ຊົມເຊີຍວັນຄູແຫ່ງຊາດຄົບຮອບ 28 ປີ

ປີ 2022 ເປັນປີຄົບຮອບ 28 ປີຂອງວັນຄູແຫ່ງຊາດ ຊຶ່ງຕະຫຼອດ 27 ປີຜ່ານມາ, ຄູ-ອາຈານ ໄດ້ເປັນໝາກຫົວໃຈຂອງການພັດທະນາຊັບພະຍາກອນມະນຸດ ອອກຮັບໃຊ້ສັງຄົມທັງໃນຂົງເຂດເສດຖະກິດ, ສັງຄົມ ແລະ ການປົກຄອງ ໂດຍຄູ-ອາຈານ ມີບົດບາດສຳຄັນຍິ່ງຈົນໄດ້ຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ.
ເປັນຫຍັງຈຶ່ງມີວັນຄູແຫ່ງຊາດ ພວກເຮົາມາຫວນຄືນປະຫວັດຄວາມເປັນມາ, ເມື່ອລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານລາວແຕ່ປີ 1893 ເປັນຕົ້ນມາພວກ ເຂົາບໍ່ໄດ້ເອົາໃຈໃສ່ຂະຫຍາຍໂຮງຮຽນຢູ່ລາວພໍເທົ່າໃດ ຊຶ່ງເຫັນໄດ້ເມື່ອປີ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ 2 ແຫ່ງຄື ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ, ຄົນລາວເຂົ້າຮຽນມີໜ້ອຍ ແລະ ໃນຈຳນວນນີ້ມີພຽງ ທ້າວ ຄຳ ຫຼື ນາຍຄູຄຳ ຮຽນຈົບຫ້ອງ ປ.6 ແລະ ຫຼັງຮຽນຈົບ ປີ 1905 ໄດ້ເຂົ້າເຮັດການເປັນສະໝຽນແປພາສາຝຣັ່ງ, ປີ 1907 ໄດ້ເຂົ້າອົບຮົມວິຊາຊີບຄູ (ເປັນຄົນລາວຮຸ່ນທຳອິດທີ່ໄດ້ຮຽນວິຊາຄູ) ແລະ ພາຍຫຼັງຮຽນຈົບ ໄດ້ບັນຈຸເປັນຄູສອນຄົນລາວຮຸ່ນທຳອິດໃນວັນທີ 7 ຕຸລາ ປີ 1909 ໂດຍສອນຢູ່ໂຮງຮຽນວັດຈັນ ນະຄອນຫຼວງວຽງຈັນ ເປັນໂຮງຮຽນຝຶກຄູໄລຍະສັ້ນແນໃສ່ອົບຮົມພະສົງລາວ 50 ກວ່າອົງ ກາຍເປັນຄູ. ຕໍ່ມານາຍຄູຄຳ ໄດ້ໄປປະຈຳການຢູ່ໂຮງຮຽນຕັບໂຟແຣງ ນະຄອນຫຼວງວຽງຈັນ ສອນລູກສິດລາວ, ເດັກນ້ອຍລາວ ກາຍເປັນຄົນສະຫຼາດ. ຕົກມາທ້າຍສົງຄາມໂລກຄັ້ງທີ I ໄດ້ຍ້າຍໄປສອນຢູ່ ໂຮງຮຽນປະຖົມບ້ານຫ້ອມ, ສອນລູກສິດໃຫ້ສະຫຼາດຫຼັກແຫຼມ ຮັກຊາດພ້ອມທັງສອນໃຫ້ປະຊາຊົນຮູ້ຮັກຊາດບ້ານເກີດເມືອງນອນຂອງຕົນ, ໂຄສະນາໃຫ້ປະຊາຊົນຮູ້ການກົດຂີ່ຂູດຮີດຂອງລ່າເມືອງຂຶ້ນຝຣັ່ງ. ກາງເດືອນພະຈິກ ປີ 1920, ນາຍຄູຄຳ ໄດ້ເຕົ້າໂຮມປະຊົນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ແຕ່ພວກລ່າເມືອງຂຶ້ນຈັບນາຍຄູຄຳ ໄດ້ ເນື່ອງຈາກບາດເຈັບ, ນາຍຄູຄຳໄດ້ຖືກນຳໄປປິ່ນປົວຢູ່ໂຮງໝໍມະໂຫສົດ ແລ້ວຖືກນຳໄປຂັງຄຸກ. ເວລານັ້ນ ນາຍຄູຄຳ ໄດ້ໂຕນໜີຄຸກໄປໄດ້ແລ້ວຫຼົບໄພຂ້າມຂອງໄປໄທບໍ່ກັບມາເລີຍ (ບາງເອກະສານກ່າວວ່າ ເພິ່ນໄດ້ໄປບວດແລ້ວເສຍຊີວິດ ຢູ່ວັດຣາຊະສິດທາຣາມທີ່ກຸງເທບ ປະເທດໄທ).
ນັບແຕ່ມື້ນັ້ນເປັນຕົ້ນມາ ປະຫວັດສາດໄດ້ຈາລຶກບຸນຄຸນນາຍຄູຄຳ ແລະ ໄດ້ສະເຫຼີມສະຫຼອງທຸກໆປີ ໂດຍນາຍົກລັດຖະມົນຕີໄດ້ອອກດຳລັດລົງວັນທີ 28 ກັນຍາ 1994 ປະກາດໃຫ້ສະເຫຼີມສະຫຼອງວັນຄູແຫ່ງຊາດຈົນເຖິງປັດຈຸບັນ.

