ນິວຈິບເຊັງຮ່ວມກັບຈະລາຈອນນະຄອນຫລວງ ເຊີນຊວນສັງຄົມຂັບຂີ່ປອດໄພໃນສົງການ
ວັນທີ 11 ເມສານີ້, ພະແນກຈະລາຈອນ ນະຄອນຫລວງວຽງຈັນ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດຮອນດາ ນິວຈິບເຊັງ, ໄດ້ຈັດກິດຈະ ກຳ ຄາລະວານລົດຈັກທີ່ມີຈຳ ນວນຫລາຍກວ່າ 100 ຄັນ, ໂດຍແມ່ນນັກຮຽນຈາກ ມສ ຕານມີໄຊ ແລະ ດອນໜູນ ເປັນຕົວແທນຂັບຂີ່ລົດຄາລະວານດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານຮອງປະທານບໍລິສັດ ຮອນດາ ນິວຈິບເຊັງ ແລະ ພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມນຳດ້ວຍ.
ເພື່ອເປັນການໂຄສະນາ ແລະ ເຊີນຊວນມວນຊົນຂັບຂີ່ປອດໄພ, ຫລຸດຜ່ອນອຸປະ ຕິເຫດທາງຖະໜົນໃນຊ່ວງວັນບຸນປີໃໝ່ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງ, ຕຳຫລວດຈະລາຈອນ, ບໍລິສັດຮອນດ້າ ນິວຈິບເຊັງ ແລະ ນ້ອງນັກຮຽນອາສາສະໝັກຫລາຍກວ່າ 100 ຄົນທີ່ເຂົ້າຮ່ວມໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຊຶ່ງຄາຣະວານດັ່ງກ່າວ ໄດ້ເລີ່ມອອກຈາກເດີ່ນພະທາດຫລວງ-ວົງວຽນ 450 ປີ-ວົງວຽນດອນໜູນ-ໂຄ້ງກັບມາຜ່ານທາງເກົ່າ-ອອກໃສ່ປະຕູໄຊ-ຕະຫລາດເຊົ້າ-ລ້ຽວຊ້າຍໄປຕາມຖະໜົນສາມແສນໄທ-ໂຮງແຮມເມີກຽວ-ໂຄ້ງກັບມາຕາມຖະໜົນສຸພານຸວົງ-3 ແຍກຫໍຄຳ-ປະຕູໄຊ-ຖະໜົນ 23 ສິງຫາ-ກັບຄືນສູ່ເດີ່ນພະທາດຫລວງ. ນອກນີ້ ຍັງໄດ້ມີການໂຄສະນາເຜີຍແຜ່ລະບຽບ, ການສັນຈອນໃຫ້ນັກຮຽນອາສາສະໝັກຮັບຊາບ, ໃຫ້ມີສະຕິເຄົາລົບລະບຽບກົດໝາຍດັ່ງກ່າວໃຫ້ດີຂຶ້ນ, ເອົາໃຈໃສ່ປະຕິບັດຫລັກການຂັບຂີ່ປອດໄພ, ຕັ້ງກຸ່ມຖາມ-ຕອບ ເພື່ອຮັບເອົາຂອງຂວັນຈາກນິວຈິບເຊັງ ແລະ ມອບເສື້ອຍືດ-ໝວກກັນກະທົບໃຫ້ບັນດານ້ອງນັກຮຽນທີ່ເຂົ້າຮ່ວມຂະບວນການຄາລະວານຄັ້ງນີ້ອີກດ້ວຍ.

