີ່ສັງຄົມຄາດການໄວ້ແຕ່ເມື່ອຕອນການລະບາດຂອງພະຍາດໂຄວິດ ທີ່ປະຊາຊົນຖືກລ໋ອກດາວ ທົ່ວປະເທດ ແລະຕ່າງຄົນກໍເວົ້າກັນວ່າ ພາຍຫລັງໂຄວິດຈົບລົງ ການກໍ່ອາຊະຍາກຳອາດເພີ່ມຂຶ້ນແນ່ນອນ ເນື່ອງຈາກຄວາມອຶດຢາກເພີ່ມທະວີຂຶ້ນ…

ປາບຢາເສບຕິດປຸ້ນຈີ້ຂີ້ລັກປາກົດຕົວ

ປາບຢາເສບຕິດປຸ້ນຈີ້ຂີ້ລັກປາກົດຕົວ

ບົດທິດກໍ່າ ບັນຫາການປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດເປັນສະໜາມຮົບທີ່ເດັດດ່ຽວຂ້ຽວຂາດລະອຽດອ່ອນ ແລະ ທັງເດັດຂາດ. ຍ້ອນວ່າຢາເສບຕິດເປັນທີ່ມາຂອງການປຸ້ນຈີ້, ຂີ້ລັກ, ງັດແງະ, ຂ້າເຈົ້າເອົາຂອງ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເປັນຕົ້ນເຫດຂອງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລາວເຮົາ. ຖືໄດ້ວ່ານັບແຕ່ມີການເລີ່ມຕົ້ນປະຕິບັດວາລະແຫ່ງຊາດກ່ຽວກັບຢາເສບຕິດ ເຫັນວ່າເຈົ້າໜ້າທີ່ເຮົາສາມາດຢຶດ, ທຳລາຍກຸ່ມເປົ້າໝາຍໄດ້ຢ່າງລຽນຕິດ ແລະ ຫລວງຫລາຍ ເຊິ່ງໜຶ່ງໃນຜົນງານຊິ້ນໃຫຍ່ໆໃນໄລຍະຜ່ານມາ ກໍຄືໃນວັນທີ 18…

ຄວາມເປັນມາ ແລະ ອົງປະກອບຂອງບຸນກະຖິນ

ຄວາມເປັນມາ ແລະ ອົງປະກອບຂອງບຸນກະຖິນ

ມີເລື່ອງເລົ່າກ່າວຂານກັນວ່າ: ໃນພຸດທະການມີພິກຂຸຊາວເມືອງປາຖາ 30 ອົງ ຊຶ່ງເປັນຜູ້ຖືການຢູ່ປ່າ ການທ່ຽວບິນທະບາດ ນຸ່ງຫົ່ມຜ້າບັງສະກຸນ (ຜ້າເກັບຕົກຈາກແຫ່ງຕ່າງໆມາຕໍ່ຫຍິບເຮັດເປັນຈີວອນ) ຫລື ໃຊ້ຜ້າ 3 ຜືນ (ຜ້າຈີວອນ ສັງຄາຕິ ແລະ ຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງໄປເຂົ້າເຝົ້າພະພຸດທະເຈົ້າ, ແຕ່ເນື່ອງຈາກຫົນທາງໄກໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ…